LEDUAN11 | BÀI PHÁT BIỂU CỦA BCSL LÀO K11 TẠI BUỔI GIAO LƯU, GẶP MẶT THÂN MẬT, NGÀY 29/10/2022

ບົດປະກອບຄໍາເຫັນຂອງຫ້ອງ ລາວ, ລຸ້ນ 11, ຄັ້ງວັນທີ 29/10/2022
ໃນງານພົບປະ, ສ້າງສັນ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ
(5/9/1962 - 5/9/2022)
ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ
(18/7/1977 - 18/7/2022).
Khamtoun OUNLIENVONGSACK, Lớp phó, Chủ tịch nhóm học viên Tỉnh Sạ Vắn Nạ Khệt )

- ຮຽນ: ບັນດາທ່ານການນຳ ຄະນະໂຄສະນາພັກແຂວງ; ຄະນະຈັດຕັ້ງພັກແຂວງ; ພະແນກພົວພັນຕ່າງປະເທດແຂວງ ແລະ ວິທະຍາໄລຄູແຂວງ ທີ່ນັບຖື.
- ຮຽນ: ທ່ານ ເຢືອງ-ເຮືອງ-ເຊີນ, ຜູ່ອໍານວຍການໂຮງຮຽນ ທີ່ນັບຖື.
- ຮຽນ: ບັນດາສະຫາຍພະນັກງານ, ຄູອາຈານ ທີ່ນັບຖື.
------------
    ມື້ນີ້, ຂ້າພະເຈົ້າໃນນາມຕາງໜ້າໃຫ້ນັກສຶກສາລາວ 50ສ/ຫ, ມີຄວາມຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າຮ່ວມງານ ພົບປະ, ສ້າງສັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ທີ່ຈັດຂຶ້ນໂດຍໂຮງຮຽນການເມືອງ ເລຢັວນ, ຄັ້ງວັນທີ 29/10/2022.
    ນີ້ແມ່ນເຫດການທີ່ມີຄວາມຫມາຍສໍາຄັນແນໃສ່ການທວນຄືນມູນເຊື້ອ ສາຍພົວພັນຄວາມສາມັກຄີທີ່ມີມາແຕ່ດົນນານ ຂອງສອງຊາດ, ຊ່ວຍຊຸກຍູ້ການຮ່ວມມືຮອບດ້ານ, ການເຂົ້າໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ, ຊ່ວຍໃຫ້ປະຊາຊົນສອງຊາດເວົ້າລວມ, ເວົ້າສະເພາະ ແມ່ນນັກສຶກສາລາວ ລຸ້ນ 11 ເຂົ້າໃຈຕໍ່ປະຫວັດສາດການປະຕິວັດ, ພັນທະມິດໃນການ ຕໍ່ສູ້ ຫວຽດ-ລາວ, ສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່ ໜຶ່ງບໍ່ມີສອງ ທີ່ຫາຍາກໃນໂລກ, ບໍ່ວ່າໃນສະໄໝສົງຄາມ ກໍ່ຄື ໃນປະຈຸບັນ.
    ນະໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈອັນລົ້ນເຫຼືອ ມາຍັງບັນດາທ່ານການນໍາຂອງແຂວງ, ການນໍາຂອງໂຮງຮຽນ, ບັນດາຄູອາຈານ ທີ່ໄດ້ສ້າງໂອກາດ, ອໍານວຍຄວາມສະດວກໃຫ້ແກ່ພວກຂ້າພະເຈົ້າ, ໄດ້ມາສຶກສາຮໍ່າຮຽນເອົາຄວາມຮູ້ຢູ່ໃນໂຮງຮຽນແຫ່ງນີ້ ກໍ່ຄື ການໄປທັດສະນະບັນດາຈຸດສໍາຄັນຕ່າງໆເພື່ອທອດຖອນເອົາບົດຮຽນ, ປະສົບການເມືອໝູນໃຊ້ຢູ່ກົມກອງທ້ອງຖິ່ນຂອງຕົນ.
    ທ້າຍສຸດນີ້, ຂໍອ່ວຍພອນໃຊໃຫ້ບັນດາທ່ານຜູ່ແທນ, ບັນດາຄູອາຈານ, ແຂກມີກຽດເຂົ້າຮ່ວມໃນງານຄັ້ງນີ້, ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດ...ຂໍອ່ວຍພອນໃຫ້ງານພົບປະ, ສ້າງສັນໃນມື້ນີ້ ຈົ່ງປະສົບຜົນສໍາເລັດ ເກີນຄາດໝາຍ, ຂໍອ່ວຍພອນ ໃຫ້ຄວາມສາມັກຄີ ພິເສດ ລາວ-ຫວຽດນາມ, ນັບມື້ນັບງອກງາມຕະຫຼອດກະລະນານ.
ຂໍຂອບໃຈ!

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11