LEDUAN11 | 27/06 | CÂU HỎI ÔN THI

ຄໍາຖາມ - ຄໍາຕອບຄົ້ນຄວ້າ

1, ໂລກະທັດແມ່ນຫຍັງ? ຈົ່ງໄຈ້ແຍກພາລະບົດບາດຂອງໂລກະທັດຂອງປັດຊະຍາມາກ-ເລນິນ?

+ ໂລກະທັດແມ່ນ​ລະ​ບົບ​ບັນ​ດາ​ທັດ​ສະ​ນະ​ຂອງ​ມະ​ນຸດ​ກ່ຽວ​ກັບ​ໂລກ, ກ່ຽວ​ກັບ​ທີ່​ຕັ້ງ​ຂອງ​ມະ​ນຸດ​ໃນ​ໂລກນັ້ນ, ກ່ຽວ​ກັບ​ຊີ​ວິດ​ຂອງ​ມະ​ນຸດ​ໃນ​ແຕ່​ລະ​ໄລ​ຍະ​ປະ​ຫວັດ​ສາດ​ໃດ​ໜຶ່ງ.
+ ໃນ​ປັດ​ຊະ​ຍາ​ມີ 2 ໂລ​ກະ​ທັດ​ອ​ັນ​ພື້ນ​ຖານ​ທີ່​ກົງ​ກັນ​ຂ້າມ​ກັນ​ຄື: 
   - ໂລ​ກະ​ທັດ​ວັດ​ຖຸ​ນິ​ຍົມ.
   - ໂລ​ກະ​ທັດ​ຈິດ​ຕະ​ນິ​ຍົມ.
+ ໂລ​ກະ​ທັດ​ຂອງ​ປັດ​ຊະ​ຍາ​ມາກ-ເລ​ນິນ​, ມີ​ລັກ​ສະ​ນະ​ວັດ​ຖຸ​ນິ​ຍົມ​ສັດ​ຈະ​ວິ​ພາກ​ແບບ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ໂລກ, ກ່ຽວ​ກັບ​ປະ​ຫວັດ​ສາດ, ສັງ​ຄົມ ແລະ ແນວ​ຄິດ​ຂອງ​ມະ​ນຸດ, ສະ​ນັ້ນ ມີ​ບົດ​ບ​າດ​ກຳ​ນົດ​ທິດ​ທາ​ງ​ຢ່າງ​ຖືກ​ຕ້ອງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ, ການ​ຮັບ​ຮູ້ ແລະ ການ​ເຄື່ອນ​ໄຫວ​ພຶດ​ຕິ​ກຳ​ຂອງ​ມະ​ນຸດ.
+ ວິ​ທີ​ການ​ວິ​ພາກ​ແມ່ນ​ທິດ​ສະ​ດີ​ກ່ຽວ​ກັບ​ວິ​ທີ​ການ​ລະ​ບົບ​ລັກ​ສະ​ນະກຳ​ນົດ​ວິ​ທີ​ການ, ເລືອກ​ເຟັ້ນ​ວິ​ທີ​ການໃຫ້​ແກ່​ການ​ເຄື່ອນ​ໄຫວ, ຄວາມ​ຮັບ​ຮູ້ ແລະ ການ​ເຄື່ອນ​ໄຫວ​ພຶດ​ຕິ​ກຳ​ຂອງ​ມະ​ນຸດ​ຢ່າງ​ດີ​ທີ່​ສຸດ.

2, ບັນຫາພື້ນຖານຂອງປັດຊະຍາແມ່ນຫຍັງ?

ບັນຫາພື້ນຖານຂອງປັດຊະຍາ ແມ່ນບັນ​ຫາ​ພື້ນ​ຖານອ​ັນ​ຍິ່ງ​ໃຫຍ່​ຂອງ​ທຸກໆ​ປັດ​ຊະ​ຍາ, ​ພິ​ເສດ​​ແມ່ນປັດ​ຊະ​ຍາ​ທັນ​ສະ​ໄໝ, ບັນ​ຫາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ແນວ​ຄິດກັບ​ການ​ຄົງ​ຕົວ ມັນ​ເກີດ​ຂຶ້ນ​ພ້ອມ​ກັບ​ການ​ດຳ​ລົງ​ຄົງ​ຕົວ​ຂອງ​ປັດ​ຊະ​ຍາ, ລະບົບທິດສະດີ, ບັນດາທັດສະນະລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກທໍາມະຊາດ - ສັງຄົມ, ຈິນຕະນາການ ໃນການເບິ່ງໂລກວັດຖຸ ແລະ ປະກົດການ ໃດໜຶ່ງທີ່ແນ່ນອນ.
+ ບັນຫາພື້ນຖານຂອງປັດຊະຍາ ມີ 2 ບັນຫາຄື:
   - ລະຫວ່າງວັດຖຸ ແລະ ສະຕິອັນໃດມີກ່ອນ ອັນໃດມີຕາມຫຼັງ, ອັນໃດຕັດສິນອັນໃດ.
   - ສະຕິຂອງຄົນເຮົາສາມາດສ່ອງແສງຕໍ່ການຄົງຕົວຂອງໂລກພາວະວິໄສໄດ້ ຫຼື ບໍ່.

