LEDUAN11 | 21/7 | CÂU HỎI ÔN THI P1

ວິຊາເສດຖະສາດການເມືອງ (ບົດຄົ້ນຄວ້າ)

ບົດທີ 12: ພື້ນຖານການຜະລິດສິນຄ້າ ແລະ ກົດເກນຄຸນຄ່າໃນພື້ນຖານການຜະລິດສິນຄ້າ.

ຄໍາຖາມ 1: ຈົ່ງໄຈ້ແຍກເງື່ອນໄຂກໍາເນີດຂອງການຜະລິດສິນຄ້າ? ໃຫ້ຄວາມໝາຍຂອງການຄົ້ນຄວ້າບັນຫານີ້ມີຄືແນວໃດ? ຈົ່ງສະເໜີບັນດາວິທີການແກ້ໄຂເພື່ອຜະລິດສິນຄ້າຢູ່ທ້ອງຖິ່ນຂອງຕົນ.

ນິຍາມ: ສິນຄ້າແມ່ນຜະລິດຕະພັນຂອງແຮງງານ ເຊິ່ງສາມາດຕອບສະໜອງໄດ້ຄວາມຕ້ອງການໃດໜຶ່ງຂອງຄົນເຮົາໂດຍຜ່ານການແລກປ່ຽນ, ຊື້ຂາຍ.
ເງື່ອນໄຂເກີດຂຶ້ນຂອງການຜະລິດສິນຄ້າ: ການຜະລິດສິນຄ້າເກີດຂຶ້ນບົນພື້ນຖານໃນສອງເງື່ອນໄຂ ຄື:
ເງື່ອນໄຂທີ 1: ມີການແບ່ງງານສັງຄົມ
- ການແບ່ງແຮງງານສັງຄົມແມ່ນການຫັນການຜະລິດເປັນວິຊາສະເພາະ, ແບ່ງແຮງງານສັງຄົມເຂົ້າໃນບັນດາຂະແໜງ ການ, ຂົງເຂດການຜະລິດທີ່ແຕກຕ່າງກັນ. ແຕ່ລະຄົນ, ແຕ່ລະພະແນກຜະລິດໄດ້ພຽງໜຶ່ງດຽວ ຫຼື ຜະລິດຕະພັນໃດໜຶ່ງທີ່ແນນອນ; ແຕ່ຄວາມຕ້ອງການໃນຊີວິດການເປັນຢູ່ພັດຕ້ອງການນໍາໃຊ້ຜະລິດຕະພັນຫຼາຍຊະນິດທີ່ແຕກຕ່າງກັນ. ດັ່ງນັ້ນ, ຜູ້ຜະລິດໜຶ່ງຕ້ອງແລກປ່ຽນກັບຜູ້ຜະລິດອື່ນ.

- ການແບ່ງງານສັງຄົມແມ່ນພື້້ນຖານ, ເປັນປະຖົມປັດໄຈຂອງການຜະລິດສິນຄ້າ.

ເງື່ອນໄຂທີ 2: ມີການຕັດແຍກທຽບຖານທາງດ້ານເສດຖະກິດລະຫວ່າງຜູ້ຜະລິດທີ່ແຕກຕ່າງກັນ

- ການຕັດແຍກດັ່ງກ່າວນີ້ຍ້ອນການພົວພັນກໍາມະສິດຕ່າງກັນ ແລະ ການຂະຫຍາຍຕົວຂອງການຫັນເປັນສັງຄົມຢູ່ໃນລະດັບແຕກຕ່າງກັນຂອງກໍາມະສິດຕໍ່ພາຫະນະການຜະລິດເປັນອັນກໍານົດ.

- ມີຄວາມເປັນເຈົ້າຂອງກໍາມະສິດເອກະຊົນ ຫຼື ຮູບແບບກໍາມະສິດທີ່ແຕກຕ່າງກັນທາງດ້ານວັດສະດຸການຜະລິດ ແລະ ຜະລິດຕະພັນ. ທັງໝົດນີ້ເຮັດໃຫ້ຜູ້ຜະລິດສິນຄ້າເປັນເອກະລາດຕໍ່ກັນ, ມີສິດທີ່ຈະນໍາເອົາຜະລິດຕະພັນຕົນເອງແລກປ່ຽນກັບຜະລິດຕະພັນຂອງຄົນອື່ນ.

ດັ່ງນັ້ນ, ການແບ່ງແຮງງານສັງຄົມເຮັດໃຫ້ການຜະລິດຂຶ້ນຕໍ່ກັນ ແລະ ກັນ, ສ່ວນຄວາມເປັນເຈົ້າຂອງກໍາມະສິດ ເຮັດໃຫ້ພວກເຂົາກົງກັນຂ້າມກັນລະກັນ. ນັ້ນແມ່ນຄວາມຂັດແຍ່ງຂອງການຜະລິດສິນຄ້າ, ມັນພຽງແຕ່ໄດ້ຮັບການແກ້ໄຂໂດຍຜ່ານການແລກປ່ຽນ, ຊື້ຂາຍ.

ສົມທຽບພຶດຕິກໍາ: ບັນດາວິທີການແກ້ໄຂຂໍ້ຂັດແຍ່ງເພື່ອຜະລິດສິນຄ້າຢູ່ທ້ອງຖິ່ນຂອງຕົນ

ໃນທ້ອງຖິ່ນບັນດາຄົວເຮືອນມີການຜະລິດສິນຄ້າເປັນປະເພດຫັດຖະກໍາມີຈັກສານ, ປັ້ນຫຼໍ່ໄຫ, ຖ້ວຍ...ເຊິ່ງແຕ່ລະຄົວເຮືອນລ້ວນມີການຜະລິດ ແລະ ເປັນເຈົ້າຂອງກໍາມະສິດໃຜລາວ ເຮັດໃຫ້ມີການຂັດແຍ່ງໃນທ້ອງຕະຫຼາດ ເພື່ອແກ້ໄຂຂໍ້ຂັດແຍ່ງດັ່ງກ່າວຈໍາເປັນຕ້ອງມີການຊ່ວຍເຫຼືອຈາກພັກລັດ ເຊິ່ງປັດຈຸບັນພັກລັດມີແຜນການຜະລິດໃນແຕ່ລະທ້ອງຖິ່ນຄື: ໜຶ່ງໝູ່ບ້ານໜຶ່ງຜະລິດຕະພັນ, ໝາຍຄວາມວ່າເຮົາຫັນຈາກການເປັນເຈົ້າຂອງກໍາມະສິດໃຜລາວມາເປັນກໍາມະສິດກຸ່ມໝູ່ບ້ານ, ສ່ວນວ່າຜົນປະໂຫຍດແມ່ນແບ່ງຕາມແຮງງານຜະລິດໄດ້.

