| ລດ | ເນື້ອໃນ, ຄວາມຮັບຜິດຊອບ |
|---|---|
| I | ໜ້າທີ່ຂອງຫົວໜ້າຫ້ອງ: |
| 1 | ຊີ້ນໍາ, ຕິດຕາມ ແລະ ກໍາສະພາບລວມຂອງຫ້ອງ |
| 2 | ສັງລວມຜົນການຮຽນ, ຂໍ້ແຂ່ງຂັນ ແລະ ນໍາພາການຮ່ວມຊີວິດປະຈໍາເດືອນຂອງຫ້ອງ. |
| 3 | ລາຍງານຢ່າງເປັນປະຈໍາໃນທຸກໆວັນຕໍ່ອາຈານປະຈໍາຫ້ອງເມື່ອມີບັນຫາໃໝ່ເກີດຂຶ້ນ. |
| 4 | ສັງລວມສະພາບການເຄື່ອນໄຫວຮອບດ້ານຂອງຫ້ອງ ແລ້ວ ລາຍງານຕໍ່ອາຈານປະຈໍາຫ້ອງຊາບໃນແຕ່ລະວັນອາທິດ. |
| 5 | ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງອາຈານປະຈໍາຫ້ອງ ແລະ ຂອງໂຮງຮຽນ. |
| II | ໜ້າທີ່ຂອງຮອງຫົວໜ້າຫ້ອງ, ດ້ານການຮຽນ: |
| 1 | ຕິດຕາມທຸກສະພາບການທີ່ກ່ຽວຂ້ອງເຖິງບັນຫາດ້ານການຮຽນ ເຊັ່ນ: |
| - | ບັນທຶກໃສ່ປຶ້ມຕິດຕາມການຮຽນໃຫ້ຄົບຖ້ວນ, ປະສານສົມທົບກັບຫົວໜ້າຫ້ອງໃນການຄຸ້ມຄອງຫ້ອງຮຽນ. |
| - | ຕິດຕາມກໍລະນີຂຶ້ນຫ້ອງຮຽນຊ້າ, ເພື່ອສົ່ງຂ່າວຕັກເຕືອນ. |
| - | ຕິດຕາມກໍລະນີຂາດຮຽນໂດຍບໍໄດ້ຮັບອະນຸຍາດ. |
| - | ຕິດຕາມ, ປະສານສົມທົບກັບຫົວໜ້າຈຸ ເພື່ອຊ່ວຍເຫຼືອຜູ້ທີ່ຮຽນຍັງບໍ່ທັນໄດ້ດີ. |
| - | ຕິດຕາມການທວນຄືນບົດຮຽນ ແລະ ຈົດກ່າຍບົດຮຽນຂອງນັກສຶກສາ. |
| - | ຕິດຕາມ, ບັນທຶກການຂຶ້ນຫ້ອງຂອງອາຈານສອນ. |
| - | ຕິດຕາມ, ສັງລວມຄະແນນແຕ່ລະວິຊາ, ຂອງແຕ່ລະນັກສຶກສາ. |
| 2 | ສັງລວມສະພາບການຮໍ່າຮຽນ ແລ້ວ ລາຍງານຕໍ່ຫົວໜ້າຫ້ອງຮັບຊາບໃນແຕ່ລະວັນອາທິດ. |
| 3 | ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າຫ້ອງ ແລະ ອາຈານປະຈໍາຫ້ອງ. |
| III | ໜ້າທີ່ຂອງຮອງຫົວໜ້າຫ້ອງ, ດ້ານວຽກພາຍໃນ ແລະ ກິດຈະກໍາຕ່າງໆ: |
| 1 | ຕິດຕາມທຸກສະພາບການທີ່ກ່ຽວຂ້ອງເຖິງບັນຫາການດໍາລົງຊີວິດປະຈໍາວັນຂອງນັກສຶກສາທຸກຄົນ. |
