LEDUAN11 | CÂU HỎI - TRẢ LỜI ÔN THI MÔN ĐƯỜNG LỐI CHÍNH SÁCH CỦA ĐẢNG VÀ NHÀ NƯỚC CHXHCN VIỆT NAM

ຂໍ້ 01: ສະຫາຍຈົ່ງອະທິບາຍຄຸນລັກສະນະພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ?
ຕອບ:
+ ຈຸດໝາຍພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ.
  - ປະຕິບັດດ້ວຍຕົນເອງ ເຮັດໃຫ້ປະຊາຊົນຮັ່ງມີ ປະທດຊາດເຂັ້ມແຂງ ປະຊາທິປະໄຕ ຍຸຕິທໍາ ສີວິໄລ.
  - ພັດທະນາກຳລັງການຜະລິດ ປົດປ່ອຍກໍາລັງການຜະລິດວັດຖຸສິ່ງຂອງ ປັບປຸງຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
+ ກຳມະສິດ ແລະ ພາກສ່ວນເສດຖະກິດໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຫວຽດນາມ.
    ພັດທະນາຫຼາຍຮູບຫຼາຍແບບບັນດາຮູບການກໍາມະສິດ, ບັນດາພາກສ່ວນເສດຖະກິດ ບັນດາຮູບການວິສາຫະກິດ ໃນນັ້ນ ເສດຖະກິດຂອງລັດຮັກສາບົດບາດເປັນເຈົ້າພາທາງ.
+ ກ່ຽວກັບການແຈກຢາຍໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
  - ຍຸຕິທໍາໃນການແຈກຢາຍ ບັຍດາປັດໄຈ ບັນດາການຜະລິດ ເຂົ້າໃກ້ ແລະ ນໍາໃຊ້ບັນດາກະລະໂອກາດເງື່ອນໄຂພັດທະນາ ຫັນເປັນຫຼາຍຮູບຫຼາຍແບບບັນດາຮູບການ ແຈກຢາຍຕາມການປະກອບທຶນ ແຈກຢາຍໂດຍຜ່ານສະຫວັດດີການສັງຄົມ.
  - ດັດສົມການແຈກຢາຍຕາມລາຍຮັບ.
  - ສັມທຽບບັນດາກໍາໄລກັບບັນດາສັງຄົມ.
+ ການຄຸ້ມຄອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ
  - ໂດຍຜ່ານການຈັດຕັ້ງລັດ ຍຸດທະສາດ ແຜນການ ແລະ ນະໂຍບາຍເພື່ອແນ່ໃສ່ສ້າງປະຖົມປັດໃຈທາງດ້ານວັດຖຸໃຫ້ແກ່ລັດທິສັງຄົມນິຍົມ.
  - ລັດຄຸ້ມຄອງພື້ນຖານເສດຖະກິດຕະຫຼາດ ບົນພື້ນຖານຖອດຖອນບົດຮຽນ ໜູນໃຊ້ປະສົບການທີ່ມີການເລືອກເຟັ້ນ ວິທີການຄຸ້ມຄອງຂອງບັນດາປະເທດ ແນ່ໃສ່ແກ້ໄຂສາຍພົວພັນລະຫວ່າງການຈະເລີນເຕີບຕົວເສດຖະກິດ ກັບຄວາມກ້າວໜ້າຍຸຕິທໍາສັງຄົມ.

ຂໍ້ 02: ສະຫາຍຈົ່ງອະທິບາຍວິທີແກ້ໄຂພື້ນຖານ ເພື່ອພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຢູ່ຫວຽດນາມ?35
ຕອບ:
ມີ 5 ວິທີແກ້ໄຂ:

