LEDUAN11 | ĐẶC TRƯNG CỦA NỀN KINH TẾ THỊ TRƯỜNG ĐỊNH HƯỚNG XÃ HỘI CHỦ NGHĨA?

+ Nền kinh tế thị trường định hướng xã hội chủ nghĩa là nền kinh tế độc lập, tự chủ đi đôi với chủ động hội nhập quốc tế, kết hợp nội lực với ngoại lực thành nguồn lực tổng hợp để phát triển đất nước.
    Đảng ta xác định hội nhập quốc tế là sự nghiệp của toàn dân và của cả hệ thống chính trị.
+ Các đặc trưng của nền kinh tế thị trường định hướng xã hội chủ nghĩa ở Việt Nam được thể hiện ở những điểm sau:
  - Là nền kinh tế hỗn hợp, vừa vận hành theo cơ chế thị trường, vừa có sự điều tiết của nhà nước.
  - Là nền kinh tế đa dạng các hình thức sở hữu và đa dạng các thành phần kinh tế, trong đó khu vực kinh tế nhà nước giữ vai trò chủ đạo. Đất đai thuộc sở hữu toàn dân.
  - Việc phân phối được thực hiện chủ yếu theo kết quả lao động, hiệu quả kinh tế, đồng thời theo mức đóng góp vốn cùng các nguồn lực khác và phân phối thông qua hệ thống an sinh xã hội, phúc lợi xã hội.
  - Là nền kinh tế thị trường do Đảng Cộng sản Việt Nam lãnh đạo, nhà nước pháp quyền xã hội chủ nghĩa Việt Nam quản lý, điều tiết vì mục tiêu "dân giàu, nước mạnh, dân chủ, công bằng, văn minh".
  - Là nền kinh tế thị trường hiện đại và hội nhập quốc tế.

LEDUAN11 | CÂU HỎI - TRẢ LỜI ÔN THI MÔN KINH TẾ CHÍNH TRỊ

ຄໍາຖາມ-ຄໍາຕອບຄົ້ນຄວ້າເສດຖະສາດການເມືອງ.

ຂໍ້ 1: ສິນຄ້າແມ່ນຫຍັງ? ຈົ່ງຍົກ ແລະ ໄຈ້ແຍກສອງຄຸນລັກສະນະປະຈໍາຕົວຂອງສິນຄ້າ?
ຕອບ:
+ ສິນຄ້າແມ່ນ ຜະລິດຕະພັນຂອງການອອກແຮງງານ, ສາມາດຕອບສະໜອງໄດ້ຄວາມຕ້ອງການໃດຫນຶ່ງຂອງຄົນເຮົາ ແລະ ນໍາໃຊ້ເພື່ອແລກປ່ຽນນໍາກັນ (ແລກປ່ຽນ ຫຼື ຊື້ຂາຍ); ສິນຄ້າມີ 2 ປະເພດຄື: ສິນຄ້າທີ່ເປັນວັດຖຸ (ມີຕົວຕົນ) ແລະ ສິນຄ້າບໍລິການ (ບໍ່ມີຕົວຕົນ).
+ ສິນຄ້າມີສອງຄຸນລັກສະນະປະຈໍາຕົວຄື: ຄຸນຄ່າໃຊ້ສອຍ ແລະ ຄຸນຄ່າ: 
  - ຄຸນຄ່າໃຊ້ສອຍຂອງສິນຄ້າແມ່ນ: ຄຸນປະໂຫຍດຂອງສິນຄ້າທີ່ສາມາດຕອບສະໜອງຄວາມຕ້ອງການໃດຫນຶ່ງຂອງຄົນເຮົາ, ຄຸນຄ່າໃຊ້ສອຍເຂົ້າໃນການອຸປະໂພກ, ບໍລິໂພກ.
  - ຄຸນຄ່າຂອງສິນຄ້າ: ແມ່ນແຮງງານສັງຄົມຂອງຜູ່ຜະລິດສິນຄ້າແອບແຝງຢູ່ໃນສິນຄ້າ, ຄຸນຄ່າຂອງສິນຄ້າມີຢູ່ສອງດ້ານຄື: ຄຸນນະພາບ ຂອງຄຸນຄ່າແມ່ນແຮງງານ ແລະ ປະລິມານຂອງຄຸນຄ່າແມ່ນຈໍານວນແຮງງານຂອງຜູ້ຜະລິດແອບແຝງໃນສິນຄ້າ.
* ຕົວຢ່າງ: ແພ 1 ແມັດ ແລກປ່ຽນກັບເຂົ້າເປືອກ 10 ກິໂລກຣາມ, ສິນຄ້າສອງຢ່າງມີຄຸນຄ່າໃຊ້ສອຍແຕກຕ່າງກັນ, ສາມາດແລກປ່ຽນກັນໄດ້ຕາມອັດຕາສ່ວນທີ່ແນ່ນອນ, ຍ້ອນວ່າພວກມັນທັງສອງເປັນຜະລິດຕະພັນຂອງເເຮງງານ, ມີພື້ນຖານຮ່ວມກັນ ແລະ ລ້ວນມີການແອບແຝງດ້ານແຮງງານ.

