LEDUAN11 | BÀI PHÁT BIỂU CỦA HIỆU TRƯỞNG TẠI BUỔI GIAO LƯU, GẶP MẶT THÂN MẬT, NGÀY 29/10/2022

ບົດປະກອບຄໍາເຫັນຂອງຜູ່ອໍານວຍການ ໃນງານພົບປະ, ສ້າງສັນ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ
(5/9/1962 - 5/9/2022)
ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 - 18/7/2022).
ຄັ້ງວັນທີ 29/10/2022
(Thầy giáo Dương Hương Sơn, Hiệu trưởng Trường chính trị Lê Duẩn)

ຂໍຮຽນ: ບັນດາສະຫາຍການນຳ ຄະນະໂຄສະນາພັກແຂວງ; ຄະນະຈັດຕັ້ງພັກແຂວງ; ພະແນກພົວພັນຕ່າງປະເທດແຂວງ ແລະ ວິທະຍາໄລຄູແຂວງ ທີ່ນັບຖື ແລະ ຮັກແພງ.
ຮຽນ: ບັນດາສະຫາຍພະນັກງານ, ຄູອາຈານ ແລະ ນັກສຶກສາທີ່ຮັກແພງທັງຫຼາຍ.
------------
    ພວກເຮົາສະແດງຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈຕໍ່ບາດກ້າວການຂະຫຍາຍຕົວຢ່າງໜັກແໜ້ນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ມື້ນີ້ທາງໂຮງຮຽນການເມືອງ ເລຢັວນ ພວກເຮົາພ້ອມກັນຈັດງານພົບປະ, ສ້າງສັນ ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ.
    ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍນ້ຳໃຈສາມັກຄີມິດຕະພາບຖານອ້າຍນ້ອງ ແລະ ຄວາມເບີກບານມ່ວນຊື່ນ ຮ່ວມກັນຂອງສອງຊາດ ຫວຽດນາມ-ລາວ, ພວກເຮົາສະແດງຄວາມຍິນດີຕ້ອນຮັບບັນດາສະຫາຍຕາງໜ້າການນຳຄະນະໂຄສະນາພັກແຂວງ; ຄະນະຈັດຕັ້ງພັກແຂວງ; ພະແນກພົວພັນຕ່າງປະເທດແຂວງ ແລະ ວິທະຍາໄລຄູ, ບັນດາຄູອາຈານສອນພາສາຫວຽດ ແລະ ພິເສດແມ່ນ ນັກສຶກສາ 50 ສະຫາຍຂອງຊຸດຮຽນທິດສະດີການເມືອງ ລະບົບກໍ່ສ້າງ, ຊຸດທີ 11 ສໍາລັບພະນັກງານ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ ສປປ ລາວ.
    ຕາງໜ້າການນຳໂຮງຮຽນຂໍສະແດງຄວາມຮັກແພງອັນອົບອຸ່ນ ແລະ ຄຳອ່ວຍພອນໄຊອັນປະເສີດມາຍັງບັນດາ ສະຫາຍ, ບັນດາທ່ານແຂກຜູ່ມີກຽດໃນທີ່ນີ້ດ້ວຍ.

ຮຽນບັນດາສະຫາຍ ແລະ ໝູ່ເພື່ອນ!

