LEDUAN11 | 27/6 | CÂU HỎI ÔN THI 2

ຄໍາຖາມ-ຄໍາຕອບຄົ້ນຄວ້າ

1. ໂລກະທັດແມ່ນຫຍັງ? ຈົ່ງໄຈ້ແຍກພາລະບົດບາດຂອງໂລກະທັດປັດຊະຍາມາກ - ເລນິນ?

1.1. ໂລກະທັດ: ແມ່ນລະບົບບັນດາທັດສະນະຂອງມະນຸດກ່ຽວກັບໂລກ, ກ່ຽວກັບຕົວມະນຸດເອງ, ກ່ຽວກັບການດໍາລົງຊີວິດ ແລະ ຈຸດຢືນຂອງມະນຸດໃນໂລກນັ້ນ, ໃນໂລກະທັດມີການປະສານລະຫວ່າງຄວາມສໍານຶກ ແລະ ຄວາມເຊື່ອຖື, ຄວາມສໍານຶກເປັນພື້ນຖານກໍາເນີດໂລກະທັດ ແຕ່ ມັນຈະເປັນສ່ວນໜຶ່ງຂອງໂລກະທັດ ກໍ່ຕໍ່ເມື່ອມັນເອງໄດ້ກາຍເປັນຄວາມເຊື່ອຖື, ເປັນແນວທາງໃຫ້ແກ່ການເຄື່ອນໄຫວຂອງມະນຸດ.
1.2. ໂລກະທັດປັດຊະຍາມາກ - ເລນິນມີບົດບາດ: ໃນການກໍານົດທິດທາງຢ່າງຖືກຕ້ອງໃຫ້ແກ່ການເຄື່ອນໄຫວ, ການຮັບຮູ້ ແລະ ການເຄື່ອນໄຫວພຶດຕິກໍາຂອງມະນຸດ ແລະ ຍັງສືບຕໍ່ເປັນປັດໃຈຊ່ວຍໃຫ້ມະນຸດຮັບຮູ້ໂລກອີກຕໍ່ໄປ.

2. ບັນຫາພື້ນຖານຂອງປັດຊະຍາແມ່ນຫຍັງ?

2.1. ບັນຫາພື້ນຖານຂອງປັດຊະຍາ ແມ່ນບັນຫາພື້ນຖານອັນຍິ່ງໃຫຍ່ຂອງທຸກໆປັດຊະຍາ, ພິເສດແມ່ນປັດຊະຍາທັນສະໄໝ, ເປັນບັນຫາ ກ່ຽວກັບການພົວພັນລະຫວ່າງແນວຄິດ ກັບ ການຄົງຕົວ.
2.2. ບັນຫາພື້ນຖານຂອງປັດຊະຍາ ມີ 2 ບັນຫາຄື:
    - ລະຫວ່າງວັດຖຸ ແລະ ສະຕິອັນໃດມີ ກ່ອນ ອັນໃດມີ ຕາມຫຼັງ, ອັນໃດຕັດສິນອັນໃດ.
    - ສະຕິຂອງຄົນເຮົາສາມາດສ່ອງແສງຕໍ່ການຄົງຕົວຂອງໂລກພາວະວິໄສໄດ້ ຫຼື ບໍ່.

3. ຈົ່ງອະທິບາຍສາຍພົວພັນສັດຈະວິພາກລະຫວ່າງວັດຖຸ ແລະ ສະຕິ?

3.1. ສະຕິແມ່ນຜະລິດຕະພັນຂອງສິ່ງວັດຖຸໜຶ່ງທີ່ມີການຈັດຕັ້ງສູງ, ນັ້ນຄືມັນສະໝອງຂອງຄົນເຮົາ.
3.2. ວັດຖຸເກີດກ່ອນ ແລະ ຕັດສິນສະຕິ, ສະຕິເກີດຕາມຫຼັງ ໃນເມື່ອເກີດຂຶ້ນແລ້ວ ໄດ້ມີການກະທົບຄືນຕໍ່ວັດຖຸໃນສອງດ້ານຄື:
    - ດ້ານຕັ້ງໜ້າ: ເຮັດໃຫ້ສັງຄົມມີຄວາມກ້າວໜ້າ.
    - ດ້ານຫຍໍ້ທໍ້: ເປັນການສະກັດກັ້ນການຂະຫຍາຍຕົວຂອງສັງຄົມ.
ຕົວຢ່າງ: ເມື່ອເຮົາເຫັນວັດຖຸໃດໜຶ່ງທີ່ງາມ, ເຮົາຕ້ອງຢາກໄດ້ ແລະ ສະຕິຂອງພວກເຮົາຕ້ອງຊອກຫາວິທີເອົາເງິນມາຊື້.