+ ສືບຕໍ່ຮັບຮູ້ ແລະ ປັບປຸງຄົບຊຸດສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
  - ເອກະພາບ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
  - ສືບຕໍ່ປັບປຸງຄົບຊຸດສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
  - ພັດທະນາເສດຖະກິດຫຼາຍພາກສ່ວນເພື່ອແນ່ໃສ່ລະດົມແຫຼ່ງກໍາລັງແຮງພັດທະນາເສດຖະກິດ.
+ ວິທີແກ້ໄຂ ຍູ້ແຮງທາງດ້ານອຸດສາຫະກໍາຫັນເປັນທັນສະໄໝບົນພື້ນຖານຄວາມກ້າວໜ້າວິທະຍາສາດເຕັກໂນໂລຢີ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ.
  - ກໍ່ສ້າງພື້ນຖານອຸດສາຫະກໍາແຫ່ງຊາດໃຫ້ເຂັ້ມແຂງ ຕ້ອງປ່ຽນແທນໂດຍພື້ນຖານ ບັນດາຂະແໜງການຕົ້ນຕໍ ໂດຍອີງໃສ່ກໍາລັງແຮງຊັບພະຍາກອນທໍາມະຊາດ ທີ່ມີມາແຕ່ດົນຈະມີທ່າອ່ຽງຫຼຸດລົງ.
  - ສືບຕໍ່ປະຕິບັດໃຫ້ມີປະສິດທິຜົນ ແຜນນະໂຍບາຍຈັດຕັ້ງ ໂຄງປະກອບກະສິກໍາຄືນໃໝ່ ພັດທະນາກະສິກໍາເສດຖະກິດຊນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃໝ່ ຕາມທິດກະສິດກໍາປອດສານຜິດ ກະສິກຳນິເວດວິທະຍາ ກະສິກະທັນສະໄໝ ສິວິໄລ.
+ ຂະຫຍາຍຕົວຄົບຖ້ວນຄົບຊຸດບັນດາປັດໄຈຕະຫຼາດ ແລະ ບັນດາປະເພດຕະຫຼາດ.
  - ສ້າງສະພາບແວດລ້ອມ (ສະພາບແວດລ້ອມທາງດ້ານກົດໝາຍ, ເສດຖະກິດສັງຄົມ) ເພື່ອເຮັດໃຫ້ບັນດາປັດໃຈຕະຫຼາດ ຂະຫຍາຍຕົວຢ່າງປອດໃສ ແລະ ມີປະສິດທິຜົນ.
  - ປ່ຽນແປງໃໝ່ ແລະ ປັບປຸງບູລະນະ ສະຖາບັນທາງດ້ານລາຄາ ການແກ້ງແຍ້ງແຂ່ງຂັນ ຄວບຄຸ້ມ ຜູກຂາດ ແກ້ໄຂການແກ້ງແຍ້ງກັນ ໂດຍສະເພາະແມ່ນຕະຫຼາດນໍາໃຊ້ວິທະຍາສາດເຕັກໂນໂລຢີ.
+ ຍົກສູງປະສິດທິຜົນການເຊື່ອມໂຍງເສດຖະກິດສາກົນ.
  - ຮັກສາແໜ້ນຄວາມເປັນເອກະລາດ ເປັນເຈົ້າຕົນເອງໃນການກໍານົກແຜນນະໂຍບາຍ ແນວທາງຍຸດທະສາດພັດທະນາເສດຖະກິດປະເທດຊາດ.
  - ຫັນເປັນຫຼາຍທິດຫຼາຍຕ່າວຫຼາຍຮູບຫຼາຍແບບການພົວພັນສາກົນ.
+ ຍົກສູງບົດບາດການນໍາພາຂອງພັກ ຄວາມສາມາດ ແລະ ປະສິດທິພາບການຄຸ້ມຄອງຂອງລັດ ຕໍ່ພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
  - ຍົກສູງຄາວມສາມາດໃນການກຳນົດແນວທາງ ແຜນນະໂຍບາຍ ແຜນພັດທະນາເສດຖະກິດສັງຄົມຂອງພັກ.
  - ຍູ້ແຮງການປະຕິຮູບກົງຈັກຄຸ້ມຄອງລັດກ່ຽວກັບເສດຖະກິດຕາມທິດ ເພີ່ມທະວີປະສິດທິພາບປະສິດທິຜົນການຄຸ້ມຄອງ.