ຂໍ້ 2: 
ຈົ່ງໄຈ້ແຍກບັນດາເງື່ອນໄຂກຳເນີດຂອງການຜະລິດສິນຄ້າ, ບັນດາທ່າໄດ້ປຽບຂອງການຜະລິດສິນຄ້າຖ້າທຽບໃສ່ເສດຖະກິດທຳມະຊາດ?
ຕອບ:
1: ມີການແບ່ງງານໃນສັງຄົມ: (ເງື່ອນໄຂທີ່ຈໍາເປັນ) ແມ່ນການຫັນການຜະລິດເປັນວິຊາສະເພາະ, ແບ່ງແຮງງານສັງຄົມເຂົ້າໃນບັນດາຂະແຫນ ງການ, ຂົງເຂດການຜະລິດທີ່ແຕກຕ່າງກັນ, ແຕ່ລະຄົນ, ແຕ່ລະພະແນກຜະລິດໄດ້ພຽງຫນຶ່ງດຽວ ຫຼື ຜະລິດຕະພັນໃດຫນຶ່ງທີ່ແນ່ນອນ; ແຕ່ ຄວາມຕ້ອງການໃນຊີວິດການເປັນຢູ່ພັດຕ້ອງການນໍາໃຊ້ຜະລິດຕະພັນຫຼາຍຊະນິດທີ່ແຕກຕ່າງກັນ. ດັ່ງນັ້ນ, ຜູ້ຜະລິດຫນຶ່ງຕ້ອງແລກປ່ຽນ ກັບຜູ້ຜະລິດອື່ນ. 
2: ມີການຕັດແຍກທຽບຖານທາງດ້ານເສດຖະກິດລະຫວ່າງຜູ້ຜະລິດທີ່ແຕກຕ່າງກັນ:(ເງື່ອນໄຂຄົບຖ້ວນ) ການຂັດແຍ່ງນີ້ຍ້ອນການ ພົວພັນກໍາມະສິດຕ່າງກັນ ແລະ ການຂະຫຍາຍຕົວຂອງການຫັນເປັນສັງຄົມຢູ່ໃນລະດັບແຕກຕ່າງກັນຂອງກໍາມະສິດຕໍ່ພາຫະນະການ ຜະລິດເປັນອັນກໍານົດ. ການຜະລິດສິນຄ້າໄດ້ສະແດງອອກໂດຍຜ່ານ 4 ທ່າໄດ້ປຽບ ດັ່ງນີ້:
- ຫນຶ່ງ: ສາມາດຂຸດຄົ້ນໄດ້ບັນດາທ່າແຮງທາງດ້ານທໍາມະຊາດ, ສັງຄົມ, ເຕັກນິກຂອງແຕ່ລະຄົນ, ແຕ່ລະພື້ນຖານກໍ່ຄືຂອງແຕ່ລະ ຂົງເຂດ, ແຕ່ລະທ້ອງຖິ່ນ. 
- ສອງ: ໃນພື້ນຖານການຜະລິດສິນຄ້າ, ຂະຫນາດ, ລັກສະນະການຈັດຕັ້ງການຜະລິດບໍ່ມີຂອບເຂດຈໍາກັດ, ໂດຍເລັ່ງໃສ່ 3 ຈຸດປະສົງຄື: ຜະລິດຫຍັງ? ຜະລິດຄືແນວໃດ? ຜະລິດໃຫ້ໃຜ? 
- ສາມ: ພາຍໃຕ້ການກະທົບຂອງບັນດາກົດເກນທີ່ມີໃນຕົວຂອງການຜະລິດ ແລະ ແລກປ່ຽນສິນຄ້າຄືກັບກົດເກນຄຸນຄ່າ, ສະຫນອງ - ຕ້ອງການ, ຍາດແຍ່ງ...ບັງຄັບຜູ້ຜະລິດຕ້ອງໄດ້ມີຄວາມຂະຫຍັນຂັນແຂງ, ສະດຸ້ງໄວ, ຄິດໄລ່, ດັດແປງເຕັກນິກໃຫ້ສອດຄ່ອງກັບການຜະລິດເພື່ອຍົກສູງສະມັດຕະພາບ.
- ສີ່: ການຜະລິດສິນຄ້າຂະຫຍາຍຕົວແມ່ນເງື່ອນໄຂເພື່ອຍົກສູງຊີວິດທາງດ້ານວັດຖຸ, ວັດທະນະທໍາ, ຈິດໃຈໃຫ້ແກ່ທຸກຄົນ.
* ການຜະລິດສິນຄ້າກໍ່ຍັງມີດ້ານລົບຂອງມັນເຊັ່ນ: ເກີດມີການຜັນແຍກບັນດາຜູ່ຜະລິດໃຫ້ເກີດມີ: ຄົນຮັ່ງ-ຄົນທຸກ, ເກີດການທໍາລາຍສິ່ງແວດລ້ອມທາງທໍາມະຊາດ, ອັດຕາເງິນເຟີ້, ການຫວ່າງງານ, ການສໍ້ໂກງ, ສິນຄ້າປອມ, ການຫຼົບຫຼີກພາສີ. 