3, ຈົ່ງອະທິບາຍສາຍພົວພັນສັດຈະວິພາກລະຫວ່າງວັດຖຸ ແລະ ສະຕິ?

3,1, ຄວາມສໍານຶກ: 
- ວັດຖຸແມ່ນມາດຕະເກນໜຶ່ງຂອງປັດຊະຍາ ທີ່ໃຊ້ເພື່ອຊີ້ບອກສິ່ງດໍາລົງຄົງຕົວຢ່າງພາວະວິໄສ ເຊິ່ງຄົນເຮົາສາມາດຮັບຮູ້ໄດ້ໂດຍຜ່ານການສໍາພັດທາງອິນຊີຂອງຄົນເຮົາ, ພາຍໃນຄວາມຮູ້ສຶກ, ບັນທຶກເກັບໄວ້, ສ່ອງແສງ ແລະ ຄົງຕົວທີ່ບໍ່ຂຶ້ນກັບຄວາມຮູ້ສຶກ.
- ສະຕິແມ່ນຜະລິດຕະພັນຂອງສິ່ງວັດຖຸໜຶ່ງທີ່ມີການຈັດຕັ້ງສູງ, ນັ້ນຄື ມັນສະໝອງຂອງຄົນເຮົາ.
3,2, ສາຍພົວພັນສັດຈະວິພາກລະຫວ່າງວັດຖຸ ແລະ ສະຕິ: 
- ວັດຖຸເກີດກ່ອນ ແລະ ຕັດສິນສະຕິ, ແຕ່ສະຕິຈະເປັນຕົວກະທົບຄືນໃສ່ວັດຖຸ, ໃນສອງດ້ານຄື: ດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້.
ຕົວຢ່າງ: ເມື່ອເຮົາເຫັນວັດຖຸໃດໜຶ່ງທີ່ງາມ, ເຮົາຈະຢາກໄດ້ ແລະ ສະຕິຂອງຄົນເຮົາຈະຊອກຫາວິທີຊອກເງິນມາຊື້.

4, ຈົ່ງອະທິບາຍເນື້ອໃນຫຼັກມູນກ່ຽວກັບສາຍພົວພັນທົ່ວໄປ?

