LEDUAN11 | CÂU HỎI - TRẢ LỜI ÔN THI MÔN CHỦ NGHĨA XÃ HỘI KHOA HỌC

ຂໍ້ 01: ຈົ່ງອະທິບາຍລັກສະນະຈໍາເປັນຂອງພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນ? ສົມທຽບກັບຊົນຊັ້ນກໍາມະກອນຢູ່ ລາວ ໃນປັດຈຸບັນມີຄືແນວໃດ? ໜ້າ 385
ຕອບ:
+ ຕາມລັດທິມາກ-ເລນິນ, ຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ກ້າວໜ້າກ່ວາໝູ່, ເປັນກໍາລັງແຮງສັງຄົມອັນໜຶ່ງອັນດຽວທີ່ມີພາລະກໍາປະຫວັດສາດໃນການລົບລ້າງລະບອບທຶນນິຍົມ, ລົບລ້າງລະບອບຄົນຂູດຮີດຄົນ, ປົດປ່ອຍຊົນຊັ້ນກໍາມະກອນ, ຊາວຜູ່ອອກແຮງງານ ແລະ ປົດປ່ອຍມະນຸດສາດທັງໝົດອອກຈາກຄວາມທຸກຍາກ ແລະ ຫຼ້າຫຼັງ, ເພື່ອກໍ່ສ້າງສັງຄົມໃໝ່, ສັງຄົມນິຍົມ ແລະ ລັດທິຄອມມຸຍນິດ.
    ພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນເລີ່ມຕົ້ນຈາກບັນດາສະຖານະພາບເສດຖະກິດ-ສັງຄົມ ພາວະວິໄສດັ່ງນີ້:
  - ຍ້ອນສະຖານະດ້ານເສດຖະກິດຂອງຊົນຊັ້ນກໍາມະກອນເປັນຜູ້ກໍານົດ.
  - ຍ້ອນລັກສະນະພິເສດດ້ານການເມືອງ-ສັງຄົມຂອງຊົນຊັ້ນກໍາມະກອນເປັນຜູ້ກໍານົດ.
  - ຍ້ອນຂໍ້ຄັດແຍ່ງພື້ນຖານຂອງລັດທິທຶນນິຍົມເປັນຜູ້ກໍານົດ.
+ ສົມທຽບກັບຊົນຊັ້ນກໍາມະກອນຢູ່ ລາວ ໃນປັດຈຸບັນມີຄືແນວໃດ?
...............................................................................................................

ຂໍ້ 02: ຈົ່ງອະທິບາຍຄວາມສໍານຶກ; ລັກສະນະຈໍາເປັນຂອງພັນທະພາບລະຫວ່າງຊົນຊັ້ນກໍາມະກອນ ກັບ ຊົນຊັ້ນຊາວກະສີກອນ ແລະ ປັນຍາຊົນໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ? ສົມທຽບກັບການກໍ່ສ້າງກ້ອນພັນທະພາບ ລະຫວ່າງ ກໍາມະກອນ-ຊາວກະສິກອນ-ປັນຍາຊົນ ຢູ່ລາວໃນປະຈຸບັນ?
ຕອບ:
+ ຄວາມສໍານຶກ: ພັນທະພາບລະຫວ່າງຊົນຊັ້ນກໍາມະກອນ-ຊາວກະສີກອນ ແລະ ປັນຍາຊົນໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມແມ່ນຄວາມສາມັກຄີ, ຮ່ວມມື, ຊ່ວຍເຫຼືອລະຫວ່າງບັນດາຊົນຊັ້ນ-ຊັ້ນຄົນພາຍໃຕ້ການນໍາພາຂອງຊົນຊັ້ນກໍາມະກອນເພື່ອຜົນປະໂຫຍດລວມ ແລະ ສ້າງກໍາລັງສໍາພັນທະມິດຂຶ້ນໃນການຂະບວນການປະຕິບັດພາລະກໍາປົດປ່ອຍຊົນຊັ້ນ, ສັງຄົມ ແລະ ມະນຸດ.