4. ຈົ່ງອະທິບາຍເນື້ອໃນຫຼັກມູນກ່ຽວກັບສາຍພົວພັນທົ່ວໄປ?

4.1. ສາຍພົວພັນທົ່ວໄປແມ່ນຄູ່ມາດຕະເກນຂອງປັດສະຍາໃຊ້ເພື່ອສະທ້ອນການກະທົບໄປມາເຊິ່ງກັນ ແລະ ກັນລະຫວ່າງບັນດາດ້ານຕ່າງກັນ, ບັນດາປະກົດການຂອງສິ່ງວັດຖຸ.
4.2. ສາຍພົວພັນແມ່ນຄູ່ມາດຕະເກນທີ່ ລວມບັນດາສາຍພົວພັນທີ່ມີໃນທໍາມະຊາດ, ສັງຄົມ ແລະ ໃນແນວຄິດ.
4.3. ສາຍພົວພັນຊີ້ໃຫ້ເຫັນການກະທົບໄປມາເຊິ່ງກັນ ແລະ ກັນ, ປະກົດການໜຶ່ງຂອງວັດຖຸປະກອບມີ ບັນດາດ້ານ, ບັນດາພາກສ່ວນ ທັງແຕກຕ່າງ, ເອກະລາດ ແລະ ທັງເປັນເອກະພາບກັນ, ມີການຜູກມັດກັນ ເພື່ອແນໃສ່ສ້າງສິ່ງວັດຖຸທີ່ສົມບູນ, ປະກົດການອັນແນ່ນອນ.
4.4. ສາຍພົວພັນທົ່ວໄປ, ປະກອບດ້ວຍ 4 ລັກສະນະຄື: ແຜ່ຫຼາຍທົ່ວໄປ, ພາວະວິໄສ, ຫຼາຍຮູບແບບ, ສະເພາະ ແລະ ເງື່ອນໄຂ.
ຕົວຢ່າງ: ເສດຖະກິດຂອງລາວ ຖ້າທຽບໃສ່ແມ່ນເສດຖະກິດຂອງຫວຽດນາມມີການກ້າວໜ້າກວ່າລາວ ແຕ່ວ່າຖ້າ ທຽບໃສ່ເສດຖະກິດຂອງໂລກແມ່ນເສດຖະກິດຂອງລາວ ແລະ ຫວຽດນາມແມ່ນກໍາລັງພັດທະນາ.

5. ຈົ່ງອະທິບາຍເນື້ອໃນຫຼັກມູນກ່ຽວກັບການຂະຫຍາຍຕົວ?

5.1. ແມ່ນຂະບວນການວິວັດເຄື່ອນເໜັງແຕ່ຕໍ່າ ຫາ ສູງ, ແຕ່ງ່າຍດາຍ ເຖິງ ສັບສົນ ແລະ ແຕ່ບໍ່ທັນສົມບູນ ເຖິງບ່ອນ ສົມບູນກວ່າ.
5.2. ການຂະຫຍາຍຕົວແມ່ນສິ່ງໃໝ່ ມາແທນທີ່ ສິ່ງເກົ່າ, ແຕ່ຍັງສືບຕໍ່ບົນພຶ້ນຖານດ້ານຕັ້ງໜ້າຂອງສິ່ງເກົ່າ, ປັບປຸງ, ພັດທະນາໃຫ້ມັນກາຍເປັນເງື່ອນໄຂໃຫ້ແກ່ການການພັດທະນາສິ່ງໃໝ່ໃຫ້ມີຄວາມໝັ້ນຄົງກ່ວາ.
5.3. ການຂະຫຍາຍຕົວເກີດຂຶ້ນຕາມເສັ້ນທາງກ້ຽວກົ້ນຫອຍ, ເບິ່ງຄ້າຍຄືວ່າກັບຄືນຈຸດເລີ່ມຕົ້ນ, ແຕ່ບົນພື້ນຖານສູງກວ່າເກົ່າ.
ຕົວຢ່າງ: ຄົນເຮົາເກີດຂຶ້ນມາແມ່ນມີການຂະຫຍາຍຕົວຂຶ້ນໄປຕາມຂະບວນການວິວັດເຊັ່ນວ່າ ມີເກີດແກ່ເຈັບຕາຍຕາມຂະບວນ ການວິວັດ.