ຂໍ້ 03: ສະຫາຍຈົ່ງອະທິບາຍທັດສະນະຫັນເປັນອຸດສະຫະກໍາຫັນເປັນທັນສະໄໝຕິດພັນກັບການພັດທະນາເສດຖະກິດພູມປັນຍາຢູ່VN?
ຕອບ:
+ ການຫັນເປັນອຸດສາຫະກໍາຫັນເປັນທັນສະໄໝຈໍາເປັນຕ້ອງຕິດພັນກັບການພັດທະນາເສດຖະກິດພູມປັນຍາ ແລະ ເສດຖະກິດເລກ.
+ ພັດທະນາໄວ ແລະ ໜັ້ນຄົງອີງໃສ່ສ່ວນຫຼາຍແມ່ນວິທະຍາສາດເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ຫົວຄິດປະດິດສ້າງ
+ ຍົກສູງຄຸນນະພາບບົດບັນຍັດເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມ ເພື່ອສົ່ງເສີມໃຫ້ເປັນອຸດສະຫະກໍາຫັນເປັນທັນສະໄໝ.
+ ປຸກລະດົມຄວາມມຸ້ງມາດປາດຖະໜາຂອງຊົນຊັ້ນ ທີ່ສີວິໄລເຈດຈໍານົງເຂັ້ມແງດ້ວຍຍຕົນເອງ ແລະ ເພີ່ມທະວີກໍາລັງແຮງມະຫາສາມັກຄີທົ່ວປວງຊົນ ເພື່ອສົ່ງເສີມການຫັນອຸດສາຫະກໍາຫັນທັນເປັນສະໄໝ ເອົາມະນຸດຄົນເຮົາເປົນໃຈກາງ ແລະ ເປັນກໍາລັງສໍາຄັນຂອງການພັດທະນາ.
+ ພັດທະນາວິທະຍາສາດເຕັກໂນໂລຢີ ແມ່ນພື້ນຖານກໍາລັງໜູນການການຫັນເປັນອຸດສາຫະກໍາຫັນເປັນທັນສະໄໝປະເທດ.
+ ກໍ່ສ້າງພື້ນຖານເສດຖະກິດເອກະລາດເປັນເຈົ້າຕົນເອງບົນພື້ນຖານທາງດ້ານເຕັກໂນໂລຢີ ແລະ ເປັນເຈົ້າການຕັ້ງໜ້າຫັນເປັນຫຼາຍຮູບການຕະຫຼາດ ຍົກສູງປັບລະບົບພື້ນຖານເສດຖະກິດ ເພີ່ມທະວີກໍາລັງພາຍໃນເປັນປັດໄຈຕັດສິນ ທີ່ຕິດກັບກໍາລັງພາຍນອກ ແລະ ກໍາລັງຂອງສະໄໝ.

4. ສະຫາຍຈົ່ງອະທິບາຍວິທີການແກ້ໄຂ ເພື່ອຍູ້ແຮງຫັນເປັນອຸດສະຫະກໍາຫັນເປັນທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາຢູ່VN?

ວິທີການແກ້ໄຂຫັນເປັນອຸດສະຫະກໍາຫັນເປັນທັນສະໄໝຢູ່ຫວຽດນາມ ມີຢູ່ 5 ວິທີການຄື:

j ໃຫບູລິມະສິດຂະຫຍາຍແຫຼ່ງບຸກຄະລາກອນ: ປ່ຽນແປງໃໝ່ໂດຍພື້ນຖານຮອບດ້ານການສຶກສາ ແລະ ກໍ່ສ້າງຍົກສູງຄຸນນະພາບແຫຼ່ງບຸກຄະລາກອນ, ພັດທະນາແຫຼ່ງບຸກຄະລາກອນເຕັກນິກ, ສ້າງຖັນແຖວສີມືແຮງງານ(ມີຄວາມຊໍານານງານ),ປະຕິບັັດການສຶກສາຊັ້ນອະນຸບານ, ປະຖົມພາກບັງຄັບໃຫ້ທົ່ວເຖິງ ແລະ ຈັດຕັ້ງບົບໂຮງຮຽນຄືນໃໝ່.

k ພັດທະນາວິທະຍາສາດເຕັກໂນໂລຢີປ່ຽນແປງໃໝ່: ປ່ຽນແປງໃໝ່ການເຄື່ອນໄຫວ ຄຸ້ມຄອງວິທະຍາສາດເຕັກໂນໂລຢີໃຫ້ເຂັ້ມແຂງ, ພັດທະນາວິທະຍາສາດເຕັກໂນໂລຢີທີ່ເປັນປາຍແຫຼມປະກອບສ່ວນບັນດາບັນຫາຮີບດ່ວນໂດຍກົງ, ຖືເອົາເຕັກໂນໂລຢີເປັນພື້ນຖານເສດຖະກິດເປັນມາດຖານຕີລາຄາໝາກຜົນຂອງການເຄື່ອນໄຫວ ແລະ ການເຊື່ອມໂຍງຮ່ວມມືສາກົນກ່ຽວກັບວິທະຍາສາດເຕັກໂນໂລຢີ.