ຄໍາຖາມ 2: ຈົ່ງໄຈ້ແຍກເນື້ອໃນ, ກົນໄກສະແດງ, ຄຸນປະໂຫຍດຂອງກົດເກນຄຸນຄ່າໃນພື້ນຖານການຜະລິດສິນຄ້າ? ການສະແດງອອກສິນຄ້າຂອງກົດເກນນີ້ໃນບັນດາໄລຍະການຂະຫຍາຍຕົວຂອງລັດທິທຶນນິຍົມຄືແນວໃດ?

ກົດເກນຄຸນຄ່າແມ່ນກົດເກນເສດຖະກິດພື້ນຖານຂອງການຜະລິດ ແລະ ການແລກປ່ຽນສິນຄ້າ. ບ່ອນໃດມີການແລກປ່ຽນ, ການຜະລິດສິນຄ້າບ່ອນນັ້ນມີການເຄື່ອນໄຫວຂອງກົດເກນຄຸນຄ່າ. ກົດເກນຄຸນຄ່າບັງຄັບການຜະລິດ ແລະ ການແລກປ່ຽນສິນຄ້າຕ້ອງອີງໃສ່ພື້ນຖານຄຸນຄ່າຂອງມັນ, ໝາຍຄວາມວ່າສິ້ນເປືອງແຮງງານສັງຄົມຈໍາເປັນ.

ເນື້ອໃນຂອງກົດເກນຄຸນຄ່າບັງຄັບການຜະລິດ ແລະ ການແລກປ່ຽນສິນຄ້າຕ້ອງອີງໃສ່ພື້ນຖານຄຸນຄ່າຂອງມັນ, ໝາຍຄວາມວ່າສິ້ນເປືອງແຮງງານສັງຄົມຈໍາເປັນ.

ໃນພື້ນຖານເສດຖະກິດສິນຄ້າ, ລາຄາ ແລະ ຄຸນຄ່າມັກຈະຜິດດ່ຽງກັນ, ສະໜອງໜ້ອອຍກວ່າຄວາມຕ້ອງການລາ ຄາຈະສູງກວ່າຄຸນຄ່າ, ສະໜອງຫຼາຍກວ່າຄວາມຕ້ອງການລາຄາຈະຕໍ່າກວ່າຄຸນຄ່າ. ເຖິງແມ່ນວ່າລາຄາຈະຂຶ້ນລົງປິ່ນອ້ອມຄຸນຄ່າ ແຕ່ພິຈາລະນາໃນທີ່ສຸດ, ສິນຄ້າຍັງຄົງຂາຍໃນລາຄາທີ່ຖືກກັບຄຸນຄ່າ (ຍ້ອນລາຄາສິນຄ້າມີການເພີ່ມຂຶ້ນ, ຫຼຸດລົງ ແລະ ໃນທາງກັບກັນ). ລາຄາສິນຄ້າຂຶ້ນລົງປິ່ນອ້ອມຄຸນຄ່າແມ່ນເປັນການສະແດງອອກໃນການເຄື່ອນໄຫວຂອງກົດເກນຄຸນຄ່າ.

ກົນໄກສະແດງຂອງກົດເກນຄຸນຄ່າ

- ກົດເກນຄຸນຄ່າເຄື່ອນໄຫວໄດ້ສະແດງອອກຢູ່ບ່ອນວ່າການເໜັງຕີງຂຶ້ນລົງຂອງລາຄາປິ່ນອ້ອມຄຸນຄ່າພາຍໃຕ້ການກະທົບຂອງການພົວພັນສະໜອງ-ຄວາມຕ້ອງການກ່ຽວກັບສິນຄ້າໃນທ້ອງຕະຫຼາດ. ການເໜັງຕີງລາຄາແບບອັດຕະໂນມັດ, ເສລີແມ່ນການສະທ້ອນຄືນການເຄື່ອນໄຫວຂອງກົດເກນຄຸນຄ່າ.

- ຖ້າຄວາມສາມາດຊື້ຂອງເງິນບໍ່ປ່ຽນແປງ, ບໍ່ເວົ້າເຖິງການດັດສົມຂອງລັດ ແລະ ການຜູກຂາດ ເຊິ່ງປະກົດມີ 3 ກໍລະນີ ຄື:

ກໍລະນີທີ 1: ການສະໜອງ = ຄວາມຕ້ອງການ, ລາຄາ = ຄຸນຄ່າ

ກໍລະນີທີ 2: ການສະໜອງ > ຄວາມຕ້ອງການ, ລາຄາ < ຄຸນຄ່າ

ກໍລະນີທີ 3: ການສະໜອງ < ຄວາມຕ້ອງການ, ລາຄາ > ຄຸນຄ່າ

ການເໜັງຕີງຂອງລາຄາປິ່ນອ້ອມຄຸນຄ່າເຮັດໃຫ້ເກີດ “ຄວາມງາມທີ່ມີຊີວິດຊີວາຂອງຕະຫຼາດ”, ສ້າງຄວາມປະທັບໃຈໃນການຜະລິດ ແລະ ການນໍາໃຊ້. ພິຈາລະນາທັງໝົດ, ລາຄາລວມລ້ວນແຕ່ເທົ່າກັບຄຸນຄ່າລວມ.