+ ລັກສະນະຈໍາເປັນໄດ້ສະແດງອອກດັ່ງນີ້:
  - ໜຶ່ງ: ພິຈາລະນາພາຍໃຕ້ຮູບການດ້ານເສດຖະກິດ-ເຕັກນິກ ແລະ ການແບ່ງແຮງງານ, ເລີ່ມແຕ່ຄວາມຮຽກຮ້ອງຕ້ອງການພາວະວິໄສຂອງຂະບວນການຜະລິດ, ໃນສັງຄົມຈໍາເປັນຕ້ອງເກີດຂຶ້ນບັນດາຂົງເຂດເສດຖະກິດພື້ນຖານ ເຊັ່ນ: ອຸດສະຫະກໍາ, ກະສິກໍາ, ວິທະຍາສາດ ແລະ ເຕັກໂນໂລຊີດ, ການບໍລິການ, ... ການເກີດຂຶ້ນພື້ນຖານເສດຖະກິດແຫ່ງຊາດເອກະພາບ ແລະ ສ້າງຂຶ້ນພື້ນຖານດ້ານວັດຖຸ-ເຕັກນິກທີ່ຈໍາເປັນໃຫ້ແກ່ຂະບວນການກໍ່ສ້າງລັດທິສັງຄົມນິຍົມ.
  - ສອງ: ພິຈາລະນາພາຍໃຕ້ຮູບການດ້ານການເມືອງ-ສັງຄົມໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ, ພັນທະພາບລະຫວ່າງຊົນຊັ້ນກໍາມະກອນ-ຊາວນາ ແລະ ປັນຍາຊົນ ແນ່ໃສ່ເສີມຂະຫຍາຍກໍາລັງແຮງສັງລວມເພື່ອປະຕິຮູບສັງຄົມເກົ່າ, ກໍ່ສ້າງລະບອບສັງຄົມໃໝ່ພາຍໃຕ້ການນໍາພາຂອງພັກ.
+ ສົມທຽບກັບການກໍ່ສ້າງກ້ອນພັນທະພາບ ລະຫວ່າງ ກໍາມະກອນ-ຊາວກະສິກອນ-ປັນຍາຊົນ ຢູ່ລາວໃນປະຈຸບັນ:
...............................................................................................................

ຂໍ້ 03: ຈົ່ງອະທິບາຍບັນດາຜົນສໍາເລັດຂອງລັດທິສັງຄົມນິຍົມໃນໄລຍະແຕ່ປີ 1991 ມາຮອດປັດຈຸບັນ? ຈົ່ງຍົກບັນດາຜົນສໍາ ເລັດທາງດ້ານທິດສະດີໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ?
ຕອບ: 
ບັນດາຜົນສໍາເລັດຂອງລັດທິສັງຄົມນິຍົມໃນໄລຍະແຕ່ປີ 1991 ມາຮອດປັດຈຸບັນ:
+ ໜຶ່ງ: ດ້ານທິດສະດີ: ການປະຕິຮູບ, ການປ່ຽນແປງໃໝ່ເຮັດໃຫ້ເກີດການຮັບຮູ້ໃໝ່ໃນດ້ານຮູບແບບ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
+ ສອງ: ພຶດຕິກໍາໃນການກໍ່ສ້າງສັງຄົມນິຍົມ:
  - ດ້ານເສດຖະກິດ: ໃນສະໄໝປະຕິຮູບ ແລະ ປ່ຽນແປງໃໝ່ບັນດາປະເທດສັງຄົມນິຍົມໄດ້ຮັກສາເສດຖະກິດຈະເລີນເຕີບໂຕ, ຕໍ່ເນື່ອງ, ຊີວິດການເປັນຢູ່ທາງວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການຕອບສະໜອງດີກວ່າເກົ່າ.
  - ດ້ານການເມືອງ-ສັງຄົມ: ໃນບັນດາປະເທດສັງຄົມນິຍົມ, ບົດບາດການນໍາພາຂອງພັກຄອມມຸຍນິດໄດ້ປັບປຸງ ແລະ ເສີມຂະຫຍາຍ, ຍົກສູງ, ຄວາມເຊື່ອໝັ້ນ; ດ້ານການເມືອງ-ສັງຄົມມີຄວາມສະຫງົບ, ເພີ່ມທະວີການກໍ່ສ້າງ, ສໍາເລັດສົມບູນລັດແຫ່ງອໍານາດກົດໝາຍສັງຄົມນິຍົມ, ເປີດກວ້າງສິດເປັນເຈົ້າຂອງປະຊາຊົນໄດ້ຮັບການເສີມຂະຫຍາຍ; ວຽກງານກໍ່ສ້າງ, ສໍາເລັດສົມບູນລະບົບການເມືອງ.