6. ກົດເກນແມ່ນຫຍັງ? ຈົ່ງຍົກວິທີແບ່ງປະເພດກົດເກນ?

6.1. ກົດເກນແມ່ນສາຍພົວພັນທາງດ້ານທາດແທ້, ແນ່ນອນ, ມີແຜ່ຫຼາຍທົ່ວໄປ ແລະ ຊໍ້າໄປຊໍ້າມາ, ລະຫວ່າງບັນດາດ້ານ ແລະ ບັນດາ ປັດໄຈ, ບັນດາລັກສະນະປະຈໍາຕົວຢູ່ພາຍໃນແຕ່ລະສິ່ງວັດຖຸ ຫຼື ລະຫວ່າງບັນດາສິ່ງວັດຖຸດ້ວຍກັນ.
ຕົວຢ່າງ: ຄົນເຮົາເກີດຂຶ້ນມາ, ລ້ວນແລ້ວແຕ່ຜ່ານຂະບວນການວິວັດທາງດ້ານທາດແທ້, ແນ່ນອນ ແລະ ຊໍ້າໄປຊໍ້າມາ ມີລັກສະນະປະ ຈໍາຕົວຄື: ຄົນເຮົາຕ້ອງມີ ເກີດ, ແກ່, ເຈັບ, ຕາຍ...
6.2. ການແບ່ງປະເພດກົດເກນມີ 5 ປະເພດຄື:
    1) ກົດເກນສະເພາະ: ມີລັກສະນະຈໍາເພາະພາຍໃນຕົວຂອງມັນເອງ.
    2) ກົດເກນລວມ: ແມ່ນການກະທົບໄປມາໃສ່ກັນ.
    3) ກົດເກນຢູ່ໃນຂົງເຂດສັງຄົມ: ແມ່ນມີການກະທົບລະຫວ່າງຄົນເຮົາກັບສັງຄົມ.
    4) ກົດເກນທໍາມະຊາດ: ແມ່ນມັນເກີດຂຶ້ນເອງຕາມທໍາມະຊາດ.
    5) ກົດເກນຈິນຕະນາການ: ແມ່ນກົດເກນແຫ່ງຄວາມສໍານຶກຂອງຄົນ.
6.3. ຄວາມຮັບຮູ້ຂອງຄົນກ່ຽວກັບກົດເກນແມ່ນປະກອບມີ 3 ກົດເກນຄື:
    - ກົດເກນການປ່ຽນແປງທາງດ້ານປະລິມານພາໄປເຖິງການປ່ຽນແປງທາງດ້ານຄຸນນະພາບ.
    - ກົດເກນເອກະພາບ ແລະ ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ.
    - ກົດເກນປະຕິເສດຂອງການປະຕິເສດ.
ພຶດຕິກໍາຕົວຈິງ: ຕາມແນວທາງຂອງພັກປະຊາຊົນປະຕິວັດລາວຂອງພັກເຮົາ ຍຶດໝັ້ນລັດທິມາກເລນິນ, ແນວຄິດປະທານໄກ ສອນພົມວິຫານ ແລະ ມູນເຊື້ອຂອງພັກເປັນພື້ນຖານແນວຄິດທິດສະດີຂອງພັກເປັນເຂັມຊີ້ທິດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພັກ.

7. ຈົ່ງອະທິບາຍກົດເກນ ຄວາມເປັນເອກະພາບ ແລະ ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ?