ພາລະບົດບາດ, ຄຸນປະໂຫຍດຂອງກົດເກນຄຸນຄ່າສະແດງຜ່ານ 3 ດ້ານ ຄື:

- ດັດສົມ​ການ​ຜະ​ລິດ ​ແລະ ​ການຈໍລະຈອນ​​ສິນ​ຄ້າ:

+ ກົດເກນຄຸນຄ່າອັດຕະໂນມັດດັດສົມການຜະລິດສະແດງອອກຢູ່ບ່ອນການດຶງດູດທຶນ (ວັດສະດຸການຜະລິດ ແລະ ກໍາລັງແຮງງານ) ເຂົ້າໃສ່ຂະແໜງການຜະລິດທີ່ແຕກຕ່າງກັນ (ຕາມການເຄື່ອນເໜັງການສະໜອງ, ຄວາມຕ້ອງການ, ຄຸນຄ່າ) ສ້າງໂຄງຮ່າງເສດຖະກິດມີປະສິດທິຜົນກວ່າ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້.

+ ຜົນກະທົບດັດສົມຈໍລະຈອນສິນຄ້າຂອງກົດເກນຄຸນຄ່າໄດ້ສະແດງອອກບ່ອນວ່າມັນດຶງດູດສິນຄ້າຈາກບ່ອນທີ່ມີລາຄາຕໍ່າໄປຫາບ່ອນມີລາຄາສູງ. ຍ້ອນດັ່ງນັ້ນ, ໄດ້ປະກອບສ່ວນເຮັດໃຫ້ສິນຄ້າລະຫວ່າງແຕ່ລະຂົງເຂດເທົ່າທຽມກັນອັນແນ່ນອນ.

- ກະຕຸກຊຸກຍູ້ຄວາມກ້າວໜ້າທາງດ້ານເຕັກນິກ, ເຕັກໂນໂລຊີ, ຍົກສູງສະມັດຖະພາບແຮງງານ: ຜູ້ຜະລິດຈະມີກໍາໄລ ຫຼື ບໍ່ນັ້ນແມ່ນຍ້ອນການແກ້ໄຂບັນຫາຄ່າສິ້ນເປືອງແຮງງານຕ້ອງຕໍ່າກວ່າ ຫຼື ເທົ່າກັບຄ່າສິ້ນເປືອງແຮງງານສົງຄົມ. ຢາກເຮັດໄດ້ແນນນີ້ດ ຜູ້ຜະລິດສິນຄ້າຕ້ອງໄດ້ດັດແປງເຕັກນິກ, ໃຫ້ເໝາະສົມສິນຄ້າ, ດັດແປງການຈັດຕັ້ງຄຸ້ມຄອງ, ປະຕິບັດການປະຢັດ, ເພີ່ມສະມັດຖະພາບແຮງງານ, ຫຼຸດຄ່າໃຊ້ຈ່າຍການຜະລິດ. ຂະບວນການດັ່ງກ່າວນີ້ໄດ້ສະແດງອອກຢ່າງຕໍ່ເນື່ອງຈະເຮັດໃຫ້ກໍາລັງການຜະລິດສັງຄົມພັດທະນາຂຶ້ນ.

- ຜັນແຍກຜູ້ຜະລິດສິນຄ້າເປັນຜູ້ຮັ່ງ-ຜູ້ທຸກ: ສິນຄ້າຖືກຂາຍຕາມຄຸນຄ່າສັງຄົມ, ຜູ້ຜະລິດສິນຄ້າໃດທີ່ມີຄຸນຄ່າສິນຄ້າຕໍ່າກວ່າຄຸນຄ່າສັງຄົມ ຈະໄດ້ຮັບກຳໄລຫຼາຍຂຶ້ນ ແລະ ກາຍເປັນຄົນຮັ່ງມີ, ກົງກັນຂ້າມ ຜູ້ຜະລິດສິນຄ້າໃດທີ່ມີຄຸນຄ່າສິນຄ້າສູງກວ່າ ຄຸນຄ່າສັງຄົມເຮັດໃຫ້ສິນຄ້າທີ່ບໍ່ສາມາດຂາຍໄດ້ກໍ່ຈະຫຼູບທຶນ, ລົ້ມລະລາຍ. ຜົນ​ປະໂຫຍດ​ຂອງ​ກົດເກນຄຸນຄ່າໄດ້ກະຕຸ້ນບັນດາປັດໄຈດ້ານຕັ້ງໜ້າ, ລົບ​ລ້າງ​ບັນດາ​ປັດ​ໄຈ​ຍັງອ່ອນ, ອີກ​ດ້ານໜຶ່ງ, ສາມາດຜັນແຍກສັງຄົມກາຍເປັນ​ຄົນ​ຮັ່ງມີ, ຄົນ​ທຸກ​ຍາກ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການເກີດຂຶ້ນ ​ແລະ ຂະຫຍາຍຕົວຂອງພື້ນຖານ​ການ​ຜະລິດໃຫຍ່ ແລະ ທັນສະ​ໄໝ.

ການສະແດງອອກສິນຄ້າຂອງກົດເກນຄຸນຄ່າໃນແຕ່ລະໄລຍະການຂະຫຍາຍຕົວຂອງລັດທິທຶນນິຍົມ:

ລັດທິທຶນນິຍົມຂະຫຍາຍຕົວຕາມ 2 ໄລຍະຄື: ໄລຍະທຶນນິຍົມມີການແຂ່ງຂັນແບບເສລີ ແລະ ໄລຍະທຶນນິຍົມຜູກ ຂາດ. ໃນໄລຍະທຶນນິຍົມມີການແຂ່ງຂັນແບບເສລີ, ລາຄາປິ່ນອ້ອມກັບລາຄາການຜະລິດ, ໝາຍວ່າຄຸນນຄ່າຂອງສິນຄ້າປ່ຽນເປັນລາຄາການຜະລິດ, ຄຽງຄູ່ກັນມັນໜີບໍ່ພົ້ນຈາກກົດເກນຄຸນຄ່າ ຍ້ອນວ່າລາຄາການຜະລິດທັງໝົດຍັງເທົ່າກັບຄຸນຄ່າທັງໝົດ. ໃນໄລຍະທຶນນິຍົມຜູກຂາດ, ລາຄາປິ່ນອ້ອມກັບລາຄາຜູກຂາດ ຄຽງຄູ່ກັນມັນໜີບໍ່ພົ້ນແຕ່ຍັງບໍ່ພົ້ນຈາກກົດເກນຄຸນຄ່າ ຍ້ອນວ່າລາຄາຜູກຂາດທັງໝົດຍັງຄົງເທົ່າກັບຄຸນຄ່າທັງໝົດຂອງສິນຄ້າ.