+ ບັນດາຜົນສໍາເລັດທາງດ້ານທິດສະດີໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ:
...............................................................................................................

ຂໍ້ 04: ຈົ່ງອະທິບາຍສາຍພົວພັນລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ປ່ຽນແປງໃໝ່ດ້ານການເມືອງໃນຂະບວນ ວິວັດກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ? ສົມທຽບການໝູນໃຊ້ສາຍພົວພັນນີ້ກັບ ສປປ ລາວ? ໜ້າ603
ຕອບ:
+ ສາຍພົວພັນໄດ້ສະແດງອອກໃນ 3 ດ້ານຄື:
  - ປ່ຽນແປງໃໝ່ກົດບັນຍັດດ້ານເສດຖະກິດ ແລະ ປ່ຽນແປງໃໝ່ກົດບັນຍັດດ້ານການເມືອງຈໍາເປັນຕ້ອງແມ່ນພັກນໍາພາ ແລະ ຍ້ອນຈຸດໝາຍຮັບປະກັນຮັກສາຢ່າງໝັ້ນຄົງທິດທາງສັງຄົມນິຍົມຂອງການພັດທະນາ.
  - ປ່ຽນແປງໃໝ່ກົດບັນຍັດດ້ານເສດຖະກິດ ແລະ ປ່ຽນແປງໃໝ່ກົດບັນຍັດດ້ານການເມືອງຈໍາເປັນຕ້ອງຮັບປະກັນການພັດທະນາຄົບຊຸດຂອງທັງເສດຖະກິດ ແລະ ການເມືອງ.
  - ເອົາພຶດຕິກໍາຕົວຈິງໃນປະເທດ ແລະ ສາກົນເປັນຫຼັກຖານດັດປັບສາຍພົວພັນລະຫວ່າງປ່ຽນແປງໃໝ່ກົດບັນຍັດດ້ານເສດຖະກິດ ແລະ ປ່ຽນແປງໃໝ່ກົດບັນຍັດດ້ານການເມືອງ.
+ ສົມທຽບການໝູນໃຊ້ສາຍພົວພັນນີ້ກັບ ສປປ ລາວ?
...............................................................................................................

ຂໍ້ 05: ລັດທິສັງຄົມນິຍົມທີ່ແທ້ຈິງແມ່ນຫຍັງ? ຈົ່ງໄຈ້ແຍກບັນດາຄຸນລັກສະນະທາດແທ້ຂອງລັດທິສັງຄົມນິຍົມທີ່ແທ້ຈິງມີ ຄືແນວໃດ? ໜ້າ447
ຕອບ:
+ ລັດທິສັງຄົມນິຍົມທີ່ແທ້ຈິງແມ່ນລະບອບສັງຄົມໜຶ່ງທີ່ໄດ້ສ້າງຂຶ້ນບົນບັນດາຫຼັກມູນຂອງລັດທິສັງຄົມນິຍົມວິທະຍາສາດ, ພາຍຫຼັງທີ່ຊົນຊັ້ນກໍາມະກອນ, ພາຍໃຕ້ການນໍາພາຂອງພັກຄອມມຸຍນິດ, ຍາດເອົາອໍານາດມາໄດ້, ກໍ່ສ້າງສັງຄົມໃໝ່ມີກໍາລັງການຜະລິດທີ່ພັດທະນາ ແລະ ການພົວພັນການຜະລິດທີ່ກ້າວໜ້າດ້ວຍໂຄງບົນທາງດ້ານການເມືອງ ແລະ ວັດທະນະທໍາທີ່ສອດຄ່ອງ...