ຂໍ້ 3: ປະລິມານຄຸນຄ່າຂອງສິນຄ້າແມ່ນຫຍັງ? ຈົ່ງຍົກບັນດາປັດໃຈສ້າງຜົນສະທ້ອນເຖິງປະລິມານຄຸນຄ່າ ຂອງສິນຄ້າ?
ຕອບ: 
+ ປະລິມານຄຸນຄ່າຂອງສິນຄ້າ: 
  - ແມ່ນປະລິມານແຮງງານສິ້ນເປືອງເພື່ອຜະລິດສິນຄ້ານັ້ນອອກມາ. 
  - ແມ່ນໄມ້ຫຼາວັດແທກປະລິມານຄຸນຄ່າຂອງສິນຄ້າໄດ້ຄິດໄລ່ເວລາດ້ວຍແຮງງານສັງຄົມຈໍາເປັນ. 
  - ແມ່ນເວລາແຮງງານສັງຄົມຈໍາເປັນທີ່ຕ້ອງການເພື່ອຜະລິດຄຸນຄ່າໃຊ້ສອຍໃດຫນຶ່ງໃນບັນດາເງື່ອນໄຂການຜະລິດປານກາງຂອງສັງຄົມ ດ້ວຍລະດັບຊໍານານປານກາງ, ກະກຽມອຸປະກອນຂອງສັງຄົມນັ້ນປານກາງ ແລະ ຄວາມເຄັງແຮງງານປານກາງ.
+ ບັນດາປັດໄຈທີ່ສະທ້ອນເຖິງປະລິມານຄຸນຄ່າຂອງສິນຄ້າ: 
  - ສະມັດຖະພາບແຮງງານ: ປະລິມານຄຸນຄ່າຂອງຫົວຫນ່ວຍສິນຄ້າອັດຕາສ່ວນປີ້ນກັບສະມັດຖະພາບຂອງແຮງງານ. 
  - ຄວາມເຂັ້ມແຮງງານ: ແມ່ນຄວາມເຂັ້ມແຮງງານເພີ່ມຂຶ້ນຈໍານວນສິນຄ້າທີ່ຜະລິດອອກເພີ່ມຂຶ້ນ, ແຕ່ປະລິມານຄຸນຄ່າບໍ່ປ່ຽນແປງ.
  - ລະດັບຄວາມສັບສົນແຮງງານ, ແມ່ນມີສອງລັກສະນະຄື: ແຮງງານສັບສົນ ແລະ ແຮງງານງ່າຍດາຍ.
    ໃນເວລາດຽວກັນນັ້ນ, ແຮງງານສັບສົນໄດ້ສ້າງຄຸນຄ່າຫຼາຍກວ່າແຮງງານງ່າຍດາຍ. ທ້ອງຕະຫຼາດຈະກໍານົດອັດຕາສ່ວນແລກປ່ຽນ ລະຫວ່າງຫົວຫນ່ວຍສິນຄ້າໂດຍແມ່ນແຮງງານສັບສົນເປັນຜູ້ຜະລິດກັບຫົວຫນ່ວຍສິນຄ້າໂດຍແຮງງານງ່າຍດາຍເປັນຜູ້ຜະລິດອອກ. 

ຂໍ້ 4: ທຶນແມ່ນຫຍັງ? ທຶນບໍ່ປ່ຽນແປງ, ທຶນປ່ຽນແປງແມ່ນຄືແນວໃດ?
ຕອບ: ທຶນແມ່ນມູນຄ່າທີ່ປະດິດສ້າງມຸນຄ່າສ່ວນເກີນດ້ວຍການຂູດຮີດກໍາລັງອອກແຮງງານຂອງຜູ້ຮັບຈ້າງ.
+ ທຶນບໍ່ປ່ຽນແປງແມ່ນພາກສ່ວນຫນຶ່ງຂອງທຶນທີ່ຄົງຕົວພາຍໃຕ້ຮູບຖານການຜະລິດມຸນຄ່າຂອງມັນໃນຂະບວນການຜະລິດ, ໃນກໍາລັງອອກແຮງງານອັນລະອຽດຂອງກໍາມະກອນ, ຜູ້ຮັບຈ້າງ, ທີ່ຮັກສາ ແລະ ເຄື່ອນຍ້າຍຢ່າງຄົບຖ້ວນຜະລິດຕະພັນ ໄດ້ປະກົດຕົວຂຶ້ນໃຫມ່ ໃນມູນຄ່າຜະລິດຕະພັນໃຫມ່ ແລະ ບໍ່ມີການປ່ຽນແປງດ້ານປະລິມານ, ສັນຍາລັກດ້ວຍ: C
+ ທຶນປ່ຽນແປງແມ່ນທຶນທີ່ຄົງຕົວພາຍໃຕ້ຮູບຖານກໍາລັງອອກແຮງງານ, ມູນຄ່າຂອງມັນໄດ້ເຄື່ອນຍ້າຍໃຫ້ແກ່ກໍາມະກອນ, ຜູ້ຮັບຈ້າງ ແລະ ສູນຫາຍໄປໃນການໃຊ້ສອຍສ່ວນຕົວ, ໃນນັ້ນຂະບວນການຜະລິດໂດຍການອອກແຮງງານນາມມະທໍາຂອງກໍາມະກອນປະດິດສ້າງໃຫມ່, ມູນຄ່າໃຫມ່ທີ່ສູງກວ່າເກົ່າ, ສັ້ນຍາລັກດ້ວຍ v. 