7.1. ບັນດາດ້ານກົງກັນຂ້າມແມ່ນບັນດາດ້ານທີ່ມີຈຸດພິເສດ, ມີລັກສະນະຈໍາເພາະ, ມີລັກສະນະ ທີ່ມີທ່າອ່ຽງ ເຄື່ອນເໜັງກົງກັນຂ້າມກັນ, ຄົງຕົວຢ່າງພາວະວິໄສໃນທໍາມະຊາດ, ສັງຄົມ, ແນວຄິດ ແລະ ແຜ່ຫຼາຍທົ່ວໄປໃນທຸກສິ່ງວັດຖຸ.
    ດ້ານກົງກັນຂ້າມສັດຈະວິພາກແມ່ນການກະທົບໄປມາເຊິ່ງກັນ ແລະ ກັນຂອງບັນດາດ້ານກົງກັນຂ້າມ. ດ້ານກົງກັນຂ້າມສັດຈະວິພາກຄົງຕົວຢ່າງພາວະວິໄສ. ດ້ານກົງກັນຂ້າມສັດຈະວິພາກໃນແນວຄິດແມ່ນການສ່ອງແສງເຖິງການຮັບຮູ້ສະພາບຕົວຈິງ ແລະ ເກີດຈາກການຂະຫຍາຍຕົວຂອງແນວຄິດ.
    ຄວາມເປັນເອກະພາບຂອງບັນດາດ້ານກົງກັນຂ້າມແມ່ນ ການອີງໃສ່ເຊິ່ງກັນ ແລະ ກັນ ເປັນເງື່ອນໄຂປະຖົມປັດໄຈ ໃຫ້ແກ່ການຄົງຕົວໃຫ້ແກ່ກັນ ແລະ ກັນ ບໍ່ມີດ້ານກົງກັນຂ້າມນີ້ ຈະບໍ່ມີດ້ານກົງກັນຂ້າມອື່ນ.
ສັງລວມ: ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມແມ່ນການກະທົບເຊິ່ງກັນ ແລະ ກັນ, ການຈໍາກັດ, ປັດເປົ່າປະຕິເສດເຊິ່ງກັນ ແລະ ກັນ ຂອງບັນດາດ້ານນັ້ນ, ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ ປະກອບມີຫຼາຍຮູບແບບ, ຫຼາຍຮູບການໂດຍອີງໃສ່ທາດແທ້, ສາຍພົວພັນໄປມາລະຫວ່າງດ້ານກົງກັນຂ້າມ ແລະ ເງື່ອນໄຂເກີດຂຶ້ນຂອງການຕໍ່ສູ້.
* ສົມທຽບພຶກຕິກໍາຕົວຈິງ: ໃນອານະຄົດຕໍ່ຫນ້ານີ້ ສປປລາວ ມີຄວາມສາມາດ ເປັນຜູ້ຂາຍພະລັງງານໄຟຟ້າໃຫ້ບັນດາປະເທດອາຊຽນ.
7.2. ການແບ່ງປະເພດຂໍ້ຂັດແຍ່ງ, ມີ 4 ຂໍ້ຂັດແຍ່ງຄື:
    - ຂໍ້ຂັດແຍ່ງພາຍໃນ ແລະ ຂໍ້ຂັດແຍ່ງພາຍນອກ.
    - ຂໍ້ຂັດແຍ່ງພື້ນຖານ ແລະ ບໍ່ເປັນພື້ນຖານ.
    - ຂໍ້ຂັດແຍ່ງຕົ້ນຕໍ ແລະ ບໍ່ເປັນຕົ້ນຕໍ.
    - ຂໍ້ຂັດແຍ່ງປໍລະປັກ ແລະ ບໍ່ເປັນປໍລະປັກ.
ຕົວຢ່າງ: ຂໍ້ຂັດແຍ່ງລະຫວ່າງຕົວເມືອງກັບຊົນນະບົດ ເປັນພຽງບັນຫາຊົ່ວຄາວ ແລະ ສາມາດແກ້ໄຂໄດ້ໃນອະນາຄົດ.

8. ຈົ່ງອະທິບາຍກົດເກນການພົວພັນການຜະລິດ ສອດຄ່ອງກັບລະດັບການຂະຫຍາຍຕົວຂອງກໍາລັງການຜະລິດ?