4,1, ຄວາມສໍານຶກ: 
+ ສາຍພົວພັນທົ່ວໄປແມ່ນການສະທ້ອນ, ການກະທົບ ແລະ ການຫັນປ່ຽນ ເຊິ່ງກັນ ແລະ ກັນ, ລະຫວ່າງບັນດາວັດຖຸ ແລະ ປະກົດການໃນໂລກ ຫຼື ລະຫວ່າງບັນດາດ້ານຕ່າງກັນ, ບັນດາປັດໄຈ, ບັນດາລັກສະນະປະຈໍາຕົວຂອງສິ່ງວັດຖຸ ແລະ ປະກົດການໜຶ່ງຂອງຂະບວນວິວັດໜຶ່ງ.
+ ທຸກສິ່ງຢູ່ໃນໂລກ ລ້ວນແລ້ວແຕ່ມີການກະທົບໃສ່ກັນ ແລະ ມັນຈະເຜີຍອອກມາໃຫ້ເຫັນ.
ຕົວຢ່າງ: ເສດຖະກິດຫວຽດນາມຖ້າທຽບໃສ່ເສດຖະກິດຂອງລາວ ແມ່ນເສດຖະກິດຂອງຫວຽດນາມມີການກ້າວໜ້າກວ່າລາວຫຼາຍ, ແຕ່ວ່າຖ້າທຽບໃສ່ເສດຖະກິດຂອງໂລກແມ່ນ ເສດຖະກິດຂອງລາວ ແລະ ຫວຽດນາມພວມຢູ່ໃນໄລຍະກຳລັງພັດທະນາ.
+ ທຸກສິ່ງວັດຖຸໃນໂລກພະວະວິໃສ ລ້ວນແຕ່ມີສາຍພົວພັນ ກະທົບໄປມາເຊິ່ງກັນ ແລະ ກັນ ບໍ່ມີສິ່ງວັດຖຸໃດສາມາດແຍກຕົວອອກຈາກສິ່ງວັດຖຸອື່ນ.
+ ບັນຫາທີ່ພົ້ນເດັ່ນໃນໂລກມີ 4 ບັນຫາໃຫຍ່ຄື:
   - ບັນຫາມົນລະພິດກັບສະພາບແວວລ້ອມ.
   - ບັນຫາສົງຄາມ.
   - ບັນຫາພະຍາດລະບາດ.
   - ບັນຫາໄພອຶດຫີວ.
+ ແຕ່ລະສິ່ງວັດຖຸກໍ່ແມ່ນລະບົບເອກະພາບຂອງບັນດາປັດໄຈ, ບັນດາພາກສ່ວນປະກອບສ້າງເປັນມັນ ແລະ ກໍ່ມີສາຍພົວພັນກັນຢ່າງສະໜິດແໜ້ນນໍາກັນ.
ຕົວຢ່າງ: ນັັກວິທະຍາສາດວ່າ ຮ່າງກາຍຂອງຄົນເຮົາ ແມ່ນໂຮງງານທີ່ສົມບູນ ແລະ ມັນກໍ່ມີສາຍພົົວພັນເຊິ່ງກັນ ແລະ ກັນເຊັ່ນວ່າ ຕາເຫຼືອງແມ່ນມີບັນຫາກ່ຽວກັບຕັບ...
+ ສາຍພົວພັນມີລັກສະນະພາວະວິໃສ ແລະ ແຜ່ຫຼາຍທົ່ວໄປ ປະກອບມີ 3 ລັກສະນະຄື:
   - ສາຍພົວພັນແຜ່ຫຼາຍທົ່ວໄປ.
   - ສາຍພົວພັນພາວະວິໃສ.
   - ສາຍພົວພັນອຸດົມສົມບູນຫຼາຍຮູບຫຼາຍແບບໃນໂລກພາວະວິໃສ.
* ລັດທິຈິດຕະນິຍົມໃຫ້ທັດສະນະວ່າ: ພື້ນຖານຂອງສາຍພົວພັນລະຫວ່າງບັນດາສິ່ງວັດຖຸ ແລະ ປະກົດການແມ່ນຄວາມຮູ້ສຶກດ້ວຍການສຳພັດກາຍອິນຊີ.
* ລັດທິວັດຖຸນິຍົມພື້ນຖານສາຍພົວພັນໄປມາລະຫວ່າງບັນດາສິ່ງວັດຖຸ ແລະ ປະກົດການແມ່ນມີຄວາມເປັນເອກະພາບທາງດ້ານວັດຖຸ.
+ ມີຫຼາຍສາຍພົວພັນທີ່ແຕກຕ່າງກັນຄື: ສາຍພົວພັນພາຍໃນ, ສາຍພົວພັນພາຍນອກ ແລະ ສາຍພົວພັນຕົ້ນຕໍ....
4,2, ຄວາມໝາຍວິທີວິພາກ: 
ໃນຄວາມຮັບຮູ້ໃນການເຄື່ອນໄຫວຕົວຈິງຄົນເຮົາຕ້ອງມີທັດສະນະຮອບດ້ານ ໃນການສັງເກດເບິ່ງສິ່ງວັດຖຸ ແລະ ປະກົດການຕ້ອງເບິ່ງຮອບດ້ານໃນບັນດາທັງໝົດຂອງສາຍພົວພັນ.
ຕົວຢ່າງ: ຖ້າເຮົາຢາກເບິ່ງເສດຖະກິດຂອງປະເທດຫວຽດນາມວ່າມີການພັດທະນາເຮົາຕ້ອງເບິ່ງຢ່າງຮອບດ້ານຄື: ດ້ານເສດຖະກິດ, ດ້ານການເມືອງ, ດ້ານວັດທະນະທໍາ-ສັງຄົມ, ທໍາມະຊາດ ແລະ ສະພາບແວດລ້ອມ ໝາຍຄວາມວ່າຈະຂາດສິ່ງໃດສິ່ງໜຶ່ງບໍ່ໄດ້ ເພາະວ່າທຸກໆດ້ານແມ່ນມີການພົວພັນເຊິ່ງກັນ ແລະ ກັນ, ບໍ່ສາມາດຕັດແຍກອອກຈາກກັນໄດ້.

5, ຈົ່ງອະທິບາຍເນື້ອໃນຫຼັກມູນກ່ຽວກັບການຂະຫຍາຍຕົວ?