ຂໍ້ 5: ຈົ່ງໄຈ້ແຍກເນື້ອໃນ; ຄວາມຮຽກຮ້ອງຕ້ອງການ; ພາລະບົດບາດ, ຄຸນປະໂຫຍດຂອງກົດເກນຄຸນຄ່າ?
ຕອບ: 
+ ເນື້ອໃນຂອງກົດເກນຄຸນຄ່າແມ່ນກົດເກນພື້ນຖານຂອງການຜະລິດ ແລະ ການແລກປ່ຽນສິນຄ້າ, ກົດເກນຄຸນຄ່າບັງຄັບຜູ່ຜະລິດແລກປ່ຽນສິນຄ້າຕ້ອງອີງໃສ່ພື້ນຖານຂອງມັນ, ຫມາຍຄວາມວ່າສິ້ນເປື້ອງແຮງງານສັງຄົມຈໍາເປັນ.  
+ ຄວາມຮຽກຮ້ອງຕ້ອງການກົດຂອງກົດເກນຄຸນຄ່າແມ່ນສະແດງອອກໃນການເໜັງຕີງຂຶ້ນລົງຂອງລາຄາທີ່ປິ່ນອ້ອມຄຸນຄ່າພາຍໃຕ້ການກະທົບຂອງການພົວພັນສະຫນອງ - ຕ້ອງການກ່ຽວກັບສິນຄ້າໃນທ້ອງຕະຫຼາດ. ຖ້າຄວາມສາມາດຊື້ຂອງເງິນບໍ່ປ່ຽນແປງ, ບໍ່ເວົ້າ ເຖິງການດັດສົມຂອງລັດ ແລະ ການຜູກຂາດ ແມ່ນປະກົດມີ 3 ກໍລະນີຄື: 
  - ການສະຫນອງ = ຄວາມຕ້ອງການ; ລາຄາ = ຄຸນຄ່າ.
  - ການສະຫນອງ > ຄວາມຕ້ອງການ; ລາຄາ < ຄຸນຄ່າ.
  - ການສະຫນອງ < ຄວາມຕ້ອງການ; ລາຄາ > ຄຸນຄ່າ. 
+ ພາລະບົດບາດ, ຄຸນປະໂຫຍດຂອງກົດເກນຄຸນຄ່າສະແດງຜ່ານ 3 ດ້ານຄື:
  - ດັດສົມການຜະລິດ ແລະ ການຈໍລະຈອນສິນຄ້າຄື: ການດັດສົມການຜະລິດແມ່ນການດຶງດູດທຶນ (ວັດສະດຸການຜະລິດ ແລະ ກໍາລັງແຮງງານ) ເຂົ້າໃນຂະແຫນງການຜະລິດທີ່ແຕກຕ່າງກັນ ສະຫນອງຄວາມຕ້ອງການຂອງສັງຄົມໄດ້. ການຈໍລະຈອນສິນຄ້າແມ່ນການດຶງດູດ ສິນຄ້າທີ່ມີລາຄາຕໍ່ໄປຫາບ່ອນທີ່ມີລາຄາສູງ. 
  - ກະຕຸກຊຸກຍູ້ຄວາມກ້າວຫນ້າທາງດ້ານເຕັກນິກ, ເຕັກໂນໂລຊີ, ຍົກສູງສະມັດຕະພາບແຮງງານ: ຜູ້ຜະລິດສິນຄ້າຕ້ອງໄດ້ແປງ ເຕັກນິກ, ໃຫ້ເຫມາະສົມສິນຄ້າ ດັດແປງການຈັດຕັ້ງຄຸ້ມຄອງ, ປະຕິບັດການປະຢັດ, ເພີ່ມສະມັດຕະພາບແຮງງານ, ຫຼຸດຄ່າໃຊ້ຈ່າຍການ ຜະລິດ ຂະບວນການດັ່ງກ່າວນີ້ໄດ້ສະແດງອອກຢ່າງຕໍ່ເນື່ອງຈະເຮັດໃຫ້ກໍາລັງການຜະລິດສັງຄົມພັດທະນາຂຶ້ນ.
  - ຜັນແຍກຜູ້ຜະລິດສິນຄ້າເປັນຜູ່ຮັ່ງ ແລະ ຜູ່ທຸກ: ສິນຄ້າຖືກຂາຍຕາມຄຸນຄ່າສັງຄົມ ຜູ່ຜະລິດສິນຄ້າໃດທີ່ມີຄຸນຄ່າຕໍ່າກວ່າຄຸນຄ່າສັງຄົມ ຈະໄດ້ກໍາໄລຫຼາຍກາຍເປັນຄົນຮັ່ງມີ, ກົງກັນຂ້າມ ຜູ່ຜະລິດສິນຄ້າໃດທີ່ມີຄຸນຄ່າສູງກວ່າຄຸນຄ່າສັງຄົມ ຂາຍກໍຫຼຸບທຶນ ລົ້ມລະລາຍ. 