8.1. ກໍາລັງການຜະລິດ ແລະ ການພົວພັນການຜະລິດ ແມ່ນສອງດ້ານຂອງຮູບແບບການຜະລິດ ມັນຄົງຕົວ ແລະ ບໍ່ສາມາດແຍກອອກຈາກກັນໄດ້ ແລະ ມີການກະທົບໄປມາ ຢ່າງສັດຈະວິພາກ, ສ້າງເປັນກົດເກນທີ່ເໝາະສົມຂອງການພົວພັນການຜະລິດ ກັບ ລະດັບການຂະຫຍາຍຕົວຂອງກໍາລັງການຜະລິດ...ເປັນກົດເກນພື້ນຖານ ຂອງການເຄື່ອນເໜັງ, ການຂະຫຍາຍຕົວຂອງສັງຄົມ.
* ກົດເກນການພົວພັນການຜະລິດ ສອດຄ່ອງກັບລະດັບການະຫຍາຍຕົວຂອງກໍາລັງການຜະລິດມີ 3 ກົດເກນຄື:
    - ລະຫວ່າງກໍາລັງການຜະລິດ ແລະ ສາຍພົວພັນການຜະລິດ ແມ່ນສາຍພົວພັນພາວະວິໄສທີ່ມີມາແຕ່ເດີມຂອງທຸກຂະບວນການວິວັດແຫ່ງການຜະລິດວັດຖຸສິ່ງຂອງ.
    - ກໍາລັງການຜະລິດເປັນອັນຕັດສິນການພົວພັນການຜະລິດ.
    - ການກະທົບກັບຄືນຂອງການພົວພັນການຜະລິດຕໍ່ກັບກໍາລັງການຜະລິດ.
8.2. ເອົາໃຈໃສ່ປັບປຸງ ແລະ ກ້າວໄປສູ່ຄວາມສົມບູນໃນການພົວພັນການຜະລິດ, ເປັນຕົ້ນແມ່ນການປັບປຸງຍຸດທະສາດການຕະຫຼາດ. ກ່ຽວກັບກໍາມະສິດ ຕໍ່ພາຫະນະການຜະລິດ ແມ່ນຍັງຮັກສາການຂະຫຍາຍຕົວຕາມທິດຫຼາຍພາກສ່ວນກໍາມະສິດທີ່ແຕກຕ່າງກັນ ໂດຍມີການເຂົ້າຮ່ວມຂອງຫຼາຍພາກສ່ວນເສດຖະກິດ.
    ເອົາໃຈໃສ່ຄຸ້ມຄອງເສດຖະກິດການຕະຫຼາດດ້ວຍກົດໝາຍ, ຍຸດທະສາດ, ແຜນນະໂຍບາຍ. ພ້ອມກັນນັ້ນຕ້ອງນໍາໃຊ້ຮູບແບບຄຸ້ມຄອງເສດຖະກິດໃຫ້ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ ເພື່ອເປັນການກະຕຸກຊຸກຍູ້ການຜະລິດ, ຜັນຂະຫຍາຍບັນດາດ້ານຕັ້ງໜ້າ ແລະ ແກ້ໄຂດ້ານຫຍໍ້ທໍ້ຕ່າງໆ.

9. ຈົ່ງອະທິບາຍທັດສະນະຂອງລັດທິວັດຖຸນິຍົມສັດຈະວິພາກກ່ຽວກັບບົດບາດພຶດຕິກໍາຕໍ່ກັບຄວາມຮັບຮູ້?