5,1, ຄວາມສໍານຶກ: 
+ ການຂະຫຍາຍແມ່ນຂະບວນການວິວັດເຄື່ອນເໜັງແຕ່ຕໍ່າ ຫາ ສູງ, ແຕ່ບໍ່ທັນສົມບູນ ເຖິງ ບ່ອນສົມບູນ.
+ ການເຄື່ອນເໜັງຂອງສິ່ງວັດຖຸມີ 3 ທ່າອ່ຽງຄື: 
   - ການເຄື່ອນເໜັງກ້າວຂຶ້ນ (ການຂະຫຍາຍຕົວ).
   - ໄປຕາມທາງຊື່ ແລະ ດັບສູນ, ໃນການຂະຫຍາຍຕົວມີທ່າອ່ຽງທີ່ຈໍາເປັນໃນໂລກພະວາວິໃສ.
   - ການຂະຫຍາຍຕົວເກີດຂຶ້ນຕາມເສັ້ນທາງກ້ຽວກົ້ນຫອຍ, ໝາຍຄວາມວ່າ: ໃນຂະບວນການວິວັດ ແຫ່ງການຂະຫຍາຍຕົວຄ້າຍຄືວ່າກັບຄືນຈຸດເລີ່ມຕົ້ນ ແຕ່ບົນພື້ນຖານສູງກວ່າເກົ່າ.
ຕົວຢ່າງ: ຄົນເຮົາເກີດຂຶ້ນມາແມ່ນມີການຂະຫຍາຍຕົວຂຶ້ນໄປຕາມຂະບວນການວິວັດເຊັ່ນວ່າ: ມີເກີດແກ່ເຈັບຕາຍຕາມຂະບວນການວິວັດ.
5,2, ການຂະຫຍາຍຕົວ:
+ ຕາມທັດສະນະຈິດຕະນິຍົມ ຕົ້ນກຳເນີດຂອງການຂະຫຍາຍຕົວແມ່ນ ເທວະດາ, ຟ້າແຖນ.
+ ຕາມທັດສະນະວັດຖຸນິຍົມສັດຈະວິພາກ ການຂະຫຍາຍຕົວມີຕົ້ນກຳເນີດພາຍໃນສິ່ງວັດຖຸແມ່ນມີຄວາມເປັນເອກະພາບ ແລະ ຕໍ່ສູ້ກັບບັນດາດ້ານກົງກັນຂ້າມຢູ່ພາຍໃນສິ່ງວັດຖຸຂອງມັນເອງ.
5,3, ວິທີວິພາກ:
ໃນການຮັບຮູ້ ແລະ ການເຄື່ອນໄຫວຕົວຈິງ, ຄົນເຮົາ ຕ້ອງມີທັດສະນະຂະຫຍາຍຕົວ (ກົງກັນຂ້າມກັບແນວຄິດຕາຍຕົວ). ຕ້ອງພົບເຫັນສິ່ງໃໝ່, ສິ່ງທີ່ກ້າວໜ້າ ເພື່ອສ້າງເງື່ອນໄຂໃຫ້ມັນຂະຫຍາຍຕົວ.
ຕົວຢ່າງ: ໃນການຈັດຕັ້ງໜຶ່ງຫາກຍັງມີຫົວໜ້າທີ່ມີແນວຄິດຕາຍຕົວ ເຖິງວ່າຕົນເອງຜິດແຕ່ກໍ່ຍັງຮັກສາຄອງເດີມ ໂດຍບໍ່ມີການປ່ຽນແປງ, ເອີ້ນວ່າແນວຄິດຕາຍຕົວ.

6, ກົດເກນແມ່ນຫຍັງ? ຈົ່ງຍົກວິທີແບ່ງປະເພດກົດເກນ?

+ ກົດເກນແມ່ນສາຍພົວພັນທາງດ້ານທາດແທ້, ແນ່ນອນ, ມີແຜ່ຫຼາຍທົ່ວໄປ ແລະ ຊໍ້າໄປຊໍ້າມາ. ລະຫວ່າງບັນດາດ້ານ ແລະ ບັນດາປັດໄຈ, ບັນດາລັກສະນະປະຈໍາຕົວຢູ່ພາຍໃນແຕ່ລະສິ່ງວັດຖຸ ຫຼື ລະຫວ່າງບັນດາສິ່ງວັດຖຸດ້ວຍກັນ.
ຕົວຢ່າງ: ຄົນເຮົາເກີດຂຶ້ນມາລ້ວນແລ້ວແຕ່ຜ່ານຂະບວນການວິວັດທາງດ້ານທາດແທ້, ແນ່ນອນ ແລະ ຊໍ້າໄປຊໍ້າມາ ມີລັກສະນະປະຈໍາຕົວຄື: ຄົນເຮົາຕ້ອງມີ ເກີດ, ແກ່, ເຈັບ, ຕາຍ...
+ ການແບ່ງປະເພດກົດເກນມີ 2 ປະເພດຄື:
   - ກົດເກນສະເພາະ: ມີລັກສະນະຈໍາເພາະພາຍໃນຕົວຂອງມັນເອງ.
     ຕົວຢ່າງ: ນັກວິທະຍາສາດຄົ້ນຄວ້າວິຊາການຂະແໜງການໃດໜຶ່ງ.
   - ກົດເກນລວມ: ແມ່ນການກະທົບໄປມາໃສ່ກັັນ.
     ຕົວຢ່າງ: ໜ່ວຍໂລກປິ່ນອ້ອມດວງຈັນ ນັ້ນແມ່ນກົດເກນອັນໜຶ່ງ.