ຂໍ້ 6: ຄຸນຄ່າສ່ວນເກີດແມ່ນຫຍັງ? ຍ້ອນຫຍັງຈຶ່ງເວົ້າວ່າ ກຳລັງແຮງງານແມ່ນຕົ້ນກຳເນີດໜຶ່ງດຽວໃນ ການສ້າງ ຄຸນຄ່າສ່ວນເກີນ? 
ຕອບ: 
+ ຄຸນຄ່າສ່ວນເກີນແມ່ນພາກສ່ວນຫນຶ່ງຂອງມູນຄ່າອັນໃຫມ່ທີ່ສ່ວນເກີນນອກຈາກມູນຄ່າກໍາລັງອອກແຮງງານ ໂດຍກໍາມະກອນຜູ້ ຮັບຈ້າງ ປະດິດສ້າງອອກ ທີ່ນາຍທຶນຍາດເອົາ ສັນຍາລັກ m.
+ ຈຶ່ງເອີ້ນວ່າກໍາລັງແຮງງານແມ່ນຕົ້ນກໍາເນີດຫນຶ່ງດຽວໃນການຄຸນຄ່າສ່ວນເກີນຍ້ອນ: 
  - ແບບເດັດຖານແມ່ນວິທີການໄດ້ປະຕິບັດ ດ້ວຍການແກ່ຍາວການອອກແຮງງານ ທີ່ຂ້າມຜ່ານເວລາອອກແຮງງານອັນແນ່ນອນໃນ ກໍລະນີສະມັດຕະພາບງານ, ມູນຄ່າກໍາລັງອອກແຮງງານ ແລະ ເວລາອອກແຮງງານອັນແນ່ນອນບໍ່ມີການປ່ຽນແປງ.
  - ແບບທຽບຖານ ແມ່ນວິທີການປະຕິບັດດ້ວຍ ການຫຼຸດເວລາອອກແຮງງານອັນແນ່ນອນ ສະນັ້ນ ແກ່ຍາວເວລາອອກແຮງງານ ສ່ວນເກີນໃນກໍລະນີອອກແຮງງານບໍ່ປ່ຽນແປງ.

ຂໍ້ 7: ບໍລິສັດຫຸ້ນສ່ວນແມ່ນຫຍັງ, ຈົ່ງຍົກໂຄງປະກອບຂອງບໍລິສັດຫຸ້ນສ່ວນ, ຈົ່ງຍົກຊື່ຂອງ 5 ບໍລິສັດຫຸ້ນສ່ວນຢູ່ປະເທດລາວ ທີ່ສະຫາຍຮູ້? 
ຕອບ: 
+ ບໍລິສັດຮຸ້ນສ່ວນແມ່ນຮູບການບໍລິສັດຫນຶ່ງ ທີ່ສ້າງຂຶ້ນບົນພື້ນຖານສັນຍາຂອງຜູ້ປະກອບທຶນຕັ້ງແຕ່ສອງຄົນຂຶ້ນໄປ, ເພື່ອນໍາເອົາທຶນມາດໍາເນີນທຸລະກິດຮ່ວມກັນ, ແນໃສ່ແບ່ງປັນຜົນກໍາໄລ.
+ ໂຄງປະກອບບໍລິສັດຮຸ້ນສ່ວນປະກອບດ້ວຍ:
   - ຊື່ບໍລິສັດຮຸ້ນສ່ວນ.
   - ສະຖານທີ່ຕັ້ງສໍານັກງານໃຫຍ່ສາຂາ (ຖ້າມີ).
   - ຊັບສົມບັດ ແລະ ທຶນ.
   - ກົດລະບຽບຂອງບໍລິສັດຮຸ້ນສ່ວນ.
   - ຄວາມຮັບຜິດຊອບຕໍ່ຫນີ້ສິນ, ຕາມຮູບແບບບໍລິສັດຮຸ້ນສ່ວນ.
   - ຄວາມສາມາດທາງດ້ານກົດໝາຍໃນການປະຕິບັດສິດ ແລະ ພັນທະຂອງຕົນ. 
+ ຊື່ 05 ບໍລິສັດຮຸ້ນສ່ວນຢູ່ປະເທດລາວປະກອບມີ: ໄຟຟ້າ; ການຂຸດຄົ້ນບໍ່ຄໍາ; ໂຮງງານນໍ້າຕານສະຫວັນນະເຂດ; ທາງລົດໄຟ; ເບຍລາວ. 