9.1. ຄວາມຮັບຮູ້ແມ່ນຂະບວນການວິວັດແຫ່ງການສ່ອງແສງຕັ້ງໜ້າ, ຕື່ນຕົວ ແລະ ປະດິດສ້າງໂລກໃສ່ມັນສະໝອງ ຂອງຄົນ ບົນພື້ນຖານພຶດຕິກໍາມີລັກສະນະຕົວຈິງ, ປະຫວັດສາດ - ສັງຄົມ.
9.2. ພຶດຕິກໍາແມ່ນການເຄື່ອນໄຫວທາງວັດຖຸທີ່ມີຈຸດປະສົງເປັນກົກເຄົ້າອັນພື້ນຖານ (ຕົ້ນກໍາເນີດ) ໃຫ້ແກ່ຄວາມຮັບຮູ້, ປະກອບມີ 3 ພຶດຕິກໍາຄື:
    1. ພຶດຕິກໍາແມ່ນພື້ນຖານ, ກໍາລັງໜູນຂອງຄວາມຮັບຮູ້.
    2. ພຶດຕິກໍາແມ່ນຈຸດປະສົງຂອງຄວາມຮັບຮູ້.
    3. ພຶດຕິກໍາແມ່ນມາດຕະຖານເພື່ອກວດກາສັດຈະທໍາ.
* ສັງລວມ:
ພຶດຕິກໍາ ຜະລິດວັດຖຸ ແລະ ປັບປ່ຽນໂລກ, ບັງຄັບໃຫ້ມະນຸດຕ້ອງມີຄວາມຮັບຮູ້ໂລກແຫ່ງການຂະຫຍາຍຕົວ.
ພຶດຕິກໍາ ເຮັດໃຫ້ບັນດາກາຍອິນຊີສໍາພັດ ແລະ ຈິນຕະນາການຂອງມະນຸດຂະຫຍາຍຕົວສົມບູນຂຶ້ນເທື່ອລະກ້າວ, ຈາກນັ້ນຊ່ວຍໃຫ້ມະນຸດມີການຮັບຮູ້ໂລກນັບມື້ນັບເລິກເຊິ່ງ.
ພຶດຕິກໍາ ແມ່ນມາດຕະຖານເພື່ອກວດກາຄວາມຮັບຮູ້ ຖືກ ຫຼື ຜິດ, ຖ້າການຮັບຮູ້ທີ່ຖືກຕ້ອງມັນຈະຊ່ວຍໃຫ້ພຶດຕິກໍາມີການພັດທະນາ ແລະ ກົງກັນຂ້າມ. ສະນັ້ນ ພຶດຕິກໍາຈິ່ງເປັນເຄື່ອງມືມາດຖານທີ່ສຸດໃນການກວດກາຄວາມຖືກຕ້ອງຂອງຄວາມຮັບຮູ້.

10. ຈົ່ງອະທິບາຍທາດແທ້ ໂຄງປະກອບຂອງສະຕິສັງຄົມ?