    ຫວຽດນາມ ແລະ ລາວ ແມ່ນສອງປະເທດເພື່ອນບ້ານໃກ້ຄຽງ, ໄດ້ກິນນ້ຳຮ່ວມກັນສາຍແມ່ນ້ຳຂອງ, ອີງຫຼັງໃສ່ສາຍພູຫຼວງຫຍິ່ງໃຫຍ່, ມີມູນເຊື້ອພົວພັນຢ່າງສັນຕິພາບ ແລະ ສະໜິດສະໜົມໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດ, 
ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງສອງຊາດ.
    ກ່ອນນີ້ 90 ກ່ວາປີ, ທັງສອງຊາດພວກເຮົາມີຄວາມມູ່ງມາດປາດຖະໜາອັນແຮງກ້າຢາກພົ້ນອອກຈາກ ແອກປົກຄອງຂອງລະບອບລ່າເມືອງຂຶ້ນ ເພື່ອຍາດເອົາເອກະລາດແຫ່ງຊາດ, ບັນພະບູລຸດ, ບັນດານັກປະຕິວັດ ຂອງສອງປະເທດໄດ້ ພ້ອມກັນສ້າງຕັ້ງພັກຄອມມູນິດ ອີນດູຈິນຂຶ້ນມາ - ເປັນອະດີດຂອງພັກຄອມມູນິດຫວຽດນາມ ແລະ ພັກ ປະຊາຊົນ ປະຕິວັດ ລາວ ໃນປະຈຸບັນ. ພາຍໃຕ້ການນຳພາຂອງພັກຄອມມູນິດອິນດູຈິນ, ຂະບວນການຕໍ່ສູ້ຂອງ ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ໄດ້ເກີດຂຶ້ນນັບມື້ນັບກ້ວາງຂວາງ ແລະ ຕິດພັນກັນຢ່າງສະໜິດແໜ້ນ ບົນນໍ້າໃຈເພີື່ອນມິດສະຫາຍ, ຄືອ້າຍນ້ອງຮ່ວມອຸທອນດຽວກັນ ແລະ ຮ່ວມກັນປະຕິວັດຊາດຢ່າງອົງອາດກ້າຫານ, ສາມາດສ້າງກຳລັງແຮງມະຫາສານ, ຊ່ວຍສອງຊາດຍາດເອົາໄດ້ອຳນາດການປົກຄອງໃນປີ 1945 ແລະ ສ້າງຕັ້ງ ລັດຖະບານ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ໃນວັນທີ 2/9/1945 ແລະ ລັດຖະບານ ລາວ ອິດສະຫຼະ, ໃນວັນທີ 12/10/1945.
    ໃນຊຸ່ມປີຕໍ່ໄປນັ້ນ, ກອງທັບ ແລະ ປະຊາຊົນສອງປະເທດພວກເຮົາສືບຕໍ່ຄຽງບ່າຄຽງໄລ່ກັນ, ພ້ອມກັນຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະອັນສະຫງ່າລາສີຢູ່ທັງສອງເບື້ອງຂອງສາຍພູຫຼວງ ແລະ ເສັ້ນທາງໂຮ່ຈິມິນ ປະຫວັດສາດ, ກ້າວໄປເຖິງໄຊຊະນະຢ່າງສົມບູນຂອງການປະຕິວັດ, ຂອງແຕ່ລະປະເທດໃນປີ 1975, ຈາກນັ້ນ, ສາຍພົວ ພັນລະຫວ່າງ ຫວຽດນາມ - ລາວ ໄດ້ກ້າວເຂົ້າສູ້ໜ້າປະຫວັດສາດໃໝ່, ຈາກຄວາມສຳພັນສູ້ຮົບ, ຮ່ວມຂຸມຄອງ ດຽວກັນ, ກາຍເປັນການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ມີຄວາມເປັນ ເອກະລາດ, ອະທິປະໄຕ ນັ້ນແມ່ນ ສສ ຫວຽດນາມ ແລະ ສປປ ລາວ, ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດ ລາວ, ປະຊາຊົນສອງປະເທດໄດ້ຄຽງບ່າຄຽງໄລ່ກັນ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສັງຄົມນິຍົມ ຢູ່ໃນແຕ່ລະປະເທດ, ສອງພັກ, ສອງລັດໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພື້ນຟູເສດຖະກິດ - ສັງຄົມ ຫຼັງສົງຄາມ, ພ້ອມກັນນັ້ນສືບຕໍ່ເສີມສ້າງ ແລະ ຂະຫຍາຍສາຍພົວພັນຮ່ວມມືໃນຫຼາຍຂົງເຂດສຳຄັນຄື ເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ, ການກໍ່ສ້າງ, ປກຊ, ປກສ ແລະ ການພົວພັນຕ່າງປະເທດ...
    ເລີ່ມ​ຈາກ​ຄວາມ​ຕ້ອງການໃນ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ ​ແລະ ຮີບ​ດ່ວນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ສະພາບ​ການ​ໃໝ່, ວັນ​ທີ 18 ກໍລະກົດ 1977, ຫວຽດນາມ ​ແລະ ລາວ ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ​ຮ່ວມ​ມື, ​ໃນນັ້ນ "ສອງຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນການອອກແຮງປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວ​ພັນ​ແບບພິເສດຫວຽດ​ນາມ - ລາວ, ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ການ​ຮ່ວມ​ມື​ອັນ​ຍາວ​ນານ ແລະ ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນໃນ​ທຸກ​ດ້ານ​ບົນ​ຈິດ​ໃຈລັດທິ​ສາ​ກົນກໍາມະຊີບ ແລະ ຕາມຫຼັກການຄວາມ​ສະ​ເໝີ​ພາບອັນ​ຄົບ​ຖ້ວນ, ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ ແລະ ກັນ, ບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ " ​​ຕະຫຼອດໄລຍະ 45 ປີຜ່ານມາ, ສົນທິສັນຍາ​ສະບັບ​ນີ້​ໄດ້​ກາຍ​ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າ ​ແລະ ມີຄວາມໝາຍສຳຄັນ​ທີ່​ສຸດ, ​ເປັນ​ພື້ນຖານ​ນິຕິ​ກຳ​ທີ່​ໜັກ​ແໜ້ນ​ເພື່ອ​ໃຫ້ສອງປະ​ເທດ​ສຶບຕໍ່ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ຮ່ວມ​ມືຮອບດ້ານຢ່າງບໍ່ຢຸດຢັ້ງ. ສົນທິສັນຍາ​ຍັງ​ແມ່ນ​ປະຖົມປັດໃຈ​ເພື່ອ​ໃຫ້​ສອງ​ປະ​ເທດ​ລົງ​ນາມ​ໃນ​ບັນດາ​ນິຕິກໍາ​ຮ່ວມ​ມື ​ແລະ ເຫັນດີເປັນເອກະພາບໃນ​ຂົງ​ເຂດ​ການ​ເມືອງ, ຄວາມ​ສະຫງົບສຸກ, ປ້ອງ​ກັນ​ປະ​ເທດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ ​ແລະ ບຳລຸງ​ສ້າງ...