ຂໍ້ 8: ຈົ່ງອະທິບາຍບັນດາສາຍເຫດພາໃຫ້ເກີດການຜູກຂາດໃນລັດທິທຶນນິຍົມ?
ຕອບ: ບັນດາສາຍເຫດພາໃຫ້ເກີດຜູກຂາດໃນລັດທິທຶນນິຍົມປະກອບມີຄື:
+ ການທ້ອນໂຮມການຜະລິດ ແລະ ບັນດາອົງການຈັດຕັ້ງຜູກຂາດ: ແມ່ນລັດທິທຶນນິຍົມຜູກຂາດປະກົດຕົວຂຶ້ນບົນພື້ນຖານລວມ ສູນການຜະລິດໃນລະດັບສູງໃນພື້ນຖານເສດຖະກິດທຶນນິຍົມ, ການປະກົດຕົວຂອງບັນດາການຈັດຕັ້ງຜູກຂາດທີ່ແນ່ນອນໃນພື້ນຖານ ເສດຖະກິດ ແລະ ການຜູກຂາດກາຍເປັນປະກົດການແຜ່ຫຼາຍທົ່ວໄປ, ຫນັກແຫນ້ນມີກໍາລັງທາງດ້ານເສດຖະກິດນັບມື້ນັບເຕີບໃຫຍ່ຂຶ້ນ ) ໃນພື້ນຖານເສດຖະກິດແຫ່ງຊາດ.
+ ນາຍທຶນການເງິນ ແລະ ພວກຫົວໂປ່ການເງິນ: ການລວມສູນການຜະລິດ ບັນດາອົງການຈັດຕັ້ງຜູກຂາດກໍາເນີດຂຶ້ນຈາກ ການລວມສູນນັ້ນ, ລວມເຂົ້າກັນ ຫຼື ເຊື່ອມເຂົ້າກັນລະຫວ່າງທະນາຄານ ແລະ ອຸດສາຫະກໍານັ້ນແມ່ນປະຫວັດສາດແຫຼ່ງກໍາເນີດຂອງທຶນ ການເງິນ.
+ ການສົ່ງທຶນອອກຕ່າງປະເທດ: ແມ່ນການສົ່ງຄຸນຄ່າອອກຕ່າງປະເທດເພື່ອຫາດອກເບ້ຍ, ລະຫວ່າງການແບ່ງປັນຕະຫຼາດໂລກ ລະຫວ່າງພັນຕະພາບການຜຸດຂາດ, ການແບ່ງໂລກກ່ຽວກັບເຂດແຄວ້ນ ລະຫວ່າງບັນດາປະເທດມະຫາອໍານາດ. 

ຂໍ້ 9: ຈົ່ງອະທິບາຍຄວາມສາມາດພາວະວິໄສ ແລະ ປະຖົມປັດໃຈອັດຕະວິໄສຂອງການຂ້າມຜ່ານກ້າວ ຂຶ້ນລັດທິສັງຄົມນິຍົມ ໂດຍບໍ່ຜ່ານລະບອບທຶນນິຍົມຢູ່ຫວຽດນາມ?
ຕອບ: ຄວາມສາມາດພາວະວິໄສ ແມ່ນປັດໄຈຍຸກສະໄໝ, ບັນດາການປະຕິວັດ ວິທະຍາສາດ ເຕັກໂນໂລຊີ ແລະ ທ່າອ່ຽງໂລກາພິວັດການຂຶ້ນຕໍ່ກັນລະຫວ່າງບັນດາປະເທດໃນໂລກ.
    ປະຖົມປັດໄຈອັດຕະວິໄສ ແມ່ນຫວຽດນາມເປັນປະເທດທີ່ມີພົນລະເມືອງຫຼາຍສົມຄວນ, ມີແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບຸນ, ຊັບພະຍາກອນທໍາມະຊາດມີຫຼາຍຮູບຫຼາຍແບບ, ພິເສດແມ່ນເຈດຈໍານົງສະຕິປັນຍາຂອງປະຊາຊົນຫວຽດນາມ ໂດຍພາຍໃຕ້ການນໍາພາຂອງພັກຄອມມຸຍນິດຫວຽດນາມ ໃນພາລະກິດປ່ຽນແປງໃໝ່ ປະເທດຊາດໂດຍພັກເປັນຜູ່ລິເລີ່ມ ແລະ ນໍາພາເລີ່ມແຕ່ກອງປະຊຸມໃຫຍ່ຄັ້ງທີ່ 6 ປີ 1986 ມາຮອດປັດຈຸບັນ ສາມາດບັນລຸໄດ້ບັນດາຜົນສໍາເລັດໃນຂົງເຂດ ເສດຖະກິດ, ວັດທະນະທໍາ - ສັງຄົມ. 