່10.1. ທາດແທ້ສະຕິສັງຄົມແມ່ນຮູບແບບທີ່ແຕກຕ່າງກັນຂອງຈັນຍາບັນໃນຊີວິດສັງຄົມ, ປະກອບດ້ວຍ: ແນວຄິດ, ທັດສະນະ, ສາຍຜູກພັນ, ອາລົມ, ຄວາມຊິ້ນເຄີຍ, ຮີດຄອງປະເພນີ, ມູນເຊື້ອ...ຂອງສັງຄົມ, ຖືກກໍາເນີດເກີດຂຶ້ນຜ່ານຂະບວນການຄົງຕົວຂອງສັງຄົມ ແລະ ສ່ອງແສງການຄົງຕົວດັ່ງກ່າວໃນແຕ່ລະໄລຍະປະຫວັດສາດອັນແນ່ນອນ.
10.2. ສະຕິສັງຄົມແມ່ນການສ່ອງແສງການຄົງຕົວຂອງສັງຄົມ, ຍ້ອນການຄົງຕົວຂອງສັງຄົມຕັດສິນ. ສະຕິສັງຄົມສ່ອງແສງການຄົງຕົວຂອງສັງຄົມດ້ວຍຫຼາຍຮູບແບບ, ມີລັກສະນະສັບສົນ, ຖືກຄອບງໍາດ້ວຍຫຼາຍປັດໄຈ (ຜົນປະໂຫຍດ, ສາຍຜູກພັນ...). ເມື່ອເງື່ອນໄຂຂອງສັງຄົມມີການປ່ຽນແປງບາງປັດໄຈ, ສະຕິສັງຄົມກໍ່ປ່ຽນແປງໄປນໍາ.
10.3. ທາດແທ້ໂຄງປະກອບຂອງສະຕິສັງຄົມ ມີ 5 ຮູບການຄື:
    1. ສະຕິການເມືອງ: ແມ່ນຮູບຖານສະຕິສັງຄົມສອດຄ່ອງ ສ່ອງແສງບັນດາສາຍພົວພັນເສດຖະກິດ, ການເມືອງ, ສັງຄົມ, ຜົນປະໂຫຍດຂອງຊົນຊັ້ນ, ຖານະລະຫວ່າງຊົນຊັ້ນບັນດາຊາດ ຫຼື ລະຫວ່າງບັນດາປະເທດ ກໍ່ຄືທ່າທີຂອງບັນດາຊົນຊັ້ນຕໍ່ກັບອໍານາດ ແຫ່ງລັດຂອງສັງຄົມ, ສາມາດແຍກອອກໄດ້ 2 ສະຕິການເມືອງຄື: ສະຕິການເມືອງທໍາມະດາ ແລະ ລະບົບແນວຄິດການເມືອງ.
    2. ສະຕິອໍານາດກົດຫມາຍ: ແມ່ນລະບົບບັນດາທັດສະນະຂອງຊົນຊັ້ນໜຶ່ ກ່ຽວກັບທາດແທ້ບົດບາດຂອງກົດໝາຍ, ກ່ຽວກັບຂອບເຂດສິດອໍານາດ, ພັນທະຂອງບັນດາສະມາຊິກໃນສັງຄົມຂອງລັດ, ບັນດາອົງການຈັດຕັ້ງສັງຄົມບົນພື້ນຖານບັນດາຫຼັກການທີ່ໄດ້ຮັບຮອງດ້ວຍກົດໝາຍ ແລະ ສັງຄົມ.
* ສະຕິອໍານາດກົດຫມາຍສະແດງອອກມີ 3 ເນື້ອໃນຄື: 
    - ທາດແທ້ບົດບາດກົດໝາຍ. 
    - ຂອບເຂດສິດອໍານາດ ແລະ ພັນທະຂອງສະມາຊິກໃນສັງຄົມ.
    - ລັກສະນະຖືກຕ້ອງກົດໝາຍ ແລະ ບໍ່ຖືກຕ້ອງກົດໝາຍ ຫຼື ການກະທໍາຂອງສັງຄົມ.
ຕົວຢ່າງ: ກົດໝາຍວ່າດ້ວຍທະບຽນຄອບຄົວຢູ່ຫວຽດນາມແມ່ນຜູ້ຊາຍຕ້ອງມີອາຍຸ 20 ປີ, ສໍາລັບ ເພດຍິງ ອາຍຸ 18 ປີຂຶ້ນໄປຈຶ່ງ ສາມາດອອກທະບຽນໃຫ້ໄດ້.
    3. ສະຕິຄຸນສົມບັດ: ແມ່ນທັງໝົດຂອງບັນດາທັດສະນະພູມປັນຍາ ແລະ ພາວະອາລົມຈິດ ມີລັກສະນະລວມຂອງບັນດາຊຸມຊົນກ່ຽວກັບບຸນ-ບາບ, ມະໂນທໍາຄວາມຮັບຜິດຊອບ, ຄວາມຜາສຸກ, ຄວາມຍຸຕິທໍາ ແລະ ອື່ນໆ.
    4. ສະຕິສາສະໜາ: ແມ່ນບັນດາຈິດໃຈອາລົມຈິດທັດສະນະແນວຄິດຫຼັກການສາສະໜາ ສ່ອງແສງແບບເຫຼືອເຊື່ອ ເກີນຄວາມຈິງຂອງຊີວິດ, ຄວາມເປັນພາວະວິໄສການຄົງຕົວສັງຄົມສອດຄ່ອງກັບບັນດາຄວາມຕ້ອງການຈິດໃຈຂອງຄົນໃນເງື່ອນໄຂປະຫວັດສາດໃດໜຶ່ງທີ່ແນ່ນອນ.
    5. ສະຕິຄວາມງາມ: ແມ່ນທັງໝົດຂອງຄວາມຮູ້ສຶກສະເທືອນໃຈ, ຄວາມນິຍົມ, ທັດສະນະອຸດົມຄະຕິ, ສ່ອງແສງສາຍພົວພັນ ຂອງຄົນຕໍ່ກັບຄວາມເປັນຈິງພາວະວິໄສ.
ຕົວຢ່າງ: ຜູ້ຊາຍເຮົາເຫັນຜູ້ຍິງງາມແລ້ວເຮັດໃຫ້ມີຄວາມຮູ້ສຶກຕື່ນເຕັ້ນ.

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11