| 2 | ຕິດຕາມ, ເກັບກໍາເອົາຄໍາສະເໜີຂອງນັກສຶກສາ ແລ້ວ ລາຍງານຕໍ່ຫົວໜ້າຫ້ອງສັງລວມ, ເພື່ອລາຍງານຕໍ່ໃຫ້ອາຈານປະຈໍາຫ້ອງ ຫຼື ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ. |
| 3 | ຕິດຕາມທຸກການເຄື່ອນໄຫວຂອງນັກສຶກສາໃນການປະຕິບັດລະບຽບ, ວິໄນຂອງໂຮງຮຽນ ແລະ ກົດໝາຍຂອງຫວຽດນາມ, ຕັກເຕືອນໃນກໍລະນີຜິດລະບຽບຄັ້ງທຳອິດ, ທີ່ບໍ່ຮ້າຍແຮງ ສໍາລັບ ກໍລະນີທີ່ຜິດລະບຽບຫຼາຍໆຄັ້ງ, ການກະທໍາຜິດທີ່ບໍ່ເຂັດລາບ ຫຼື ຮ້າຍແຮງ ແມ່ນໃຫ້ລາຍງານຕໍ່ຫົວໜ້າຫ້ອງໂດຍດ່ວນ ເພື່ອລາຍງານຕໍ່ອາຈານປະຈໍາຫ້ອງ ຫຼື ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂຕາມລະບຽບການທີ່ໄດ້ກໍານົດໄວ້. |
| 4 | ຕິດຕາມ ແລະ ລາຍງານຫົວໜ້າຫ້ອງ, ອາຈານປະຈໍາຫ້ອງ ໂດຍດ່ວນໃນກໍລະນີມີນັກສຶກສາເຈັບເປັນເພື່ອຈະໄດ້ປິ່ນປົວທັນເວລາ ຫຼື ກໍລະນີນັກສຶກສາຂໍລາພັກໄປວຽກສ່ວນຕົວເພື່ອໃຫ້ຂັ້ນເທິງພິຈາລະນາອະນຸມັດ. |
| 5 | ຂຶ້ນແຜນອະນາໄມສະຖານທີ່ລວມເປັນແຕ່ລະອາທິດ ເຊັ່ນ: ຫ້ອງຄົວລວມສໍາລັບນັກສຶກສາ, ດ້ານຫຼັງຫ້ອງກິນເຂົ້າຂອງໂຮງຮຽນ ແລະ ບ່ອນອື່ນໆ. |
| 6 | ຈັດຕັ້ງທີມບານສົ່ງ, ປີກໄກ່, ບານເຕະ, ຕີບູນ ແລະ ໜ່ວຍວັນນະຄະດີ ຂອງຫ້ອງຂຶ້ນເພື່ອຝຶກຊ້ອມ, ໃຫ້ມີສຸຂະພາບແຂງແຮງ ກໍ່ຄື ການພົບປະແລກປ່ຽນກິລາ ແລະ ວັນນະຄະດີ (4 ຈຸ 4 ທີມ) |
| 7 | ສົມທົບກັບຮອງຫົວໜ້າຫ້ອງ, ດ້ານການເງິນຂຶ້ນແຜນໃຊ້ຈ່າຍເຂົ້າໃນກິດຈະກໍາເຄື່ອນໄຫວລວມຂອງຫ້ອງແຕ່ລະໄລຍະ, ແຕ່ລະກິດຈະກໍາ. |
| 8 | ສັງລວມສະພາບການເຄື່ອນໄຫວ ແລ້ວ ລາຍງານຕໍ່ຫົວໜ້າຫ້ອງໃນແຕ່ລະວັນອາທິດ. |
| 9 | ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າຫ້ອງ ແລະ ອາຈານປະຈໍາຫ້ອງ. |
| IV | ໜ້າທີ່ຂອງຮອງຫົວໜ້າຫ້ອງ, ດ້ານການເງິນ: |