ຂໍ້ 10: ຈົ່ງຍົກບັນດາໜ້າທີ່ເສດຖະກິດພື້ນຖານໃນສະໄໝ ຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມຢູ່ ຫວຽດນາມ? ສົມທຽງກັບບັນດາໜ້າທີ່ເຫຼົ່ານັ້ນໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມຢູ່ ສປປລາວ ໃນປັດຈຸບັນ? 
ຕອບ: ບັນດາຫນ້າທີ່ເສດຖະກິດພື້ນຖານໃນສະໄຫມ ຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມມີຄື:
+ ຫນ້າທີ່ຂະຫຍາຍຕົວຂອງກໍາລັງການຜະລິດຂອງຮຽກຮ້ອງນໍາໃຊ້ທັນທີຢ່າງກວ້າງຂວາງ ແລະ ໃນທຸກຂົງເຂດບັນດາຊ່ຽວຊານ ວິທະຍາສາດ ເຕັກນິກ ທີ່ລັດທິທຶນຍິຍົມປະໄວ້.
+ ຫນ້າທີ່ສໍາຄັນກວ່າຫມູ່ຂອງພວກເຮົາແມ່ນຕ້ອງກໍ່ສ້າງພື້ນຖານວັດຖຸເຕັກນິກຂອງລັດທິສັງຄົມນິຍົມ ນໍາເອົາພາກເຫນືອກ້າວຂຶ້ນລັດທິ ສັງຄົມນິຍົມ ມີອຸດສາຫະກໍາ ແລະ ກະສິກໍາທັນສະໄຫມ, ວັດທະນາທໍາ ແລະ ວິທະຍາສາດກ້າວຫນ້າ ໃນຂະບວນວິວັດ, ປະຕິວັດສັງຄົມນິຍົມ, ພວກເຮົາຕ້ອງດັດສ້າງພື້ນຖານເສດຖະກິດເກົ່າ ແລະ ກໍ່ສ້າງພື້ນຖານເສດຖະກິດໃຫມ່, ເຊິ່ງການກໍ່ສ້າງນັ້ນແມ່ນຫນ້າທີ່ໆຫຍຸ້ງຍາກ, ສັບສົນແລະ ຍາວນານ.
+ ກໍານົດຫນ້າທີ່ຈຸດຫນ້າຫມາຍກວມລວມໃນຊຸມປີຜ່ານມາທີ່ຍັງເຫຼືອໄລຍະທໍາອິດແມ່ນເຮັດໃຫ້ມີຄວາມສະຖຽນລະພາບທຸກເປົ້າໝາຍ ກ່ຽວກັບສະພາບການເສດຖະກິດສັງຄົມ ສືບຕໍ່ກໍ່ສ້າງບັນດາປະຖົມປັດໄຈອັນຈໍາເປັນໃຫ້ແກ່ຜູ້ອອກແຮງງານ ການຫັນເປັນອຸດສະຫະກໍາ ສັງຄົມນິຍົມໃນໄລຍະໃຫມ່.
+ ຫນ້າທີ່ໃນໄລຍະທໍາອິດຂອງສະໄຫມຂ້າມຜ່ານແມ່ນກະກຽມປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກໍາໃຫ້ສໍາເລັດໂດຍພື້ນຖານ, ອະນຸຍາດໃຫ້ແກ່ການຫັນເປັນສະໄຫມໃຫມ່, ຍູ້ແຮງການຫັນເປັນອຸດສະຫະກໍາທັນສະໄຫມ ແລະ ປະເທດຊາດ,
+ ຫນ້າທີ່ຍູ້ແຮງການຄົ້ນຄວ້າຫນູນໃຊ້ຄວາມກ້າວຫນ້າທາງດ້ານວິທະຍາສາດເຕັກນິກເຕັກໂນໂລຊີປ່ຽນແປງໃຫມ່ຢ່າງມີຫົວຄິດປະດິດສ້າງ ເພື່ອຍົກສູງມະມັດຕະພາບຂອງງານ, ຍົກສູງການຄົ້ນຄວ້າ ແລະ ການພົວພັນການຂະຫຍາຍຕົວ. ສົມທຽບບັນດາຫນ້າທີ່ເເຫຼົ່ານັ້ນສະໄຫມ ຂ້າຜ່ານກ້າວຂື້ນສັງຄົມນິຍົມຢູ່ ສປປລາວໃນປັດຈຸບັ້ນ
+ ສືບຕໍ່ພາລະກິດປ່ຽນແປງໃຫມ່ຢ່າງຮອບດ້ານ ເພີ່ມທະວີຄວາມສາມັກຄີເປັນຫນຶ່ງດຽວຂອງທົ່ວປວງຊົນທັງຊາດ. 
+ ຕັ້ງຫນ້າສົ່ງເສີມເສດຖະກິດຫຼາຍພາກສ່ວນ, ແນ່ໃສ່ກໍາລັງການຜະລິດຢ່າງແຂງແຮງ, ຫັນປ່ຽນເສດຖະກິດທໍາມະຊາດ ແລະ ເຄິ່ງທໍາມະຊາດ. ເສີມຂະຫຍາຍປະຊາທິປະໄຕໃນທຸກຂົງເຂດວຽກງານ, ທຸກຂົງເຂດໃນການດໍາລົງຊິວິດສັງຄົມ ເຊີດຊູບັດບາດຂອງບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ກໍ່ສ້າງລັດໃຫ້ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນຢ່າງແທ້ຈິງ. 
+ ປັບປຸງວຽກງານ ປກຊ, ປກສ ໃນທົ່ວປວງຊົນ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງຊາດລະບອບໃຫມ່ໃຫ້ຫມັ້ນຄົງ. 
+ ເປີດກວ້າງການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ.