7, ຈົ່ງອະທິບາຍກົດເກນ ຄວາມເປັນເອກະພາບ ແລະ ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ?

ກ, ບັນດາດ້ານກົງກັນຂ້າມແມ່ນບັນດາດ້ານທີ່ມີຈຸດພິເສດ, ບັນດາລັກສະນະຈໍາເພາະ, ບັນດາລັກສະນະກຳນົດ ທີ່ມີທ່າອ່ຽງເຄື່ອນເໜັງກົງກັນຂ້າມກັນ.
ຂ, ຄວາມເປັນເອກະພາບຂອງບັນດາດ້ານກົງກັນຂ້າມ ແມ່ນຕາມຄວາມໝາຍກວ້າງ ການອີງໃສ່ເຊິ່ງກັນ ແລະ ກັນ ເປັນເງື່ອນໄຂປະຖົມປັດໄຈໃຫ້ແກ່ການຄົງຕົວໃຫ້ແກ່ກັນ ແລະ ກັນ ບໍ່ມີດ້ານກົງກັນຂ້າມນີ້ ຈະບໍ່ມີດ້ານກົງກັນຂ້າມອື່ນ.
ຄ, ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມແມ່ນການກະທົບເຊິ່ງກັນ ແລະ ກັນ, ການຈໍາກັດ, ປັດເປົ່າປະຕິເສດເຊິ່ງກັນແລະ ກັນ ການຊຶມເຂົ້າ, ການພົວພັນຂະຫຍາຍຂອງບັນດາກົງກັນຂ້າມ.
ງ, ເນື້ອໃນຂອງກົດເກນຄວາມເປັນເອກະພາບຂອງບັນດາດ້ານກົງກັນຂ້າມ ແມ່ນມີລັກສະນະທຽບຖານ ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມມີລັກສະນະເດັດຖານ.
ຕົວຢ່າງ: ຊົ້ນຊັ້ນສັກດີນາແມ່ນການຕໍ່ສູ້ສະຫວ່າງຊົນຊັ້ນປົກຄອງກັບຊາວນາ.
ຈ, ການແບ່ງປະເພດຂໍ້ຂັດແຍ່ງ ມີ 4 ຂໍ້ຂັດແຍ່ງຄື:
ຈ,1, ຂໍ້ຂັດແຍ່ງພາຍໃນ ແລະ ຂໍ້ຂັດແຍ່ງພາຍນອກ:
   - ຂໍ້ຂັດແຍ່ງພາຍໃນແມ່ນການກະທົບທົ່ວໄປມາບັນດາດ້ານ, ບັນດາທ່າອ່ຽງກົງກັນຂ້າມຂອງສິ່ງວັດຖຸໜຶ່ງ.
     ຕົວຢ່າງ: ຄົນເຮົາກິນອາຫານເຂົ້າໄປສູ່ຮ່າງກາຍແລ້ວ ມັນຕ້ອງມີການຖ່າຍເທອອກ.
   - ຂໍ້ຂັດແຍ່ງພາຍນອກ ແມ່ນຂໍ້ຂັດແຍ່ງວັດຖຸໜຶ່ງກັບສິ່ງວັດຖຸອື່ນ.
     ຕົວຢ່າງ: ຂໍ້ຂັດແຍ່ງລະຫວ່າງສັດ ແລະ ສິ່ງແວດລ້ອມ ຫຼື ວ່າຂໍ້ຂັດແຍ່ງລະຫວ່າງປະເທດທຶນນິຍົມດ້ວຍກັນ.
ຈ,2, ຂໍ້ຂັດແຍ່ງພື້ນຖານ ແລະ ບໍ່ເປັນພື້ນຖານ:
   - ຂໍ້ຂັດແຍ່ງພື້ນຖານ ແມ່ນຂໍ້ຂັດແຍ່ງກໍານົດທາດແທ້ຂອງສິ່ງວັດຖຸ ກໍານົດການຂະຫຍາຍຕົວ ຢູ່ໃນແຕ່ລະໄລຍະຂອງສິ່ງວັດຖຸມັນຄົງຕົວຕະຫຼອດ ໃນຂະບວນວິວັດແຫ່ງການຄົງຕົວຂອງສິ່ງວັດຖຸ.