ຮຽນບັນດາສະຫາຍ ແລະ ໝູ່ເພື່ອນ!

    ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສາຍພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງລັດ​ຫວຽດນາມ - ລາວ ​ໄດ້​ສືບ​ຕໍ່​ພັດທະນາ​ຢ່າງ​ໜັກແໜ້ນ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ສາຍ​ພົວພັນ​ທາງ​ການ​ເມືອງ​ໄດ້​ຮັບ​ການປັບປຸງ ​ແລະ ​ຍົກສູງຢ່າງ​ບໍ່​ຢຸດ​ຢັ້ງ, ຈາກ "ສາຍພົວພັນມິດຕະພາບມູນເຊື້ອ" ​ກາຍ​ເປັນ "ສາຍພົວພັນມິດຕະພາບ​ອັນ​ໃຫຍ່​ຫຼວງ" ນັບ​ແຕ່​ເດືອນ​ກຸມພາ ປີ2019 ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ສະໜິດແໜ້ນ, ສືບ​ຕໍ່ຊ່ວຍໃນການກໍານົດທິດ​ທາງ​ໃນການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ.
    ສໍາລັບ​ແຂວງ ກວາງ​ຈິ ເວົ້າລວມ ​ແລະ ເວົ້າສະເພາະແມ່ນ​ໂຮງຮຽນ​ການ​ເມືອງເລ​ ຢັວນ, ໄດ້​ປະຕິບັດ​ແຜນນະ​ໂຍບາຍ​ຂອງ​​ສູນ​ກາງ​ພັກ​ຄອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ພັກ​ແຂວງກວາງ​ຈິ ກ່ຽວ​ກັບ​ການ​ກໍ່ສ້າງພະນັກງານ​ຊ່ວຍ​ເຫຼືອ​ເພື່ອນ​ລາວ, ມາ​ຮອດ​ປະຈຸ​ບັນ, ໂຮງຮຽນ​​​ເປີດໄດ້ 11 ຊຸດໃນການກໍ່ສ້າງຫຼັກສູດຊັ້ນກາງທິດສະດີການເມືອງ ໃຫ້ ແກ່ສອງແຂວງຄື: ແຂວງສາລະວັນ ແລະ ສະຫວັນນະເຂດ ສປປລາວ, ມີນັກສຶກສາທັງໝົດ 480 ສ/ຫ, ໃນນັ້ນ ແຂວງສາລະວັນ 230 ສ/ຫ; ແຂວງສະຫວັນນະເຂດ 250 ສ/ຫ, ແມ່ນພະນັກງານປະຈໍາການ ແລະ ພະນັກງານ ທີ່ມີໜ້າທີ່ຕໍາແໜ່ງຂອງບັນດາພະແນກ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ, ຜ່ານ​ບັນດາ​ນັກ​ສຶກສາ​ທີ່​ໄດ້​ຮັບ​ການກໍ່ ສ້າງ​ຢູ່​ໂຮງຮຽນຊ່ວຍ​ໃຫ້​ຊາວ​ລາວ​ເຂົ້າ​ໃຈ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ ແລະ ການ​ພັດທະນາ​ຂອງ​ຫວຽດນາມ, ​ໃນ​ຂະນະ​ດຽວກັນນັ້ນ, ນັກສຶກສາ​ເອງ​ກໍ່​ແມ່ນ “ເສັ້ນໄໝ​ເຊື່ອມ​ໂຍງ” ​ອັນແໜ້ນແກ່ນ ​ແລະ ປະກອບສ່ວນປັບປຸງ ຕື່ມໃຫ້ ແກ່​ນ້ຳ​ໃຈ​ສາ​ມັກ​ຄີມິດ​ຕະ​ພາບ ແລະ ການຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ-ລາວ ເວົ້າ​ລວມ ແລະ ເວົ້າ​ສະ​ເພາະແມ່ນລະ​ຫວ່າງ ແຂວງ ກວ້າງ​ຈິ ກັບ ແຂວງ ສາລະ​ວັນ ແລະ ສະ​ຫວັນ​ນະ​ເຂດ.