l ສ້າງແຫຼ່ງທຶນລົງທຶນການຍູ້ແຮງຫັນເປັນອຸດສາຫະກໍາຫັນເປັນທັນສະໄໝຕິດພັນກັບພູມປັນຍາ: ເພີ່ມທະວີການສະສົມທຶນຢູ່ພາຍໃນພື້ນຖານເສດຖະກິດ, ນໍາໃຊ້ທຶນລົງທຶນຈາກງົບປະມານຂອງລັດ ແລະ ພັນທະບັດຂອງລັດໃຫ້ມີປະສິດທິຜົນຈັດຕັ້ງຕະຫຼາດການເງິນ, ເງິນຕາຄືນໃໝ່ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ນໍາໃຊ້ທຶນຈາກພາຍນອກຢ່າງມີປະສິດທິຜົນ.

m ເປີດກວ້າງ ແລະ ຍົກສູງປະສິດທິຜົນທາງດ້ານເສດຖະກິດການພົວພັນຕ່າງປະເທດ: ຍົກສູງລະດັບ ແລະ ຄຸນນະພາບການເຊື່ອມໂຍງສາກົນ ເພື່ອເປີດກວ້າງຕະຫຼາດ ຍາດແຍ່ງແຫຼ່ງທຶນເຕັກໂນໂລຢີຄວາມຮູ້.

n ຮັບປະກັນສະຖຽນລະພາບທາງດ້ານການເມືອງເສດຖະກິດສັງຄົມ ເພີ່ມທະວີບົດບາດການນໍາພາຂອງພັກ ແລະ ຍົກສູງປະສິດທິພາບການຄຸ້ມຄອງລັດ: ຕ້ອງຮັບປະກັນສະຖຽນລະພາບທາງດ້ານເສດຖະກິດ ກ່ອນອື່ນໝົດແມ່ນສະຖຽນລະພາບທາງດ້ານຕະຫຼາດ, ລາຄາ ຕ້ອງຄວບຄຸ້ມໄດ້ໄພເງິນເພີ້ ແລະ ຕ້ອງຮັບປະກັນສະຖຽນລະພາບທາງດ້ານສັງຄົມ, ປະຊາຊົນມີຄວາມເຊື່ອໜັ້ນຕໍ່ການເຄື່ອນໄຫວລົງທຶນຂອງຄົນ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

5. ສະຫາຍຈົ່ງຍົກບົດບາດຂອງການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ຟູມເຟືອຍຢູ່ຫວຽດນາມໃນປັດຈຸບັນ?

ບົດບາດຂອງການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ຟູມເຟືອຍຢູ່ຫວຽດນາມ ມີຢູ່ 6ບົດບາດດັ່ງນີ້:

- ມີບົດບາດສໍາຄັນໃນການປະຕິບັດນະໂຍບາຍຂອງພັກກ່ຽວກັບການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ຟູມເຟືອຍ.

- ມີບົດບາດສໍາຄັນໃນການປົກປ້ອງຊັບສົມບັດ ບັນດາຜົນປະໂຫຍດຖືກຕ້ອງກົດໝາຍຂອງລັດ, ການຈັດຕັ້ງ, ບຸກຄົນ.

- ປະກອບສ່ວນສໍາຄັນໃນການຮັກສາຄວາມສະຫງົບທາງດ້ານການເມືອງ, ປົກປັກຮັກສາຜົນສໍາເລັດອງການປະຕິວັດສັງຄົມນິຍົມ.

- ມີບົດບາດສໍາຄັນໃນການປົກປັກຮັກສາລັດ ແລະ ຍົກສູງປະສິດທິພາບ ປະສິດທິຜົນຂອງການຄຸ້ມຄອງລັດ.

- ມີບົດບາດສໍາຄັນໃນການປ້ອງກັນແກ້ໄຂບັນດາພຶດຕິກໍາການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ຟູມເຟືອຍ ຂອງຜູ້ທີ່ມີຖານະຕໍາແໜ່ງ, ມີສິດອໍານາດໃນການຈັດຕັ້ງ, ເກັບກູ້ຄືນຊັບສິນໃຫ້ລັດ ແລະ ການຈັດຕັ້ງ.

