ຂໍ້ 1: ສະຫາຍຈົ່ງອະທິບາຍບັນດາຄຸນລັກສະນະຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ ຫວຽດນາມ?
ຂໍ້ 2: ສະຫາຍຈົ່ງອະທິບາຍວິທີການແກ້ໄຂພື້ນຖານເພື່ອພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິ ຍົມຢູ່ ຫວຽດນາມ?
ຂໍ້ 3: ສະຫາຍຈົ່ງອະທິບາຍທັດສະນະການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາຂອງຫວຽດນາມ?
ຂໍ້ 4: ສະຫາຍຈົ່ງອະທິບາຍວິທີການແກ້ໄຂເພື່ອຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາຢູ່ຫວຽດນາມ?
ຂໍ້ 5: ສະຫາຍຈົ່ງຍົກບົດບາດຂອງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຟຸມເຟືອຍຢູ່ ຫວຽດນາມໃນປັດຈຸບັນ?
ຂໍ້ 6: ສະຫາຍຈົ່ງຍົກບັນດາຄຸນລັກສະນະພື້ນຖານຂອງສິດທິມະນຸດ?
ຂໍ້ 7: ສະຫາຍຈົ່ງໃຫ້ຮູ້ບັນດາບົດຮຽນກ່ຽວກັບການປົກປັກຮັກສາປະເທດຊາດຂອງພັກຄອມມຸຍນິດຫວຽດນາມ ໃນສະໄໝປ່ຽນແປງໃໝ່?
ຂໍ້ 8: ຈົ່ງຍົກບັນດາທັດສະນະຂອງພັກຄອມມຸຍນິດ ຫວຽດນາມ ເພື່ອປົກປັກຮັກສາປະເທດຊາດ ໃນສະພາບການປັດຈຸບັນ?
ຂໍ້ 9: ສະຫາຍຈົ່ງຍົກລັກສະນະ, ຫຼັກມູນ ຂອງການສຶກສາຫວຽດນາມ?
ຂໍ້ 10: ສະຫາຍຈົ່ງຍົກບົດບາດຕົ້ນຕໍຂອງວິທະຍາສາດ ແລະ ເຕັກໂນໂລຊີ ຕໍ່ກັບພາລະກິດຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ເຊື່ອມໂຍງກັບສາກົນ?
LEDUAN11 | ĐỀ THI MÔN KHOA HỌC XÃ HỘI
ຂໍ້ 1: ຈົ່ງອະທິບາຍລັກສະນະຈຳເປັນຂອງພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນ? ສົມທຽງກັບ ຊົນຊັ້ນກຳມະກອນຢູ່ ລາວ ໃນປັດຈຸບັນມີຄືແນວໃດ?
ຂໍ້ 2: ຈົ່ງອະທິບາຍຄວາມສຳນຶກ; ລັກສະນະຈຳເປັນຂອງພັນທະພາບລະຫວ່າງຊົນຊັ້ນກຳມະກອນ ກັບ ຊົນຊັ້ນຊາວກະສິກອນ ແລະ ປັນຍາຊົນໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ? ສົມທຽບກັບ ການ ກໍ່ສ້າງກ້ອນ ພັນທະພາບ ລະຫວ່າງກຳມະກອນ - ຊາວກະສິກອນ - ປັນຍາຊົນ ຢູ່ລາວໃນປະຈຸບັນ?
ຂໍ້ 3: ຈົ່ງອະທິບາຍບັນດາຜົນສຳເລັດຂອງລັດທິສັງຄົມນິຍົມໃນໄລຍະແຕ່ປີ 1991 ມາຮອດປັດຈຸບັນ? ຈົ່ງຍົກບັນດາຜົນສຳເລັດທາງດ້ານທິດສະດີໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງພັກປະຊາຊົນ ປະຕິວັດລາວ?
ຂໍ້ 4: ຈົ່ງອະທິບາຍສາຍພົວພັນລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ປ່ຽນແປງໃໝ່ດ້ານການເມືອງໃນຂະບວນວິວັດກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ? ສົມທຽບການໝູນໃຊ້ສາຍພົວພັນນີ້ກັບ ສປປລາວ?
ຂໍ້ 5: ລັດທິສັງຄົມນິຍົມທີ່ແທ້ຈິງແມ່ນຫຍັງ? ຈົ່ງໄຈ້ແຍກບັນດາຄຸນລັກສະນະທາດແທ້ຂອງລັດທິສັງຄົມນິຍົມທີ່ແທ້ຈິງມີຄືແນວໃດ?
ຂໍ້ 6: ຈົ່ງອະທິບາຍບັນດາສາຍເຫດອັດຕະວິໄສພາໄປເຖິງວິກິດການຂອງລັດທິສັງຄົມນິຍົມທີ່ແທ້ຈິງຢູ່ ລັດເຊຍ ແລະ ເອີຣົບຕາເວັນອອກ?