ຄໍາຖາມ 3: ຈົ່ງໄຈ້ແຍກທ່າໄດ້ປຽບຂອງພື້ນຖານການຜະລິດສິນຄ້າ? ເນື້ອໃນ, ຮູບແບບການສະແດງອອກ ແລະ ພາລະບົດບາດຂອງກົດເກນຄຸນຄ່າ? ຄວາມໝາຍຂອງການຄົ້ນຄວ້າບັນຫານີ້ມີຄືແນວໃດ? ສົມທຽບພຶດຕິກໍາ

ການຜະລິດສິນຄ້າແມ່ນຮູບແບບການຈັດຕັ້ງການຜະລິດ ເຊິ່ງໃນນັ້ນຜະລິດຕະພັນທີ່ຜະລິດອອກບໍ່ແມ່ນເພື່ອຕອບສະໜອງຄວາມຕ້ອງການໃນການນໍາໃຊ້ໂດຍກົງຂອງຜູ້ຜະລິດແຕ່ຫາກແມ່ນເພື່ອຕອບສະໜອງຄວາມຕ້ອງການໃນການນໍາໃຊ້ຂອງຜູ້ອື່ນ ໂດຍຜ່ານການແລກປ່ຽນ, ຊື້ຂາຍ.

ການຜະລິດສິນຄ້າມີບັນດາທ່າໄດ້ປຽບໄດ້ສະແດງອອກລຸ່ມນີ້:

- ການຜະລິດສິນຄ້າເກີດຂຶ້ນບົນພື້ນຖານຂອງການແບ່ງແຮງງານສັງຄົມ, ການຫັນການຜະລິດເປັນວິຊາສະເພາະ, ດັ່ງນັ້ນ, ສາມາດຂຸດຄົ້ນໄດ້ບັນດາທ່າແຮງທາງດ້ານທໍາມະຊາດ, ສັງຄົມ, ເຕັກນິດຂອງແຕ່ລະຄົນ, ແຕ່ລະພື້ນຖານກໍ່ຄືຂອງແຕ່ລະຂົງເຂດ, ແຕ່ລະທ້ອງຖິ່ນ.

- ໃນພື້ນຖານການຜະລິດສິນຄ້າ, ຂະໜາດ, ລັກສະນະການຈັດຕັ້ງການຜະລິດບໍ່ມີຂອບເຂດຈໍາກັດ ແຕ່ມັນໄດ້ຮັບການເປີດກວ້າງ, ຫັນເປັນສັງຄົມນັບມື້ນັບສູງໂດຍອີງໃສ່ບົນພື້ນຖານນັບມື້ຍິ່ງເພີ່ມຄວາມຕ້ອງການ ແລະ ຊັບພະຍາກອນສັງຄົມ. ໂດຍເລັ່ງໃສ່ 3 ຈຸດປະສົງຄື: ຜະລິດຫຍັງ? ຜະລິດຄືແນວໃດ? ຜະລິດໃຫ້ໃຜ?

- ໃນພື້ນຖານການຜະລິດສິນຄ້າ, ພາຍໃຕ້ການກະທົບຂອງບັນດາກົດເກນທີ່ມີໃນຕົວຂອງການຜະລິດ ແລະ ແລກປ່ຽນສິນຄ້າຄືກັບກົດເກນຄຸນຄ່າ, ສະໜອງ-ຕ້ອງການ, ຍາດແຍ່ງ ... ບັງຄັບຜູ້ຜະລິດຕ້ອງໄດ້ມີຄວາມຂະຫຍັນຂັນແຂງ, ສະດຸ້ງໄວ, ຄິດໄລ່, ດັດແປງເຕັກນິກໃຫ້ສອດຄ່ອງກັບການຜະລິດເພື່ອຍົກສູງສະມັດຕະພາບ, ຄຸນນະພາບ ແລະ ປະສິດທິຜົນທາງດ້ານເສດຖະກິດ.

- ການຜະລິດສິນຄ້າຂະຫຍາຍຕົວແມ່ນເງື່ອນໄຂເພື່ອຍົກສູງຊີວິດທາງດ້ານວັດຖຸ, ວັດທະນະທໍາ, ຈິດໃຈໃຫ້ແກ່ທຸກຄົນ.

ແນນອນວ່າ, ຄຽງຄູ່ກັບທ່າໄດ້ປຽບຂ້າງເທິງ, ການຜະລິດສິນຄ້າກໍ່ຍັງມີດ້ານລົບຂອງມັນເຊັ່ນ: ເກີດມີການຜັນແຍກບັນດາຜູ້ຜະລິດມີຜູ້ລວຍຜູ້ທຸກ, ມີຄວາມສ່ຽງວິກິດດ້ານເສດຖະກິດ, ເກີດການທໍາລາຍສິ່ງແວດລ້ອມທາງທໍາມະຊາດ, ອັດຕາເງິນເຟີ້, ການຫວ່າງງານ, ການສໍ້ໂກງ, ສິນຄ້າປອມ, ການຫຼົບໜີພາສີ.

🟍 ສົມທຽບພຶດຕິກໍາ:



ຄໍາຖາມ 4: ຈົ່ງໄຈ້ແຍກສອງລັກສະນະປະຈໍາຕົວຂອງສິນຄ້າ ແລະ ສາຍພົວພັນຂອງສອງລັກສະນະປະຈໍາຕົວນັ້ນກັບຄຸນລັກສະນະສອງດ້ານຂອງແຮງງານການຜະລິດສິນຄ້າ.