- ມີບົດບາດສໍາຄັນໃນການປະຕິບັດບັນດາສັນຍາວ້າດ້ວຍການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ຟູມເຟືອຍ ທີ່ສ ສຫວຽດນາມໄດ້ລົງນາມກັບບັນດາປະເທດໃນໂລກ ແລະ ເປີດກວ້າງການຮ່ວມມືສາກົນ.



6. ສະຫາຍຈົ່ງຍົກບັນດາຄຸນລັກສະນະພື້ນຖານສິດທິມະນຸດ?

- ລັກສະນະແຜ່ຫຼາຍທົ່ວໄປ ແລະ ລັກສະນະຂຶ້ນກັບສະພາບການປະຫວັດສາດ ວັດທະນະທໍາ ຊາດ ສາສະໜາ: ລັກສະນະແຜ່ຫຼາຍທົ່ວໄປໝາຍຄວາມວ່າສິດທິມະນຸດຂຶ້ນກັບໝົດທຸກຄົນ ບໍ່ໄດ້ຈໍາເເນກເຊື້ອຊາດ, ຊົນຊາດ, ຜິວໜັງ ເພດ, ໄວ, ພາສາ, ສາສະໜາ, ຖານະທາງເສດຖະກິດ ແລະ ບັນດາເງື່ອນໄຂອື່ນໆ.

- ລັກສະນະບໍ່ສາມາດມອບໂອນ: ບັນດາສິດທິມະນຸດແມ່ນບັນດາສິດທີ່ບໍ່ສາມາດມອບໃຫ້ ເຈລະຈາ ຫຼື ຖືກຍຶດເອົາຕາມລໍາພັງໃຈຍ້ອນວ່າມັນຂຶຶ້ນກັບກໍາມະສິດຂອງແຕ່ລະຄົນ ບໍ່ວ່າຖານະເຂົາເຈົ້າໃນພື້ນຖານວັດຖະນະທໍາ ຫຼື ລະບົບກົດໝາຍຄືແນວໃດ ກໍ່ບໍ່ສາມາດເອົາສິດຜູ້ນີ້ໂອນໃຫ້ຜູ້ອື່ນ.

- ລ/ນບໍ່ສາມາດແບ່ງປັນ: ບັນດາສິດທິມະນຸດເຖິງວ່າຢູ່ໃນຂົງເຂດການເມືອງ, ພົນລະເມືອງ, ເສດຖະກິດ-ສັງຄົມ,ວັດທະນະທໍາລ້ວນແຕ່ມີຄຸນຄ່າ ຄວາມສໍາຄັນຄືກັນ ບໍ່ມີສິດໃດສໍາຄັນກວ່າສິດໃດ.

- ລ/ນພົວພັນ ແລະ ຂຶ້ນຕໍ່ກັນລະຫວ່າງບັນດາສິດທິມະນຸດ: ທາງດ້ານພົນລະເຮືອນ, ການເມືອງ, ເສດຖະກິດ-ສັງຄົມ,ວັດທະນະທໍາ ແມ່ນລວມຍອດເປັນລະບົບໜຶ່ງທີ່ບໍ່ສາມາດແຍກອອກຈາກກັນໄດ້, ການພົວພັນຂຶ້ນຕໍ່ກັນ ແລະ ການກະທົບໄປມາເຊິ່ງກັນ ແລະ ກັນສິດນີ້ຂຶ້ນກັບສິດອື່ນ ແລະ ກົງກັນຂ້າມກັນ.



7. ສະຫາຍຈົ່ງຍົກບັນດາບົດຮຽນກ່ຽວກັບການປົກປັກຮັກສາປະເທດຊາດຂອງພັກຄອມມູນິດຫວຽດນາມໃນສະໄໝປ່ຽນແປງໃໝ່?

- ຮັບຮູ້ຢ່າງຖືກຕ້ອງ ແລະ ຄົບຖ້ວນກ່ຽວກັບສອງໜ້າທີ່ຍຸດທະສາດ ການກໍ່ສ້າງແລະ ປ້ອງກັນປະເທດ ແລະ ສ້າງສາຍພົວພັນສັດຈະວິພາກລະຫວ່າງສອງໜ້າທີ່ຍຸດທະສາດນີ້ນັບມື້ນັບຈະແຈ້ງ ລເິກເຊິງກວ່າ.

- ມີການຮັບຮູ້ໃໝ່ກ່ຽວກັບຈຸດໝາຍໜ້າທີ່ໃນການປ້ອງກັນປະເທດນັບມື້ນັບເໝາະສົມກັບສະພາບການທົ່ວໂລກໃນຂອບເຂດພາຍໃນປະເທດ.