+ ບັນດາຄຸນລັກສະນະທາດແທ້ຂອງລັດທິສັງຄົມນິຍົມທີ່ແທ້ຈິງມີ ຄື:
  - ດ້ານເສດຖະກິດ: ແມ່ນສັງຄົມໜຶ່ງໂດຍອີງໃສ່ກໍາລັງການຜະລິດທີ່ກ້າວໜ້າ ແລະ ການພົວພັນການຜະລິດດ້ວຍລະບອບກໍາມະສິດສ່ວນລວມໄດ້ຮັບການກໍ່ສ້າງປັບປຸງເທື່ອລະກ້າວ.
  - ດ້ານການເມືອງ: ສັງຄົມສັງຄົມນິຍົມແມ່ນສັງຄົມປະຊາທິປະໄຕ, ລັດໃນສັງຄົມນີ້ແມ່ນລັດແຫ່ງອໍານາດກົດໝາຍສັງຄົມນິຍົມ.
  - ດ້ານວັດທະນະທໍາ: ວັດທະນະທໍາໄດ້ຂະຫຍາຍຕົວຢ່າງກົມກຽວບົນພື້ນຖານຮັບເອົາບັນດາຄຸນຄ່າທີ່ດີຢ້ຽມຂອງວັດທະນະທໍາມະນຸດດ້ວຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ-ປະເທດ.
  - ດ້ານສັງຄົມ: ປະຕິບັດຄວາມສະເໝີພາບ, ຍຸຕິທໍາສັງຄົມລະຫວ່າງຄົນກັບຄົນ, ລະຫວ່າງບັນດາຊາດ ແລະ ລະຫວ່າງບັນດາເຜົ່າຊົນ.
  - ດ້ານມະນຸດ: ຄົນເຮົາມີກໍາລັງຄວາມສາມາດຄົບຖ້ວນ, ມີຄຸນຄ່າ, ຄຸນສົມບັດ, ມີແບບແຜນການດໍາລົງຊີວິດທີ່ດີງາມ ເພື່ອກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ.
  - ດ້ານການພົວພັນການຕ່າງປະເທດ: ສັງຄົມສັງຄົມນິຍົມແມ່ນສັງຄົມແກ້ໄຂບັນດາສາຍພົວພັນລະຫວ່າງຊົນຊັ້ນ-ຊົນຊາດ-ສາກົນບົນຫຼັກການສັນຕິພາບ, ມິດຕະພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ບໍ່ລ່ວງລໍ້າອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ.

ຂໍ້ 06: ຈົ່ງອະທິບາຍບັນດາສາເຫດອັດຕະວິໄສພາໄປເຖິງວິກິດການຂອງລັດທິສັງຄົມນິຍົມທີ່ແທ້ຈິງຢູ່ ລັດເຊຍ ແລະ ເອີຣົບ ຕາເວັນອອກ? ໜ້າ467
ຕອບ:
+ ຍ້ອນ 4 ສາຍເຫດອັດຕະວິໄສ ດັ່ງນີ້:
  - ໜຶ່ງ: ມີຂໍ້ຈໍາກັດໃນການສະຫຼູບພຶດຕິກໍາຕົວຈິງ, ປັບປຸງທິດສະດີຂອງພັກຄອມມຸຍນິດ, ລັດທິສັງຄົມນິຍົມໃນການຊອກຫາຮູບແບບໃຫ້ສອດຄ່ອງກັບປະເທດ ແລະ ຊາດຕົນເອງ.
  - ສອງ: ບັນດາຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງໃນແນວທາງການເມືອງ, ການເຄື່ອນໄຫວບໍມີປະສິດທິຜົນຂອງລະບົບການເມືອງ ແລະ ກົດໝາຍສັງຄົມນິຍົມ.
  - ສາມ: ຢູ່ໃນຫຼາຍປະເທດ, ວຽກງານກໍ່ສ້າງພັກຖືກລະເມີດໂດຍພື້ນຖານ.
  - ສີ່: ຄວາມຂັດແຍ່ງ, ແຕກແຍກຄວາມສາມັກຄີ, ຂາດຄວາມເປັນເອກະພາບພາຍໃນລະບົບສັງຄົມນິຍົມ.