ຂໍ້ 7: ຈົ່ງອະທິບາຍບັນດາບົດຮຽນປະສົບການຕໍ່ກັບການປະຕິວັດຫວຽດນາມ ຜ່ານການລົ້ມລະລາຍຂອງ ຮູບແບບການກໍ່ສ້າງລັດທິສັງຄົມນິຍົມທີ່ແທ້ຈິງ? ຄວາມໝາຍຂອງບັນດາບົດຮຽນເຫຼົ່ານີ້ຕໍ່ກັບການປະຕິວັດຢູ່ ລາວ?
ຂໍ້ 8: ຈົ່ງອະທິບາຍລັກສະນະຈຳເປັນຂອງການປະຕິຮູບປ່ຽນແປງໃໝ່ຂອງລັດທິສັງຄົມນິຍົມໃນໄລຍະ ແຕ່ປີ 1991 ມາຮອດປັດຈຸບັນ?
ຂໍ້ 9: ຈົ່ງອະທິບາຍບັນດາຄຸນລັກສະນະພື້ນຖານຂອງລັດທິສັງຄົມນິຍົມຢູ່ຫວຽດນາມ? ຈົ່ງຍົກໂຄງການໆ ເມືອງກໍ່ສ້າງປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ (ສະບັບປັບປຸງ ແລະ ຂະຫຍາຍປີ 2011)? ສົມທຽບກັບການປະຕິບັດ ຄຸນລັກສະນະ ‘‘ໂດຍປະຊາຊົນເປັນເຈົ້າ’’ ຢູ່ປະເທດລາວ?
ຂໍ້ 10: ຈົ່ງອະທິບາຍບັນດາທິດທາງພື້ນຖານກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ?
LEDUAN11 | ĐỀ THI MÔN KINH TẾ CHÍNH TRỊ
ຂໍ້ 2: ຈົ່ງໄຈ້ແຍກບັນດາເງື່ອນໄຂກຳເນີດຂອງການຜະລິດສິນຄ້າ, ບັນດາທ່າໄດ້ປຽບຂອງການຜະລິດສິນຄ້າຖ້າທຽບໃສ່ເສດຖະກິດທຳມະຊາດ?
ຂໍ້ 3: ປະລິມານຄຸນຄ່າຂອງສິນຄ້າແມ່ນຫຍັງ? ຈົ່ງຍົກບັນດາປັດໃຈສ້າງຜົນສະທ້ອນເຖິງປະລິມານຄຸນຄ່າ ຂອງສິນຄ້າ?
ຂໍ້ 4: ທຶນແມ່ນຫຍັງ? ທຶນບໍ່ປ່ຽນແປງ, ທຶນປ່ຽນແປງແມ່ນຄືແນວໃດ?
ຂໍ້ 5: ຈົ່ງໄຈ້ແຍກເນື້ອໃນ; ຄວາມຮຽກຮ້ອງຕ້ອງການ; ພາລະບົດບາດ, ຄຸນປະໂຫຍດຂອງກົດເກນຄຸນຄ່າ?
ຂໍ້ 6: ຄຸນຄ່າສ່ວນເກີດແມ່ນຫຍັງ? ຍ້ອນຫຍັງຈຶ່ງເວົ້າວ່າ ກຳລັງແຮງງານແມ່ນຕົ້ນກຳເນີດໜຶ່ງດຽວໃນ ການສ້າງ ຄຸນຄ່າສ່ວນເກີນ?
ຂໍ້ 7: ບໍລິສັດຫຸ້ນສ່ວນແມ່ນຫຍັງ, ຈົ່ງຍົກໂຄງປະກອບຂອງບໍລິສັດຫຸ້ນສ່ວນ, ຈົ່ງຍົກຊື່ຂອງ 5 ບໍລິສັດຫຸ້ນສ່ວນຢູ່ປະເທດລາວ ທີ່ສະຫາຍຮູ້?
ຂໍ້ 8: ຈົ່ງອະທິບາຍບັນດາສາຍເຫດພາໃຫ້ເກີດການຜູກຂາດໃນລັດທິທຶນນິຍົມ?
ຂໍ້ 9: ຈົ່ງອະທິບາຍຄວາມສາມາດພາວະວິໄສ ແລະ ປະຖົມປັດໃຈອັດຕະວິໄສຂອງການຂ້າມຜ່ານກ້າວ ຂຶ້ນລັດທິສັງຄົມນິຍົມ ໂດຍບໍ່ຜ່ານລະບອບທຶນນິຍົມຢູ່ຫວຽດນາມ?
ຂໍ້ 10: ຈົ່ງຍົກບັນດາໜ້າທີ່ເສດຖະກິດພື້ນຖານໃນສະໄໝ ຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມຢູ່ ຫວຽດນາມ? ສົມທຽງກັບບັນດາໜ້າທີ່ເຫຼົ່ານັ້ນໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມຢູ່ ສປປລາວ ໃນປັດຈຸບັນ?
Featured Posts
School Legislation
Class Schedule
News
Lesson
Visit
Various Techniques
Happy birthday
Student Information
Other
Maps
Exchange Rate
Followers
Views
View all