🟍 ສອງຄຸນລັກສະນະຂອງສິນຄ້າ

ສິນຄ້າແມ່ນຜະລິດຕະພັນຂອງແຮງງານ ເຊິ່ງສາມາດຕອບສະໜອງໄດ້ຄວາມຕ້ອງການໃດໜຶ່ງຂອງຄົນເຮົາໂດຍຜ່ານການແລກປ່ຽນ, ຊື້ຂາຍ.

ສິນຄ້າມີສອງຄຸນລັກສະນະປະຈໍາຕົວຄື: ຄຸນຄ່າໃຊ້ສອຍ ແລະ ຄຸນຄ່າ (ຫຼື ຄຸນຄ່າແລກປ່ຽນ).

- ຄຸນຄ່າໃຊ້ສອຍຂອງສິນຄ້າແມ່ນຄຸນປະໂຫຍດຂອງສິນຄ້າທີ່ສາມາດຕອບສະໜອງໃດໜຶ່ງຂອງຄົນເຮົາ, ອາດເປັນຄວາມຕ້ອງການຂອງບຸກຄົນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເສື້ອຜ້າ, ອາຫານການກິນ ... ແລະ ອາດເປັນຄວາມຕ້ອງການໃຊ້ສອຍຢູ່ໃນການຜະລິດ ເຊັ່ນ: ເຄື່ອງຈັກ, ເຄື່ອງລານ, ວັດຖຸດິບ ...; ຄຸນຄ່າໃຊ້ສອຍຂອງສິນຄ້າໂດຍຄຸນລັກສະນະທໍາມະຊາດຂອງມັນກໍານົດ, ສະນັ້ນມັນແມ່ນມາດຕະເກນຖາວອນ. ຄຸນຄ່າໃຊ້ສອຍຂອງສິນຄ້າແມ່ນຄຸນຄ່າໃຊ້ສອຍສໍາລັບຜູ້ອື່ນ, ສໍາລັບສັງຄົມ, ບໍ່ແມ່ນສໍາລັບຜູ້ຜະລິດມັນ. ໃນ​ເສດ​ຖະ​ກິດ​ສິນ​ຄ້າ, ຄຸນຄ່າໃຊ້ສອຍ​ໄດ້ມີລັກສະນະຄຸນຄ່າ​ປ່ຽນ​ແປງ.

- ຄຸນຄ່າຂອງສິນຄ້າ: ຢາກເຂົ້າໃຈຄຸນຄ່າຂອງສິນຄ້າຕ້ອງເຂົ້າໃຈຈາກຄຸນຄ່າແລກປ່ຽນ. ຄຸນຄ່າ​ແລກ​ປ່ຽນ​ແມ່ນ​ການ​ສະ​ແດງ​ອອກ​ຂອງ​ການ​ພົວ​ພັນ​ອັດ​ຕາ​ສ່ວນ​ດ້ານ​ຈໍາ​ນວນ​ທີ່​ແລກ​ປ່ຽນນໍາກັນ​ລະ​ຫວ່າງ​ຄຸນ​ຄ່າໃຊ້ສອຍທີ່​ແຕກ​ຕ່າງ​ກັນ​. ຕົວຢ່າງ, ຜ້າ 1 ແມັດ ແລກປ່ຽນກັບເຂົ້າສານ 10 ກິໂລກຣາມ, ສິນຄ້າສອງຢ່າງມີຄຸນຄ່າໃຊ້ສອຍແຕກຕ່າງກັນສາມາດແລກປ່ຽນກັນໄດ້ຕາມອັດຕາສ່ວນທີ່ແນ່ນອນ, ຍ້ອນວ່າພວກມັນທັງສອງເປັນຜະລິດຕະພັນຂອງແຮງງານ, ມີພື້ນຖານຮ່ວມກັນ ແລະ ລ້ວນມີການແອບແຝງຍ້ອນແຮງງານ.

ດັ່ງນັ້ນ, ຄຸນຄ່າຂອງສິນຄ້າແມ່ນແຮງງານສັງຄົມຂອງຜູ້ຜະລິດສິນຄ້າແອບແຝງຢູ່ໃນສິນຄ້າ. ຄຸນນະພາບຂອງຄຸນຄ່າແມ່ນແຮງງານ. ປະລິມານຂອງຄຸນຄ່າແມ່ນຈໍານວນແຮງງານຂອງຜູ້ຜະລິດແອບແຝງໃນສິນຄ້າ. ຄຸນຄ່າແມ່ນພື້ນຖານຂອງຄຸນຄ່າແລກປ່ຽນ, ສ່ວນຄຸນຄ່າແລກປ່ຽນແມ່ນຮູບແບບການສະແດງອອກຂອງຄຸນຄ່າ. ຄຸນຄ່າຂອງສິນຄ້າສະແດງສາຍພົວພັນການຜະລິດລະຫວ່າງຜູ້ຜະລິດສິນຄ້າ ແລະ ເມດຕະເກນປະຫວັດສາດໃດໜຶ່ງ. ມັນຄົງຕົວຢູ່ໃນເສດຖະກິດສິນຄ້າເທົ່ານັ້ນ.

🟍 ການພົວພັນຂອງສອງຄຸນລັກສະນະປະຈໍາຕົວກັບລັກສະນະສອງດ້ານຂອງແຮງງານຜະລິດສິນຄ້າ

ສິນຄ້າມີສອງຄຸນລັກສະນະປະຈໍາຕົວຄື: ຄຸນຄ່າໃຊ້ສອຍ ແລະ ຄຸນຄ່າ, ຍ້ອນວ່າແຮງງານຜະລິດສິນຄ້າມີລັກສະນະສອງດ້ານຄື: ແຮງງານຮູບປະທໍາ ແລະ ແຮງງານນາມມະທໍາ.