ຂໍ້ 07: ຈົ່ງອະທິບາຍບັນດາບົດຮຽນປະສົບການຕໍ່ກັບການປະຕິວັດຫວຽດນາມ ຜ່ານການລົ້ມລະລາຍຂອງຮູບແບບການກໍ່ສ້າງລັດທິສັງຄົມນິຍົມທີ່ແທ້ຈິງ? ຄວາມໝາຍຂອງບັນດາບົດຮຽນເຫຼົ່ານີ້ຕໍ່ກັບການປະຕິວັດລາວ? ໜ້າ471
ຕອບ:
+ ບັນດາບົດຮຽນປະສົບການ, ສະແດງອອກດັ່ງນີ້:
  - ຍຶດຖືລັດທິມາກ-ເລນິນ, ຮັກສາແໜ້ນແນວທາງລັດທິສັງຄົມນິຍົມໃນຂະບວນວິວັດປ່ຽນແປງໃໝ່ກໍ່ສ້າງສັງຄົມນິຍົມ.
  - ສົມທົບການສະຫຼຸບປະຫວັດສາດທັງຕິດພັນກັບການສະຫຼຸບພຶດຕິກໍາຕົວຈິງຂອງຂະບວນວິວັດການກໍ່ສ້າງສັງຄົມນິຍົມ ເພື່ອກໍານົດແນວທາງຍຸດທະສາດໃຫ້ສອດຄ່ອງ ແລະ ບັນດາກໍາລັງໜູນພັດທະນາປະເທດຊາດ.
  - ຍຶດຖືປະດິດສ້າງ ແລະ ມີຫຼັກການໃນການປ່ຽນແປງໃໝ່ພາລະກິດກໍ່ລັດທິສັງຄົມນິຍົມໃນປັດຈຸບັນ.
  - ສືບທອດສັດຈະວິພາກບັນດາຄຸນຄ່າແຜ່ຫຼາຍທົ່ວໄປຂອງມະນຸດທີ່ບັນລຸໄດ້ໃນປະຫວັດສາດຂອງມວນມະນຸດ ເພື່ອຂະຫຍາຍຕົວໃນຂະບວນວິວັດກໍ່ສ້າງລະບອບສັງຄົມນິຍົມທີ່ດີເລີດ.
  - ຍຶດໜັ້ນຮັກສາແໜ້ນບົດບາດການນໍາພາຂອງພັກຄອມມູນິດ, ບໍ່ຍອມຮັບຫຼາຍພັກຫຼາຍຝ່າຍກົງກັນຂ້າມ, ບົນພື້ນຖານຮັກສາແໜ້ນພືື້ນຖານແນວຄິດຂອງພັກແມ່ນລັດທິມາກເລນິນ, ແນວຄິດໂຮ່-ຈີ໋-ມິນ.
  - ຕໍ່ສູ້ກັບບັນດາທັດສະນະຜິດພາດ ແລະ ລັດທິຊາດແບບຂວາຈັດ, ປົກປັກຮັກສາພື້ນຖານແນວຄິດ, ບົດບາດນໍາພາຂອງພັກຄອມມຸຍນິດ ໃນຂະບວນວິວັດກໍ່ສ້າງສັງຄົມນິຍົມ ແມ່ນມີຄວາມຈໍາເປັນເອົາໃຈໃສ່ເປັນພິເສດໃນສະພາບການຂອງຫວຽດ ນາມໃນປັດຈຸບັນ.
+ ຄວາມໝາຍຂອງບັນດາບົດຮຽນເຫຼົ່ານີ້ຕໍ່ກັບການປະຕິວັດລາວ:
...............................................................................................................

ຂໍ້ 08: ຈົ່ງອະທິບາຍລັກສະນະຈໍາເປັນຂອງການປະຕິຮູບປ່ຽນແປງໃໝ່ຂອງລັດທິສັງຄົມນິຍົມໃນໄລຍະ ແຕ່ປີ 1991 ມາຮອດ ປັດຈຸບັນ? ໜ້າ480
ຕອບ:
ການປະຕິຮູບ, ປ່ຽນແປງໃໝ່ລັດທິສັງຄົມນິຍົມ, ປະກອບມີ 4 ລັກສະນະຄື:
  - ເລີ່ມຕົ້ນຈາກວິກິດການຂອງຮູບຖານສັງຄົມນິຍົມແບບເກົ່າ.