   - ຂໍ້ຂັດແຍ່ງບໍ່ເປັນພື້ນຖານ ແມ່ນຂໍ້ຂັດແຍ່ງກໍານົດການເຄື່ອນເໜັງ ແລະ ຂະຫຍາຍຕົວດ້ານໃດດ້ານໜຶ່ງຂອງສິ່ງວັດຖຸ.
ຈ,3, ຂໍ້ຂັດແຍ່ງຕົ້ນຕໍ ແລະ ບໍ່ເປັນຕົ້ນຕໍ:
   - ຂໍ້ຂັດແຍ່ງຕົ້ນຕໍ ແມ່ນຂໍ້ຂັດແຍ່ງທີ່ພົ້ນເດັ່ນອັນດັບໜຶ່ງຢູ່ໃນໄລຍະໜຶ່ງຂອງການຂະຫຍາຍຕົວທີ່ແນ່ນອນຂອງສິ່ງວັດຖຸ ຫາກແກ້ໄຂໄດ້ຈະສ້າງເງື່ອນໄຂ ເພື່ອແກ້ໄຂຂໍ້ຂັດແຍ່ງອື່ນຢູ່ໃນໄລຍະດຽວກັນ.
   - ຂໍ້ຂັດແຍ່ງບໍ່ເປັນຕົ້ນຕໍ.
ຈ,4, ຂໍ້ຂັດແຍ່ງປໍລະປັກ ແລະ ບໍ່ເປັນປໍລະປັກ:
   - ຂໍ້ຂັດແຍ່ງປໍລະປັກແມ່ນ ຂໍ້ຂັດແຍ່ງລະຫວ່າງບັນດາຊົນຊັ້ນ, ບັນດາກຸ່ມຄົນ, ບັນດາທ່າອ່ຽງໃນສັງຄົມທີ່ມີຜົນປະໂຫຍດພື້ນຖານກົງກັນຂ້າມ.
   - ຂໍ້ຂັດແຍ່ງບໍ່ເປັນປໍລະປັກ ແມ່ນຂໍ້ຂັດແຍ່ງບັນດາກໍາລັງ, ບັນດາທ່າອ່ຽງໃນສັງຄົມ ທີ່ມີຜົນປະໂຫຍດບໍ່ເປັນພື້ນຖານ ແລະ ມີລັກສະນະຊົ່ວຄາວ.
     ຕົວຢ່າງ: ຂໍ້ຂັດແຍ່ງລະຫວ່າງຕົວເມືອງກັບຊົນນະບົດ ເພາະມັນເປັນພຽງບັນຫາຊົ່ວຄາວ ແລະ ກໍ່ສາມາດແກ້ໄຂໄດ້.
ສ, ວິທີວິພາກ:
ກົດເກນ ຄວາມເປັນເອກະພາບ ແລະ ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ ແມ່ນຂໍ້ຂັດແຍ່ງຄົງຕົວຢ່າງພາວະວິໃສ ສະນັ້ນ ໃນການຮັບຮູ້ເຄື່ອນໄຫວຕົວຈິງ ຕ້ອງເຄົາລົບຂໍ້ຂັດແຍ່ງ ພົບເຫັນຂໍ້ຂັດແຍ່ງ ແລະ ທ່າອ່ຽງຂະຫຍາຍຕົວຂອງຂໍ້ຂັດແຍ່ງ. ເມື່ອຊອກຫາໄດ້ຂໍ້ຂັດແຍ່ງ ຕ້ອງຊອກຫາໄດ້ວິທີການ ພາຫະນະ ແລະ ກຳລັງເພື່ອແກ້ໄຂຂໍ້ຂັດແຍ່ງ ຍິ່ງກວ່ານັ້ນຂໍ້ຂັດແຍ່ງຍິ່ງໄດ້ຮັບການແກ້ໄຂ ພາວະວິໃສໃນເງື່ອນໄຂສຸກງອມ. ດ້ວຍເຫດນັ້ນຈຶ່ງມີພາວະສຸກງອມ ອີດດ້ານໜຶ່ງຕໍ່ສູ້ກັບດ້ານອັດຕະວິໃສຟ້າວຟັ່ງ, ດ້ານໜຶ່ງຊຸກຍູ້ດ້ານເງື່ອນໄຂພາວະວິໃສ ເພື່ອເຮັດໃຫ້ບັນດາເງື່ອນໄຂ ແກ້ໄຂຂໍ້ຂັດແຍ່ງກ້າວໄປເຖິງບ່ອນສຸກງອມ.