ຮຽນບັນດາສະຫາຍ!

    ບັນດາ​ຜົນງານ​ທີ່​ສຳຄັນທີ່ບັນລຸໄດ້ໃນ​ການ​ພົວພັນ​ຂອງສອງ​ປະ​ເທດ​ບໍ່​ພຽງ​ແຕ່​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ບວນ ການ​ປ່ຽນ​ແປງໃໝ່, ພັດທະນາ​ເສດຖະກິດ - ສັງຄົມ, ກໍ່ສ້າງ ​ແລະ ປົກປັກຮັກສາ​ປະ​ເທດ​ຊາດແຕ່ລະປະເທດ, ​ປັບປຸງ​ທ່າແຮງ ​ແລະ ກໍາລັງ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ຄວາມ ສະຖຽນລະພາບຢູ່​ພາກ​ພື້ນ ​ແລະ​ ໃນ​ໂລກ​. ສະ​ນັ້ນ, ພວກ​ເຮົາ​ຕ້ອງຕັດສິນໃຈ​ຮ່ວມ​ມືກັນ​ປົກ​ປັກ​ຮັກສາ ​ແລະ ​ເສີມ ​ຂະຫຍາຍ​ສາຍ​ພົວພັນພິເສດທີ່​ເປັນ​ມູນ​ເຊື້ອ, ບໍລິສຸດ​ຫວຽດນາມ - ລາວ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະທານ​ໄກສອນ ພົມວິຫານ ທີ່​ວ່າ: “ເຖິງວ່າ​ພູ​​ຈະຖືກເຊາະ​ເຈື່ອນ, ​ແມ່​ນ້ຳ​ລຳເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ​ລາວ-ຫວຽດນາມ ຈະໝັ້ນຄົງຍິ່ງກ່ວາພູເຂົາກ້າ ແລະ ແມ່ນນໍ້າລຳເຊ"
​    ໃນ​ທ່າມກາງບັນຍາກາດ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຄົບຮອບ 60 ປີ ​ແລະ ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວຄົບຮອບ 45 ປີ​, ພວກເຮົາຂໍອ່ວຍພອນໄຊ ສາຍ​ພົວພັນ​ມິດຕະພາບອັນຍິ່ງໃຫຍ່, ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງຊາດຫວຽດນາມ-ລາວ, ​ຈົ່ງຂຽວສົດງົດງາມ, ໝັ້ນ​ຄົງຂະນົງແກ່ນຊົ່ວກາລະນານ, ດັ່ງ​ປະທານ​ໂຮ່ຈິ​ມິນກ່າວໄວ້:

ຮັກຫອມກັນໝາຍໜັ້ນ ຫຼາຍສັນພູກໍ່ປິ່ນໄຕ່
ຫຼາຍນນໍ້າໃຫຍ່ຄົກຄ້ອຍ ຂວາງຂັ້ນກໍ່ດຸ່ງໄປ
ຫວຽດ ລາວ ສອງຊາດໄດ້ ຝັງຄວາມຮັກຢູ່ໃນໃຈ
ຮົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້

    ອວຍພອນແດ່ບັນດາທ່ານຜູ້ແທນ ແລະ ບັນດາສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສຳເລັດໃນທຸກໜ້າທີ່ການງານ. 
ຂໍຂອບໃຈ
1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11