- ຮັບຮູ້ກ່ຽວກັບທັດສະນະ ແລະ ທິດນໍາຊີ້ນໍາການປ້ອງກັນປະເທດນັບມື້ນັບຮອບດ້ານ ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນການປ້ອງກັນປະເທດ.

- ຄວາມຮັບຮູ້ກ່ຽວກັບກໍາລັງແຮງສັງລວມ ແລະ ກໍາລັງການປ້ອງກັນປະເທດນັບມື້ນັບຄົບຖ້ວນກວ່າ.

- ຄວາມຮັບຮູ້ວິທີການປ້ອງກັນປະເທດໃນສະພາບການໃໝ່ກໍ່ມີບັນດາເນື້ອໃນປັບປຸງ ແລະ ການຂະຫຍາຍຕົວ.

- ຄວາມຮັບຮູ້ນັບມື້ນັບຄົບຖ້ວນກ່ຽວກັບການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນຕິດພັນກັບການກໍ່ສ້າງປະຊາຊົນ, ການຕໍ່ໃນການປ້ອງກັນປະເທດຕິດພັນກັບການປ້ອງກັນຄວາມສະຫງົບ.

- ຄວາມຮູ້ຈະແຈ້ງກວ່າ, ຄົບຖ້ວນກວ່າ, ກ່ຽວກັບບົດບາດນໍາພາຂອງພັກຕໍ່ກັບທະຫານຕໍ່ກັບໜ້າທີ່ປ້ອງກັນປະເທດ.

- ມີຄວາມຮູ້ກ່ຽວກັບຄູ່ຮ່ວມມື, ເປົ້າໝາຍ ມີບາດກ້າວຂະຫຍາຍອັນໃໝ່ມີການສັງເຂບເບິ່ງແບບສັດຈະວິພາກ.



8. ຈົ່ງຍົກບັນດາທັດສະນະຂອງພັກຄອມມູນິດຫວຽດນາມເພື່ອປົກປັກຮັກສາປະເທດຊາດໃນສະພາບການປະຈຸບັນ?

- ຮັກສາຢ່າງໜັ້ນຄົງບົດບາດນໍາພາຢ່າງເດັຂາດ ແລະ ໂດຍກົງກ່ຽວກັບວິທີການຂອງພັກ ສໍາລັບພາລະກິດປ້ອງກັນປະເທດ.

- ໜັ້ນຄົງຢຶດໜັ້ນຈຸດໝາຍເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ ເອົາການຮັກສາສິ່ງແວດລ້ອມສັນຕິພາບ ແລະ ຄວາມສະຫງົບ ເພື່ອພັດທະນາເສດຖະກິດສັງຄົມ ຜົນປະໂຫຍດອັນສູງສຸດຂອງປະເທດ.

- ສົມທົບຢ່າງສະໜິດແໜ້ນສອງໜ້າທີ່ຍຸດທະສາດ ກໍ່ສ້າງຢ່າງສໍາເລັດສັງຄົມນິຍົມ ກັບການປົກປັກຮັກສາຢ່າງໜັ້ນຄົງປະເທດຊາດຫວຽດນາມ. ກໍາລັງແຮງພາຍໃນເປັນປັດໄຈຕັດສິນ, ໜ້າທີ່ພັດທະນາເສດຖະກິດເປັນໃຈກາງ, ກໍ່ສ້າງພັກເປັນຫຼັກແຫຼ່ງ. ສົມທົບສະໜິດແໜ້ນບັນດາໜ້າທີ່ເສດຖະກິດປ້ອງກັນຄວາມສະຫງົບ, ປ້ອງກັນຊາດ ພົວພັນກັບຕ່າງປະເທດ.

- ກໍ່ສ້າງກໍາລັງແຮງສັງລວມກ່ຽວກັບການເມືອງແນວຄິດ, ເສດຖະກິດ, ວັດທະນະທໍາ ສັງຄົມ ປກສ, ປກຊ ການພົວພັນຕ່າງປະເທດ. ເສີມກໍາລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນຂອງລະບົບການເມືອງພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງບໍລິຫານລັດ, ເອົາກໍາລັງອາວຸດເປັນຫຼັກແຫຼ່ງ ເພີ່ມທະວີທາງດ້ານ ປກສ, ປກຊ ທີ່ເໝາະສົມກັບສະພາບການໃໝ່.