  - ເລີ່ມຈາກການພັດທະນາຂອງໂລກໃນປະຈຸບັນ.
  - ເລີ່ມຈາກຄວາມຕ້ອງການໃນການພັດທະນາພາຍຂອງແຕ່ລະປະເທດ, ຊົນເຜົ່າ.
  - ເລີ່ມຈາກທາດແທ້ວິທະຍາສາດ, ການປະຕິບັດທີ່ມີໃນຕົວຂອງລັດທິມາກເລນິນ.

ຂໍ້ 09: ຈົ່ງອະທິບາຍບັນດາຄຸນລັກສະນະພື້ນຖານຂອງລັດທິສັງຄົມນິຍົມຢູ່ຫວຽດນາມ? ຈົ່ງຍົກໂຄງການໆເມືອງກໍ່ສ້າງປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ (ສະບັບປັບປຸງ ແລະ ຂະຫຍາຍປີ 2011)? ສົມທຽບກັບການປະ ຕິບັດຄຸນລັກສະນະ ‘
ໂດຍປະຊາຊົນເປັນເຈົ້າ’’ ຢູ່ປະເທດລາວ?ໜ້າ514
ຕອບ:
+ ປະກອບມີ 8 ລັກສະນະຄື:
  - ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສະເໝີພາບ, ຍຸຕິທໍາ, ປະຊາທິປະໄຕ ສີວິໄລ.
  - ໂດຍປະຊາຊົນເປັນເຈົ້າ.
  - ພື້ນຖານເສດຖະກິດຂະຫຍາຍຕົວສູງ, ອີງໃສ່ກໍາລັງການຜະລິດທີ່ທັນສະໄໝ ແລະ ພົວພັນການຜະລິດສອດຄ່ອງກັບການຂະຫຍາຍຕົວຂອງກໍາລັງການຜະລິດ.
  - ມີພື້ນຖານວັດທະນະທໍາເຕັມໄປດ້ວຍສີສັນເອກະລັກຂອງຊາດ.
  - ຄົນເຮົາໄດ້ຮັບການປົດປ່ອຍຈາກການກົດຂີ່ຂູດຮີດ, ຍຸຕິທໍາ ມີຊີວິດອີ່ມໜໍາສໍາລານ ມີຄວາມເສລີພາບ ຄວາມສາມາດພັດທະນາຮອບດ້ານ.
  - ບັນດາຊົນເຜົ່າໃນວົງຄະນະຍາດຫວຽດນາມມີຄວາມສະເໝີພາບ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນພ້ອມກັນກ້າວໜ້າ.
  - ລັດແຫ່ງອໍານາດກົດໝາຍສັງຄົມນິຍົມເປັນຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ພາຍໃຕ້ການນໍາພາຂອງພັກຄອມມູນິດ.
  - ມີການພົວພັນຮ່ວມມືກັບບັນດາປະເທດໃນໂລກ.
+ ໂຄງການໆເມືອງກໍ່ສ້າງປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ (ສະບັບປັບປຸງ ແລະ ຂະຫຍາຍປີ 2011) ປະກອບມີ 8 ການປັບປຸງຄື:
  - ຊຸກຍູ້ແຮງການຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດຊາດ, ຕິດພັນ​ກັບ​ການ​ພັດທະນາ​ເສດຖະກິດ, ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ.
  - ພັດທະນາເສດຖະກິດຕະຫຼາດ, ຕາມທິດກ້າວຂຶ້ນລັດທິສັງຄົມນິຍົມ.
  - ສ້າງພື້ນຖານ​ວັດ​ທະ​ນະ​ທໍາ​ທີ່​ກ້າວ​ຫນ້າ​ ມີ​ລັກ​ສະ​ນະ​ຂອງ​ຊາດ​; ສ້າງ​ຊັບພະຍາກອນມະນຸດ, ຍົກສູງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງໃຫ້ສັງຄົມມີຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ.
  - ມີພື້ນຖານວັດທະນະທໍາເຕັມໄປດ້ວຍສີສັນເອກະລັກຂອງຊາດ.