| 1 | ປະສານກັບຜູ້ຮັບຜິດຊອບເຮືອນຄົວ ແລະ ບັນຊີການເງິນຂອງໂຮງຮຽນ, ເພື່ອສົມທົບໄລ່ລຽງການລາຍຮັບ-ລາຍຈ່າຍ, ດຸ່ນດ່ຽງເງິນອັດຕາກິນທີ່ຍັງເຫຼືອ; ຮັບ ແລະ ຈ່າຍເງິນອູດໜູນໃຫ້ນັກສຶກສາ, ຮັບປະກັນຄວາມຈະແຈ້ງ, ໂປ່ງໃສ. |
| 2 | ຄຸ້ມຄອງ ລາຍຮັບ-ລາຍຈ່າຍ ເງິນຄັງລວມຂອງຫ້ອງຕາມແຜນການທີ່ວາງໄວ້ ກໍ່ຄື ການຕົກລົງຂອງຫົວໜ້າຫ້ອງ. |
| 3 | ສັງລວມສະພາບລາຍຮັບ-ລາຍຈ່າຍ ແລ້ວ ລາຍງານຕໍ່ຫົວໜ້າຫ້ອງຮັບຊາບໃນແຕ່ລະວັນອາທິດ. |
| 4 | ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າຫ້ອງ ແລະ ອາຈານປະຈໍາຫ້ອງ. |
| V | ໜ້າທີ່ຂອງຈຸ: ຫົວໜ້າ ແລະ ຮອງຈຸ, ແບ່ງວຽກ-ນໍາພາ) |
| 1 | ແຕ່ລະຈຸຜັດປ່ຽນກັນສິດເວນ, ຈຸລະ 01 ອາທິດ (ແຕ່ວັນຈັນ - ວັນອາທິດ) |
| 2 | ເປີດ-ປິດ ປະຕູ, ອະນາໄມປັດກວາດຫ້ອງຮຽນ ແລະ ເຊັດກະດານທຸກວັນທີ່ມີຕະຕາລາງຮຽນ. |
| 3 | ເປີດ-ປິດ ປະຕູເຮືອນຄົວສໍາລັບນັກສຶກສາ: ຕອນເຊົ້້າເວລາ: 5:30, ຕອນຄໍ່າເວລາ: 22:00. |
| 4 | ອອກອະນາໄມລວມຕາມແຜນຂອງຫ້ອງ ແລະ ຂອງໂຮງຮຽນ. |
| 5 | ຊ່ວຍຮອງຫົວໜ້າຫ້ອງ, ໃນການຄຸ້ມຄອງເວລາຮຽນ. |
| 6 | ບັັນທຶກເຂົ້າປຶ້ມຕິດຕາມປະຈໍາວັນໃຫ້ຄົບຖ້ວນ. |
| 7 | ສົມທົົບກັບຄະນະຫ້ອງໃນການຄຸ້ມຄອງນັກສຶກສາທັງໃນ ແລະ ນອກເວລາຮຽນ (24/7) |
| 8 | ຈັັດກອງປະຊຸມຂອງຈຸໃນທຸກໆວັນອາທິດເພື່ອເກັບກໍາຂໍ້ມູນ, ຄໍາສະເໜີ, ການສົ່ງຂ່າວ (ປະຕິບັດທັງ 4 ຈຸ) |
| 9 | ສັງລວມສະພາບການຮໍ່ໍ່າຮຽນ, ການດໍາລົງຊີວິດໃນ 1 ອາທິດ ແລ້ວ ລາຍງານຕໍ່ຫົວໜ້າຫ້ອງຮັບຊາບ ກໍ່ຄື ມອບໝາຍໜ້າທີ່ໃຫ້ສິດເວນຈຸຕໍ່ໄປຮັບຜິດຊອບ. |
| 10 | ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າຫ້ອງ. |
ເລີ້ມຈັດຕັ້ງປະຕິບັດ, ນັບແຕ່ວັນທີ: 21/03/2022 ເປັນຕົ້ນໄປ.











Lao Kip Calculator