- ແຮງງານຮູບປະທໍາແມ່ນແຮງງານມີຜົນປະໂຫຍດພາຍໃຕ້ຮູບການຕົວຈິງໃດໜຶ່ງຂອງວິຊາຊີບ, ວິຊາສະເພາະອັນແນ່ ນອນ. ແຕ່ລະແຮງງານຮູບປະທໍາມີຈຸດປະສົງສະເພາະ, ມີວິທີການເຄື່ອນໄຫວສະເພາະ, ມີເຄື່ອງມືແຮງງານສະເພາະ, ມີມີເປົ້າໝາຍ ແລະ ຜົນໄດ້ຮັບສະເພາະ. ຕົວຢ່າງ: ຊ່າງ​ໄມ້​ໃຊ້​ຂວານ, ເລື່ອຍ, ​ກົບເພື່ອ​ເຮັດ​ເຄື່ອງ​ໃຊ້ດ້ວຍ​ໄມ້​ເຊັ່ນ: ໂຕະ, ຕັ່ງ, ຕູ້...; ຊ່າງຕັດຫຍິບໃຊ້ເຄື່ອງຫຍິບ, ມີດຕັດ, ເຂັມເພື່ອຫຍິບໂສ້ງເສື້ອ. ຜົນສໍາເລັດຂອງແຮງງານຮູບປະທໍາໄດ້ສ້າງຄຸນຄ່າໃຊ້ສອຍຂອງສິນຄ້າ.

- ແຮງງານນາມມະທໍາແມ່ນແຮງງານຂອງຜູ້ຜະລິດສິນຄ້າ ແຕ່ໄດ້ແຍກຮູບການສະແດງອັນລະອຽດຂອງມັນໄວ້ຕ່າງຫາກ ຫຼື ມັນແມ່ນການສູນເສຍກໍາລັງແຮງງານເວົ້າລວມຂອງຜູ້ຜະລິດສິນຄ້າ.

​ໃນພື້ນ​ການ​ຜະລິດ​ສິນຄ້າ​ແບບ​ງ່າຍດາຍ, ລັກສະນະສອງດ້ານຂອງ​ແຮງ​ງານ​ຜະລິດ​ສິນຄ້າ​​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຂອງຂໍ້​ຂັດ​ແຍ່ງ​ກັນ​ລະຫວ່າງ​ແຮງ​ງານ​ເອກະ​ຊົນ ​ແລະ ແຮງງານສັງຄົມ​ຂອງ​ຜູ້​ຜະລິດ​ສິນຄ້າ. ນັ້ນແມ່ນຂໍ້ຂັດແຍ້ງພື້ນຖານຂອງການຜະລິດສິນຄ້າທີ່ງ່າຍດາຍ. ຂໍ້ຂັດແຍ່ງດັ່ງກ່າວນີ້ຍັງສະແດງອອກໃນແຮງງານຮູບປະທໍາກັບແຮງງານນາມມະທໍາ, ສະແດງອອກໃນຄຸນຄ່າໃຊ້ສອຍກັບຄຸນຄ່າຂອງສິນຄ້າ.

ທ່ານ ມາກ ເປັນຜູ້ທໍາອິດທີ່ຄົ້ນພົບລັກສະນະສອງດ້ານຂອງແຮງງານຜະລິດສິນຄ້າ. ມາກເອີ້ນລັກສະນະສອງດ້ານ

ນີ້ວ່າ "ຈຸດສໍາຄັນເພື່ອເຂົ້າໃຈເສດຖະສາດການເມືອງ".

ຄໍາຖາມ 5: ຈົ່ງໄຈ້ແຍກປະລິມານຂອງຄຸນຄ່າສິນຄ້າ ແລະ ບັນດາປັດໄຈທີ່ໄດ້ສະທ້ອນເຖິງປະລິມານຄຸນຄ່າສິນຄ້າ.

ປະລິມານຄຸນຄ່າຂອງສິນຄ້າ:

- ແມ່ນປະລິມານແຮງງານສິ້ນເປືອງເພື່ອຜະລິດສິນຄ້ານັ້ນອອກມາ.

- ແມ່ນນໄມ້ຫຼາວັດແທກປະລິມານຄຸນຄ່າຂອງສິນຄ້າໄດ້ຄິດໄລ່ເວລາດ້ວຍແຮງງານສັງຄົມຈໍາເປັນ.

- ແມ່ນເວລາແຮງງານສັງຄົມຈໍາເປັນທີ່ຕ້ອງການເພື່ອຜະລິດຄຸນຄ່າໃຊ້ສອຍໃດໜຶ່ງໃນບັນດາເງື່ອນໄຂການຜະລິດປານກາງຂອງສັງຄົມດ້ວຍລະດັບຊໍານານປານກາງ, ກະກຽມອຸປະກອນຂອງສັງຄົມນັ້ນປານກາງ ແລະ ຄວາມເຄັງແຮງງານປານກາງ.

ປັດໄຈທີ່ສະທ້ອນເຖິງປະລິມານຄຸນຄ່າຂອງຫົວໜ່ວຍສິນຄ້າໜຶ່ງ:

- ສະມັດຖະພາບແຮງງານ: ປະລິມານຄຸນຄ່າຂອງຫົວໜ່ວຍສິນຄ້າອັດຕາສ່ວນປີ້ນກັບສະມັດຖະພາບຂອງແຮງງານ. ໝາຍຄວາມວ່າເມື່ອສະມັດຖະພາບຂອງແຮງງານເພີ່ມຂຶ້ນປະລິມານຄຸນຄ່າຫຼຸດລົງ.

- ຄວາມເຂັ້ມແຮງງານ: ແມ່ນລະດັບຄວາມເຄັງຄັດແຮງງານ, ຄວາມໜາແໜ້ນສິ້ນເປືອງກໍາລັງແຮງງານໃນຫົວໜ່ວຍເວລາໜຶ່ງ. ເມື່ອຄວາມເຂັ້ມແຮງງານເພີ່ມຂຶ້ນຈໍານວນສິນຄ້າທີ່ຜະລິດອອກເພີ່ມຂຶ້ນ, ແຕ່ຄ່າສິ້ນເປືອງແຮງງານນາມມະທໍາກໍ່ເພີ່ມຂຶ້ນ. ດັ່ງນັ້ນ, ປະລິມານຄຸນຄ່າຂອງຫົວໜ່ວຍຜະລິດຕະພັນບໍ່ຫຼຸດລົງ.