  - ຮັບປະກັນ​ສະຖຽນນະພາບທາງດ້ານ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.
  - ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດຢ່າງ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ​ຮ່ວມ​ມື ​ແລະ ພ້ອມກັນພັດທະນາ; ເອົາໃຈໃສ່ຕັ້ງໜ້າການ​ເຊື່ອມ​ໂຍງ​ກັບ​ສາກົນ.
  - ກໍ່ສ້າງ​ພື້ນຖານປະຊາທິປະ​ໄຕ​ສັງຄົມ​ນິຍົມ, ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສາມັກຄີໃນ​ທົ່ວປວງຊົນ​, ​ເສີມ​ຂະຫຍາຍ​ ​ຄວາມເປັນ​ເອກະ​ພາບຂອງທຸກຊົນເຜົ່າ.
  - ສ້າງ​ລັດ​ແຫ່ງກົດ​ໝາຍ​ສັງ​ຄົມ​ນິ​ຍົມ, ເປັນ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ.
  - ກໍ່ສ້າງພັກທີ່ປອດໄສ, ເຂັ້ມແຂງ ແລະ ໝັ້ນຄົງ.
+ ສົມທຽບກັບການປະ ຕິບັດຄຸນລັກສະນະ ‘
ໂດຍປະຊາຊົນເປັນເຈົ້າ’’ ຢູ່ປະເທດລາວ?
...............................................................................................................

ຂໍ້ 10: ຈົ່ງອະທິບາຍບັນດາທິດທາງພື້ນຖານກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ?
ຕອບ:
+ ບັນດາທິດທາງພື້ນຖານກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມສະແດງອອກ 7 ທິດທາງພື້ນຖານ ດັ່ງນີ້
  - ກໍ່ສ້າງລັດສັງຄົມນິຍົມ, ລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ຖືເອົາພັນທະພາບຊົນຊັ້ນກໍາມະກອນກັບຊົນຊັ້ນຊາວນາ ແລະ ຊັ້ນປັນຍາຊົນເປັນພື້ນຖານໂດຍພັກຄອມຸນິດນໍາພາ.
  - ພັດທະນາກໍາລັງການຜະລິດ, ຫັນເປັນປະເທດອຸດສະຫະກໍາຕາມທິດທັນສະໄໝຕິດພັນກັບການພັດທະນາພື້ນຖານກະສິກໍາຮອບດ້ານແມ່ນໜ້າທີ່ໃຈກາງແນ່ໃສ່ກໍ່ສ້າງພື້ນຖານວັດຖຸ-ເຕັກນິກຂອງລັດທິສັງຄົມນິຍົມເທື່ອລະກ້າວ.
  - ສອດຄ່ອງກັບການຂະຫຍາຍຕົວຂອງກໍາລັງການຜະລິດ, ສ້າງຕັ້ງສາຍພົວພັນການຜະລິດສັງຄົມນິຍົມເທື່ອລະກ້າວເລີ່ມຈາກຕໍ່າຫາສູງກັບຫຼາຍຮູບຫຼາຍແບບດ້ານຮູບການກໍາມະສິດ. ພັດທະນາພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນຕາມທິດສັງຄົມນິຍົມ.
  - ດໍາເນີນການປະຕິວັດສັງຄົມນິຍົມໃນຂົງເຂດແນວຄິດ ແລະ ວັດທະນະທໍາເຮັດໃຫ້ໂລກະທັດມາກ-ເລນິນ ແລະ ແນວຄິດ, ຄຸນສົມບັດ ໂຮ່ຈີມິນຮັກສາທີ່ຕັ້ງເປັນເຈົ້າພາທາງໃນການດໍາລົງຊີວິດທາງດ້ານຈິດໃຈສັງຄົມ.
  - ປະຕິບັດນະໂຍບາຍມະຫາສາມັກຄີຊົນຊາດ.
  - ກໍ່ສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດແມ່ນສອງໜ້າທີ່ຍຸດທະສາດຂອງການປະຕິວັດຫວຽດນາມ.
  - ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງເທົ່າທຽມກັບໜ້າທີ່.

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11