8, ຈົ່ງອະທິບາຍກົດເກນການພົວພັນການຜະລິດ ສອດຄ່ອງກັບລະດັບການະຫຍາຍຕົວຂອງກໍາລັງການຜະລິດ?

8,1, ຄວາມສໍານຶກ:
+ ກ່ຽວກັບກໍາລັງການຜະລິດ ແມ່ນ ຄວາມເປັນເອກະພາບກາຍອິນຊີລະຫວ່າງຜູ້ອອກແຮງງານກັບພາຫະນະການຜະລິດ ເຊິ່ງກ່ອນອື່ນໝົດ ແມ່ນເຄື່ອງມືອອກແຮງງານ, ແນໃສ່ສ້າງກຳລັງແຮງການຜະລິດວັດຖຸສິ່ງຂອງທີ່ແນ່ນອນ.
+ ການພົວພັນການຜະລິດແມ່ນ ການພົວພັນລະຫວ່າງຄົນ ກັບ ຄົນ ໃນຂະບວນວິວັດການຜະລິດວັດຖຸສິ່ງຂອງ (ການຜະລິດ ແລະ ການຜະລິດສໍ່າສັງຄົມ) ສະແດງອອກໃນສາຍພົວພັນກໍາມະສິດ ຕໍ່ ກັບພາຫະນະການຜະລິດ; ສາຍພົວພັນໃນການຈັດຕັ້ງຄຸ້ມຄອງການຜະລິດ, ສາຍພົວພັນດ້ານການແຈກຢາຍຜະລິດຕະພັນ.
+ ກົດເກນການພົວພັນການຜະລິດ ສອດຄ່ອງກັບລະດັບການະຫຍາຍຕົວຂອງກໍາລັງການຜະລິດມີ 3 ກົດເກນຄື:
   - ລະຫວ່າງກໍາລັງການຜະລິດ ແລະ ສາຍພົວພັນການຜະລິດ ແມ່ນສາຍພົວພັນພາວະວິໄສທີ່ມີມາແຕ່ເດີມຂອງທຸກຂະບວນການວິວັດແຫ່ງການຜະລິດວັດຖຸສິ່ງຂອງ.
   - ກຳລັງການຜະລິດເປັນອັນຕັດສິນການພົວພັນການຜະລິດ.
   - ການກະທົບກັບຄືນຂອງການພົວພັນການຜະລິດຕໍ່ກັບກຳລັງການຜະລິດ.
8,2, ຄວາມໝາຍວິທີວິພາກ:
+ ທິດສະດີວ່າກົດເກນການພົວພັນການຜະລິດສອດຄ່ອງ ກັບລະດັບການຂະຫຍາຍຕົວຂອງກໍາລັງການຜະລິດມີຄວາມໝາຍອັນຍິ່ງໃຫຍ່ຕໍ່ກັບຂະບວນວິວັດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ (ຄືຢູ່ລາວກັບຫວຽດນາມ).

9, ຈົ່ງອະທິບາຍທັດສະນະຂອງລັດທິວັດຖຸນິຍົມສັດຈະວິພາກກ່ຽວກັບບົດບາດພຶດຕິກຳ ຕໍ່ ກັບຄວາມຮັບຮູ້?

9,1, ຄວາມສໍານຶກຂອງຄວາມຮັບຮູ້:
+ ແມ່ນຂະບວນການວິວັດແຫ່ງການສ່ອງແສງຕັ້ງໜ້າ, ຕື່ນຕົວ ແລະ ປະດິດສ້າງໂລກໃສ່ມັນສະໝອງຂອງຄົນ ບົນພື້ນຖານພຶດຕິກໍາມີລັກສະນະປະຫວັດສາດ-ສັງຄົມ.
+ ຄວາມສໍານຶກຂອງພຶດຕິກຳແມ່ນການເຄື່ອນໄຫວທາງວັດຖຸ-ການສໍາພັດດ້ວຍກາຍອິນຊີ ທີ່ມີຈຸດປະສົງ, ເພື່ອແນ່ໃສ່ສ້າງທໍາມະຊາດ ແລະ ສັງຄົມ.
+ ທັດສະນະຂອງລັດທິວັດຖຸນິຍົມສັດຈະວິພາກກ່ຽວກັບບົດບາດພຶດຕິກຳຕໍ່ກັບຄວາມຮັບຮູ້ມີ 3 ເນື້ອໃນຄື:
   - ພຶດຕິກຳແມ່ນພື້ນຖານກຳລັງໜູນຂອງຄວາມຮັບຮູ້.
   - ພຶດຕກຳແມ່ນຈຸດປະສົງຂອງຄວາມຮັບຮູ້.
   - ພຶດຕິກຳແມ່ນມາດຕະຖານເພື່ອກວດກາສັດຈະທໍາ.

10, ຈົ່ງອະທິບາຍທາດແທ້ ໂຄງປະກອບຂອງສະຕິສັງຄົມ?