- ລະດັບຄວາມສັບສົບຂອງແຮງງານ: ອີງຕາມລະດັບຄວາມສັບສົບຂອງແຮງງານສາມາດແບ່ງແຮງງານເປັນແຮງງານງ່າຍດາຍ ແລະ ແຮງງານສັບສົນ.

+ ແຮງງານງ່າຍດາຍ ແມ່ນແຮງງານຂອງທຸກຄົນທີ່ອອກແຮງງານມີສຸຂະພາບແຂງແຮງດີບໍ່ຈໍາເປັນຕ້ອງຜ່ານການຝຶກອົບຮົມ, ສະສົມປະສົບການກໍ່ສາມາດປະຕິບັດໄດ້.

+ ແຮງງານສັບສົນ ແມ່ນແຮງງານຈໍາເປັນຕ້ອງໄດ້ມີການຝຶກອົບຮົມ, ຝຶກຝົນໃຫ້ກາຍເປັນວິຊາສະເພາະທີ່ມີຜີມືທີ່ແນ່ນອນຈຶ່ງສາມາດດໍາເນີນການໄດ້.

ໃນເວລາດຽວກັນນັ້ນ, ແຮງງານສັບສົນໄດ້ສ້າງຄຸນຄ່າຫຼາຍກວ່າແຮງງານງ່າຍດາຍ. ທ້ອງຕະຫຼາດຈະກໍານົດອັດຕາສ່ວນແລກປ່ຽນລະຫວ່າງຫົວໜ່ວຍສິນຄ້າໂດຍແມ່ນແຮງງານສັບສົນເປັນຜູ້ຜະລິດກັບຫົວໜ່ວຍສິນຄ້າໂດຍແຮງງານງ່າຍດາຍເປັນຜູ້ຜະລິດອອກ.

ຄໍາຖາມ 6: ຈົ່ງໄຈ້ແຍກຕົ້ນກໍາເນີດ, ທາດແທ້, ພາລະບົດບາດຂອງເງິນ.

ເງິນ​ໄດ້​ປະກົດຂຶ້ນແມ່ນ​ຜົນສໍາເລັດຂອງ​ຂະ​ບວນວິວັດແຫ່ງການຂະຫຍາຍຕົວ​ອັນ​ຍາວ​ນານ​ຂອງ​ການ​ຜະລິດ ​ແລະ ການ​ແລກປ່ຽນ​ສິນຄ້າໃນປະຫວັດສາດ, ຂອງບັນດາຮູບຖານຄຸນຄ່າສິນຄ້າ.


ບັນດາຮູບຖານຄຸນຄ່າສິນຄ້າ

- ຮູບຖານທີ່ງ່າຍດາຍ (ຫຼື ບັງເອີນ)ຂອງຄຸນຄ່າ: ໃນຮູບຖານດັ່ງກ່າວນີ້, ສິນຄ້າອັນທໍາອິດໄດ້ສະແດງຄຸນຄ່າຂອງມັນຢູ່ໃນສິນຄ້າທີ່ສອງ, ສ່ວນສິນຄ້າທີ່ສອງເຮັດໜ້າທີ່ທຽບເທົ່າ. ຕົວຢ່າງ: ຝ້າຍ 1 ແມັດ ເທົ່າກັບ ເຂົ້າເປືອກ 5 ກິໂລກຣາມ.

- ຮູບຖານສົມບູນ (ເປີດກວ້າງ) ຂອງຄຸນຄ່າ: ເມື່ອຈໍານວນສິນຄ້າທີ່ແລກປ່ຽນໃນທ້ອງຕະຫຼາດຫຼາຍກວ່າ, ສິນຄ້າອັນ1ສາມາດແລກປ່ຽນກັບສິນຄ້າອື່ນໆໄດ້ຫຼາຍຢ່າງ. ຕົວຢ່າງ: ຝ້າຍ 1 ແມັດ ເທົ່າກັບ ເຂົ້າເປືອກ 5 ກິໂລກຣາມ, ເທົ່າກັບໄກ່ 1ໂຕ, ເທົ່າກັບ ເຫຼົ້າ 1ລິດ.

- ຮູບຖານລວມຂອງຄຸນຄ່າ: ເມື່ອສິນຄ້າພັດທະນາຂຶ້ນ, ການແລກປ່ຽນກາຍເປັນແຜ່ຫຼາຍຂື້ນ, ຕອນນີ້ມີສິນຄ້າໜຶ່ງຖືກແຍກອອກເປັນສິ່ງທຽບຄ່າລວມ. ສິ່ງທຽບຄ່າລວມສາມາດແລກປ່ຽນກັບທຸກສິນຄ້າ. ສິ່ງທຽບຄ່າລວມກາຍເປັນສື່ກາງຂອງການແລກປ່ຽນ. ​ແຕ່​ລະ​ທ້ອງ​ຖິ່ນ, ​ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີສິ່ງທຽບຄ່າລວມທີ່ແຕກຕ່າງກັນ. ຕົວຢ່າງ: ເຂົ້າເປືອກ 5 ກິໂລກຣາມ, ໄກ່ໜຶ່ງໂຕ, ເຫຼົ້າໜຶ່ງລິດ ເທົ່າກັບ ຝ້າຍ 1 ແມັດ, ເງິນ, ຄໍາມ ໄມ້ ...

- ຮູບຖານເງິນ: ເມື່ອຜະລິດ ແລະ ແລກປ່ຽນສິນຄ້າພັດທະນາສູງຂຶ້ນອີກ, ສິ່ງທຽບຄ່າລວມໄດ້ຖືກກໍານົດເປັນຄໍາ ແລະ ເງິນ ຕອນີ້ຮູບຖານເງິນໄດ້ເກີດຂຶ້ນ. ຕົວຢ່າງ: ເຂົ້າເປືອກ 5 ກິໂລກຣາມ, ໄກ່ໜຶ່ງໂຕ, ເຫຼົ້າໜຶ່ງລິດ ເທົ່າກັບຄໍາ 2 ກຣາມ.

