LEDUAN11 | ĐỀ THI MÔN LỊCH SỬ ĐẢNG
ວິຊາ ປະຫວັດສາດຂອງພັກ
ຂໍ້ 01: ເນື້ອໃນໂຄງການການເມືອງທຳອິດທີ່ໄດ້ຮັບຮອງຜ່ານໃນກອງປະຊຸມສ້າງຕັ້ງພັກຄອມມຸຍນິດ ຫວຽດນາມ (2/3/1930)?ຂໍ້ 02: ຈົ່ງຍົກເນື້ອໃນຂອງແນວທາງປ່ຽນແປງໃໝ່ ທີ່ໄດ້ຮັບຮອງຜ່ານ ໃນກອງປະຊຸມໃຫຍ່ ຜູ່ແທນທົ່ວປະເທດ, ຄັ້ງທີ VI ຂອງພັກຄອມມຸຍນິດ ຫວຽດນາມ (12 - 1986)?
ຂໍ້ 03: ສະຫາຍເຂົ້າໃຈຄືແນວໃດ ແມ່ນເອກະລາດແຫ່ງຊາດ? ຄືແນວໃດແມ່ນ ລັດທິສັງຄົມນິຍົມ?
ຂໍ້ 04: ກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ ຄອມມຸຍນິດ ຫວຽດນາມ ໄດ້ວາງທິດທາງ ໃດແດ່ເພື່ອກໍ່ສ້າງ, ປັບປຸງພັກ, ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງຕໍ່ສູ້ຂອງພັກ.
ຂໍ້ 05: ສະຫາຍຈົ່ງຍົກບັນດາຜົນສຳເລັດ ທາງດ້ານພຶດຕິກຳຕົວຈິງ ຂອງການສ້າງຕັ້ງພັກ ຄອມມຸຍນິດ ຫວຽດນາມ?
ຂໍ້ 06: ສະຫາຍຈົ່ງຍົກຄວາມໝາຍຂອງການປະຕິວັດ ສິງຫາ 1945 (ເດືອນ 8/1945) ?
ຂໍ້ 07: ສະຫາຍຈົ່ງອະທິບາຍໃຫ້ຈະແຈ້ງ ບັນດາຜົນສຳເລັດຂອງພັກ ຄອມມຸຍນິດຫວຽດນາມ ໃນຂະບວນວິວັດນຳພາການຕໍ່ຕ້ານ ອາເມລິກາ, ກູ້ຊາດ, ປົດປ່ອຍພາກໃຕ້, ເອກະພາບປະເທດຊາດໄດ້ຮັບໄຊຊະນະຢ່າງສົມບູນ (1954 - 1975)?
ຂໍ້ 08: ສະຫາຍຈົ່ງອະທິບາຍ ບັນດາຜົນສຳເລັດຕົວຈິງໃນຂົງເຂດເສດຖະກິດ ໃນຂະບວນວິວັດນຳພາ, ພາລະກິດປ່ຽນແປງໃໝ່ ຢູ່ຫວຽດນາມ ແຕ່ປີ 1986 ມາຮອດປັດຈຸບັນ?
ຂໍ້ 09: ສະຫາຍຈົ່ງຍົກໝາກຜົນຂອງວຽກງານ ກໍ່ສ້າງ, ປັບປຸງພັກ ແຕ່ ກອງປະຊຸມໃຫຍ່ຄັ້ງທີ VI (1986) ມາຮອດປັດຈຸບັນ ໂດຍສັງເຂບ?
ຂໍ້ 10: ຈົ່ງຍົກທິດທາງປະສານສົມທົບລະຫວ່າງການກໍ່ສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດໃນສະພາວະການໃໝ່.
LEDUAN11 | ĐỀ THI MÔN XÂY DỰNG ĐẢNG
ວິຊາ ກໍ່ສ້າງພັກ
ຂໍ້ 01: ສະຫາຍຈົ່ງຍົກບັນດາໜ້າທີ່ຂອງການຈັດຕັ້ງຮາກຖານພັກ?
ຂໍ້ 02: ສະຫາຍຈົ່ງຍົກບັນດາໜ້າທີ່ຂອງວຽກງານຫ້ອງການຂອງຄະນະພັກຮາກຖານ?
ຂໍ້ 03: ສະຫາຍຈົ່ງໃຫ້ຮູ້ບົດບາດຂອງພະນັກງານເວົ້າລວມຖືກສະແດງອອກຢ່າງລວມສູນຢູ່ໃນ ສາຍພົວພັນ ຕົ້ນຕໍ່ໃດແດ່?
ຂໍ້ 04: ສະຫາຍຈົ່ງຍົກບົດບາດວຽກງານພະນັກງານຂອງການຈັດຕັ້ງຮາກຖານພັກ?
ຂໍ້ 05: ສະຫາຍຈົ່ງຍົກແບບວິທີວຽກງານຂົນຂວາຍ ມະຫາຊົນ ຂອງການຈັກຕັ້ງຮາກຖານພັກ ໃນໄລຍະປະຈຸບັນ?
ຂໍ້ 06: ສະຫາຍຈົ່ງຍົກ ບົດບາດຂອງວຽກງານກວດກາ, ຕິດຕາມກວດກາ ຂອງການຈັດຕັ້ງຮາກຖານພັກ ໃນປະຈຸບັນ?
ຂໍ້ 07: ສະຫາຍຈົ່ງອະທິບາຍເນື້ອໃນວຽກງານແນວຄິດຂອງການຈັດຕັ້ງຮາກຖານພັກ? ສົມທຽບກັບວຽກ ງານແນວຄິດຂອງພັກປະຊາຊົນ ປະຕິວັດ ລາວ ໃນປະຈຸບັນ?
ຂໍ້ 08: ສະຫາຍຈົ່ງອະທິບາຍ ເນື້ອໃນວຽກງານສະມາຊິກພັກຂອງການຈັດຕັ້ງຮາກຖານພັກ? ສົມທຽບ ກັບພັກ ປະຊາຊົນ ປະຕິວັດ ລາວ ໃນປະຈຸບັນ?
ຂໍ້ 09: ສະຫາຍຈົ່ງອະທິບາຍບັນດາເນື້ອໃນພື້ນຖານຂອງ ມາກ ແລະ ອັງເກນ ໃນວຽກງານກໍ່ສ້າງພັກ ທາງ ດ້ານການຈັດຕັ້ງ. ສົມທຽບກັບພັກ ປະຊາຊົນ ປະຕິວັດ ລາວໃນປະຈຸບັນ ?
ຂໍ້ 10: ຈົ່ງອະທິບາຍ ບັນດາເນືອໃນພື້ນຖານຂອງຫຼັກການ ລວມສູນ ປະຊາທິປະໄຕ ຂອງພັກຄອມມຸຍນິດຫວຽດນາມ? ສົມທຽບກັບພັກ ປະຊາຊົນ ປະຕິວັດ ລາວໃນປະຈຸບັນ ?
Featured Posts
School Legislation
Class Schedule
News
Lesson
Visit
Various Techniques
Happy birthday
Student Information
Other
Maps
Exchange Rate
Followers
Views
View all