- ພະຍາຍາມເສີມຂະຫຍາຍດ້ານພາຍໃນ ພ້ອມດຽວກັນນັ້ນຊ່ວຍເອົາການຂຸດຂົ້ນການຮ່ວມມືພາຍນອກ, ເດັດາດແນວທາງເປັນເຈົ້າຕົນເອງ ເອກະລາດນະໂຍບາຍພົວພັນຕ່າງປະເທດທີ່ເປີດກວ້າງຫັນເປັນຫຼາຍຮູບຫຼາຍດ້ານຫຼາຍທິດ ຕາມທັດສະນະເພິ່ງໝູ່ສັດຕູທັງຮ່ວມມືທັງຕໍ່ສູ້.

- ເປັນເຈົ້າການໃນການສະກັດກັ້ນ, ພົບເຫັນຢ່າງວ່ອງໄວ ແລະ ບັນດາປັດໄຈພາຍໃນ ທີ່ສາມາດເກີດຂຶ້ນ ການປ່ຽນແປງຢ່າງກະທັນຫັນ ທີ່ບໍ່ສະດວກ.



9. ສະຫາຍຈົ່ງຍົກບັນດາທັດສະນະຫຼັກມູນຂອງການສຶກສາຢູ່ຫວຽດນາມ? (ສົມທຽບຫຼັກມູນຂອງການສຶກສາຢູ່ສປປລາວ)

v ຫຼັກມູນຂອງການສຶກສາຢູ່ຫວຽດນາມ ມີ 3 ຫຼັກມູນຄື:

- ການຮຽນໄປຄຽງຄູ່ກັບການປະຕິບັດຕົວຈິງ.

- ທິດສະດີຕິດພັນກັບພຶດຕິກຳ.

- ການສຶກສາໃນໂຮງຮຽນ ສົມທົບກັບການສຶກສາໃນຄອບຄົວ ແລະ ການສຶກສາສັງຄົມ.

v ສົມທຽບຫຼັກມູນຂອງການສຶກສາຢູ່ສປປລາວ ມີ 5 ຫຼັກມູນຄື:

- ຄຸນສົມບັດສຶກສາ.

- ປັນຍາສຶກສາ.

- ແຮງງານສຶກສາ.

- ພະລະສຶກສາ.

- ສິລະປະສຶກສາ.



10. ຈົ່ງຍົກບົດບາດຕົ້ນຕໍຂອງວິທະຍາສາດເຕັກໂນໂລຊີຕໍ່ພາລະກິດຫັນເປັນອຸດສາຫະກໍາຫັັນເປັນທັນສະໄໝ ເຊື່ອມໂຍງສາກົນ?

- ບົດບາດຕົ້ນຕໍຂອງວິທະຍາສາດເຕັກໂນໂລຢີຕໍ່ພາລະກິດຫັນເປັນອຸດສາຫະກໍາຫັັນເປັນທັນສະໄໝ ເຊື່ອມໂຍງສາກົນ ແມ່ນກໍາລັງການຜະລິດໂດຍກົງຂອງຂະບວນວິວັດການຜະລິດສັງຄົມ.

- ບົດບາດຕົ້ນຕໍຂອງວິທະຍາສາດເຕັກໂນໂລຢີຕໍ່ພາລະກິດຫັນເປັນອຸດສາຫະກໍາຫັັນເປັນທັນສະໄໝ ເຊື່ອມໂຍງສາກົນ ແມ່ນພື້ນຖານເງື່ອນໄຂນະໂຍບາຍແຫ່ງຊາດ, ກ້າວໜ້າກໍາລັງໜູນ ກຸນແຈຊຸກຍູ້ການພັດທະນາປະເທດຊາດວ່ອງໄວ ຢືນຍົງ.

- ບົດບາດຕົ້ນຕໍຂອງວິທະຍາສາດເຕັກໂນໂລຢີຕໍ່ພາລະກິດຫັນເປັນອຸດສາຫະກໍາຫັັນເປັນທັນສະໄໝ ເຊື່ອມໂຍງສາກົນແມ່ນປະກອບສ່ວນກໍ່ສ້າງພື້ນຖານວັດທະນະທໍາຫວຽດນາມ ທີ່ເຕັມໄປດ້ວຍສີສັນລັກສະນະຊາດ.

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11