ເມື່ອເງິນເກີດຂຶ້ນ, ໂລກຂອງສິນຄ້າໄດ້ແບ່ງອອກເປັນສອງຂົ້ວ: ຂົ້ວທີ່ໜຶ່ງແມ່ນບັນດາສິນຄ້າທົ່ວໄປ, ອີກຂົ້ວໜຶ່ງແມ່ນສິນຄ້າທີ່ເຮັດໜ້າເປັນເງິນ. ດັ່ງນັ້ນ, ເງິນແມ່ນສິນຄ້າພິເສດ, ທີ່ຖືກແຍກຕົວອອກເພື່ອເປັນສິ່ງທຽບຄ່າລວມມີລັກສະ ນະຄົງທີ່ໃຫ້ແກ່ສິນຄ້າທຸກຊະນິດ, ແມ່ນການສະແດງລວມຂອງຄຸນຄ່າພ້ອມກັນນັ້ນມັນສະແດງເຖິງການພົວພັນການຜະລິດລະຫວ່າງຜູ້ຜະລິດສິນຄ້າ, ນັ້ນແມ່ນທາດແທ້ຂອງເງິນ.

ພາລະບົດບາດຂອງເງິນ: ຍ້ອນເສດຖະກິດສິນຄ້າໄດ້ຮັບການພັດທະນາ, ເງິນມີ 5 ບົດບາດຄື:

- ເປັນໄມ້ຫຼາວັດແທກຄຸນຄ່າ: ເງິນໃຊ້ເພື່ອສະແດງ ແລະ ວັດແທກຄຸນຄ່າຂອງສິນຄ້າອື່ນໆ. ເພື່ອເຮັດໜ້າທີ່ພາລະບົດ ບາດດັ່ງກ່າວພຽງຕ້ອງການຈໍານວນເງິນໃນຈິນຕະນາການ, ບໍ່ຈໍາເປັນຕ້ອງມີເງິນສົດ. ຄຸນຄ່າຂອງສິນຄ້າໄດ້ສະແດງອອກດ້ວຍຈໍານວນເງິນທີ່ແນ່ນອນເອີ້ນວ່າ ລາຄາ. ໃນທ້ອງຕະຫຼາດ, ລາຄາສິນຄ້າໄດ້ຮັບຜົນກະທົບຈາກຫຼາຍປັດໄຈແຕ່ຄຸນຄ່າແມ່ນພື້ນຖານຂອງລາຄາ. ລາຄາໝູນວຽນຂຶ້ນລົງປິ່ນອ້ອມຄຸນຄ່າແຕ່ປະເມີນແລ້ວຂອບເຂດກວ້າງ ແລະ ໄລຍະເວລາຍາວນານ, ຜົນລວມລາຄາເທົ່າກັບຜົນລວມຄຸນຄ່າ.

- ເປັນພາຫະນະຈໍລະຈອນ: ເມື່ອເຮັດໜ້າທີ່ເປັນພາຫະນະຈໍລະຈອນ, ເງິນເປັນຕົວກາງໃນການແລກປ່ຽນສິນຄ້າ. ໃນການແລກປ່ຽນດັ່ງກ່າວນີ້ຕ້ອງເປັນເງິນສົດ, ຍ້ອນມີເງິນ ຂະບວນການຊື້ຂາຍຈຶ່ງມີຄວາມສະດວກສະບາຍຄືໄວກວ່າ, ໄກກວ່າ, ຫຼາຍກວ່າ. ການແລກປ່ຽນສິນຄ້າດໍາເນີນຕາມສູດ: ສ-ງ-ສ (H-T-H).

- ເປັນພາຫະນະທ່ອນແຮໄວ້ (ສະສົມ): ໃນເງື່ອນໄຂຈໍານວນເງິນຫຼາຍກວ່າຄວາມຕ້ອງການສໍາລັບການຈໍລະຈອນ, ເງິນໄດ້ຫຼຸດພົ້ນຈາກການຈໍລະຈອນພາຍໃຕ້ຮູບແບບທ່ອນແຮໄວ້. ເພື່ອເຮັດໜ້າທີ່ໃນການທ່ອນແຮ່ໄວ້, ເງິນຕາຈະຕ້ອງມີຄຸນຄ່າພຽງພໍຄື: ຄໍາ.

- ເປັນພາຫະນະຊໍາລະສະສາງ: ເງິນໃດ້ນໍາໃຊ້ເພື່ອຈ່າຍຊື້ສິນຄ້າ, ໃຊ້ໜີ້ສິນ, ເສຍພາສີ ... ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂອັນສະດວກໃຫ້ຜູ້ຂາຍ ແລະ ຜູ້ຊື້ຕອນຍັງບໍ່ທັນມີເງິນສົດ, ແຕ່ຂະນະດຽວກັນນັ້ນກໍ່ໄດ້ມີຄວາມສ່ຽງຄືບໍສາມາດຊໍາລະສະສາງ, ເກີດມີລະບົບຕ່ອງໂສ້ໃນໜີ້ສິນ.

- ເປັນເງິນຕາສາກົນ: ​ພາລະບົດບາດນີ້ປະກົດຂຶ້ນເມື່ອການ​ແລກປ່ຽນສິນຄ້າໄດ້ເປີດກວ້າງອອກສູ່ຕ່າງປະເທດ. ພາລະບົດບາດນີ້ຕ້ອງແມ່ນຄໍາ (ກ່ອນໜ້າລວມມີເງິນນໍາ) ກົງກັບການກໍານົດເນື້ອໃນ ແລະ ນໍ້າໜັກອັນແນ່ນອນ ຫຼື ຕະກຸນເງິນແຂງຄ່າໄດ້ເລືອກໃນ “ກະຕ່າຄຸນຄ່າ” ຊໍາລະສະສາງສາກົນ.

ສະຫຼູບລວມແລ້ວ, ທັງຫ້າພາລະບົດບາດຂອງເງິນມີການພົວພັນກັນຢ່າງສະໜິດແໜ້ນ, ພ້ອມດຽວກັນໄດ້ໃຫ້ເຫັນແຈ້ງດ້ານທາດແທ້ຂອງເງິນແມ່ນສິນຄ້າປະເພດພິເສດ.

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11