10,1, ຄວາມສໍານຶກ: 
+ ທາດແທ້ສະຕິສັງຄົມແມ່ນການສ່ອງແສງການຄົງຕົວສັງຄົມ, ຖືກກຳນົດ ແລະ ຂຶ້ນກັບການຄົງຕົວສັງຄົມ ບໍ່ແມ່ນວ່າສະຕິຂອງຄົນຕັດສິນການຄົງຕົວຂອງເຂົາເຈົ້າ, ກົງກັນຂ້າມການຄົງຕົວສັງຄົມຂອງເຂົາເປັນອັັນຕັດສິນສະຕິເຂົາເອງ.
+ ທາດແທ້ໂຄງປະກອບຂອງສະຕິສັງຄົມ ມີ 5 ຮູບການຄື:
10,2, ສະຕິການເມືອງ: 
+ ແມ່ນຮູບຖານສະຕິສັງຄົມ ສອດຄ່ອງສ່ອງແສງບັນດາສາຍພົວພັນເສດຖະກິດການເມືອງສັງຄົມ, ຜົນປະໂຫຍດຂອງຊົນຊັ້ນ, ຖານະລະຫວ່າງຊົນຊັ້ນບັນດາຊາດ ຫຼື ລະຫວ່າງບັນດາປະເທດ ກໍ່ຄື ທ່າທີ່ຂອງບັນດາຊົນຊັ້ນຕໍ່ກັບອໍານາດແຫ່ງລັດຂອງສັງຄົມ, ສາມາດແຍກອອກໄດ້ 2 ສະຕິການເມືອງຄື: 
   - ສະຕິການເມືອງທໍາມະດາ ແລະ ລະບົບແນວຄິດການເມືອງ.
   - ສະຕິອໍານາດກົດໝາຍ: ແມ່ນລະບົບບັນດາທັດສະນະຂອງຊົນຊັ້ນໜຶ່ງ ກ່ຽວກັບທາດແທ້ບົດບາດຂອງກົດໝາຍ, ກ່ຽວກັບຂອບເຂດສິດອໍານາດພັນທະຂອງບັນດາສະມາຊິກໃນສັງຄົມຂອງລັດ ບັນດາອົງການຈັດຕັ້ງສັງຄົມບົນພື້ນຖານບັນດາຫຼັກການທີ່ໄດ້ຮັບຮອງດ້ວຍກົດໝາຍ ແລະ ສັງຄົມ.
+ ສະຕິອໍານາດກົດໝາຍສະແດງອອກມີ 3 ເນື້ອໃນຄື:
   - ທາດແທ້ບົດບາດກົດໝາຍ, ຂອບເຂດສິດອໍານາດ ແລະ ພັນທະຂອງສະມາຊິກໃນສັງຄົມ ແລະ ລັກສະນະຖືກຕ້ອງກົດໝາຍ ແລະ ບໍ່ຖືກຕ້ອງກົດໝາຍຫຼືການກະທໍາຂອງສັງຄົມ.
     ຕົວຢ່າງ: ກົດໝາຍວ່າດ້ວຍທະບຽນຄອບຄົວຢູ່ຫວຽດນາມແມ່ນຜູ້ຊາຍຕ້ອງມີອາຍຸ 20 ປີ, ສໍາລັບ ເພດຍິງ ອາຍຸ 18 ປີຂຶ້ນໄປຈຶ່ງສາມາດອອກທະບຽນ.
   - ສະຕິຄຸນສົມບັດ: ແມ່ນທັງໝົດຂອງບັນດາທັດສະນະພູມປັນຍາ ແລະ ພາວະອາລົມຈິດ, ມີລັກສະນະລວມຂອງບັນດາຊຸມຊົນກ່ຽວກັບບຸນ-ບາບ, ມະໂນທໍາ, ຄວາມຮັບຜິດຊອບ, ຄວາມຜາສຸກ, ຄວາມຍຸຕິທໍາ ແລະ ອື່ນໆ.
   - ສະຕິສາສະໜາ: ແມ່ນ ບັນດາຈິດໃຈອາລົມຈິດ, ທັດສະນະແນວຄິດ, ຫຼັກການສາສະໜາ ສ່ອງແສງແບບເຫຼືອເຊື່ອ ເກີນຄວາມຈິງຂອງຊີວິດຄວາມເປັນພາວະວິໄສ, ການຄົງຕົວສັງຄົມສອດຄ່ອງກັບບັນດາຄວາມຕ້ອງການຈິດໃຈຂອງຄົນໃນເງື່ອນໄຂປະຫວັດສາດໃດໜຶ່ງທີ່ແນ່ນອນ.
+ ສະຕິສາສະໜາ ມີ 2 ດ້ານຄື:
   - ດ້ານເສດຖະກິດແມ່ນເລີ່ມແຕ່ສະໄໝສະຫະຊີບບູຮານຈຶ່ງມີສາສະໜາ ແລະ ດ້ານຈິດຈະສາດ.
   - ສະຕິຄວາມງາມ: ແມ່ນທັງໝົດຂອງຄວາມຮູ້ສຶກສະເທືອນໃຈ, ຄວາມນິຍົມ, ທັດສະນະອຸດົມຄະຕິ, ສ່ອງແສງສາຍພົວພັນຂອງຄົນຕໍ່ກັບຄວາມເປັນຈິງພາວະວິໄສ.
     ຕົວຢ່າງ: ຜູ້ຊາຍເຮົາເຫັນຜູ້ຍິງງາມແລ້ວເຮັດໃຫ້ມີຄວາມຮູ້ສຶກຕື່ນເຕັ້ນ.

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11