LEDUAN11 | 3 - 7/10 | THEO DÕI HỌC VIÊN VẮNG HỌC VÀ LÊN LỚP CHẬM










LEDUAN11 | 80 | DANH SÁCH HỌC VIÊN LÀO VỀ NƯỚC TỪ CHIỀU THỨ SÁU, NGÀY 7 - 9/10/2022

 




LEDUAN11 | 81 | THỐNG KÊ SỐ TIẾT HỌC, TỪ 6/6/2022 ĐẾN 7/10/2022

 

LEDUAN11 | CÂU HỎI - TRẢ LỜI ÔN THI MÔN CHỦ NGHĨA XÃ HỘI KHOA HỌC

ຂໍ້ 01: ຈົ່ງອະທິບາຍລັກສະນະຈໍາເປັນຂອງພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນ? ສົມທຽບກັບຊົນຊັ້ນກໍາມະກອນຢູ່ ລາວ ໃນປັດຈຸບັນມີຄືແນວໃດ? ໜ້າ 385
ຕອບ:
+ ຕາມລັດທິມາກ-ເລນິນ, ຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ກ້າວໜ້າກ່ວາໝູ່, ເປັນກໍາລັງແຮງສັງຄົມອັນໜຶ່ງອັນດຽວທີ່ມີພາລະກໍາປະຫວັດສາດໃນການລົບລ້າງລະບອບທຶນນິຍົມ, ລົບລ້າງລະບອບຄົນຂູດຮີດຄົນ, ປົດປ່ອຍຊົນຊັ້ນກໍາມະກອນ, ຊາວຜູ່ອອກແຮງງານ ແລະ ປົດປ່ອຍມະນຸດສາດທັງໝົດອອກຈາກຄວາມທຸກຍາກ ແລະ ຫຼ້າຫຼັງ, ເພື່ອກໍ່ສ້າງສັງຄົມໃໝ່, ສັງຄົມນິຍົມ ແລະ ລັດທິຄອມມຸຍນິດ.
    ພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນເລີ່ມຕົ້ນຈາກບັນດາສະຖານະພາບເສດຖະກິດ-ສັງຄົມ ພາວະວິໄສດັ່ງນີ້:
  - ຍ້ອນສະຖານະດ້ານເສດຖະກິດຂອງຊົນຊັ້ນກໍາມະກອນເປັນຜູ້ກໍານົດ.
  - ຍ້ອນລັກສະນະພິເສດດ້ານການເມືອງ-ສັງຄົມຂອງຊົນຊັ້ນກໍາມະກອນເປັນຜູ້ກໍານົດ.
  - ຍ້ອນຂໍ້ຄັດແຍ່ງພື້ນຖານຂອງລັດທິທຶນນິຍົມເປັນຜູ້ກໍານົດ.
+ ສົມທຽບກັບຊົນຊັ້ນກໍາມະກອນຢູ່ ລາວ ໃນປັດຈຸບັນມີຄືແນວໃດ?
...............................................................................................................

ຂໍ້ 02: ຈົ່ງອະທິບາຍຄວາມສໍານຶກ; ລັກສະນະຈໍາເປັນຂອງພັນທະພາບລະຫວ່າງຊົນຊັ້ນກໍາມະກອນ ກັບ ຊົນຊັ້ນຊາວກະສີກອນ ແລະ ປັນຍາຊົນໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ? ສົມທຽບກັບການກໍ່ສ້າງກ້ອນພັນທະພາບ ລະຫວ່າງ ກໍາມະກອນ-ຊາວກະສິກອນ-ປັນຍາຊົນ ຢູ່ລາວໃນປະຈຸບັນ?
ຕອບ:
+ ຄວາມສໍານຶກ: ພັນທະພາບລະຫວ່າງຊົນຊັ້ນກໍາມະກອນ-ຊາວກະສີກອນ ແລະ ປັນຍາຊົນໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມແມ່ນຄວາມສາມັກຄີ, ຮ່ວມມື, ຊ່ວຍເຫຼືອລະຫວ່າງບັນດາຊົນຊັ້ນ-ຊັ້ນຄົນພາຍໃຕ້ການນໍາພາຂອງຊົນຊັ້ນກໍາມະກອນເພື່ອຜົນປະໂຫຍດລວມ ແລະ ສ້າງກໍາລັງສໍາພັນທະມິດຂຶ້ນໃນການຂະບວນການປະຕິບັດພາລະກໍາປົດປ່ອຍຊົນຊັ້ນ, ສັງຄົມ ແລະ ມະນຸດ.
+ ລັກສະນະຈໍາເປັນໄດ້ສະແດງອອກດັ່ງນີ້:
  - ໜຶ່ງ: ພິຈາລະນາພາຍໃຕ້ຮູບການດ້ານເສດຖະກິດ-ເຕັກນິກ ແລະ ການແບ່ງແຮງງານ, ເລີ່ມແຕ່ຄວາມຮຽກຮ້ອງຕ້ອງການພາວະວິໄສຂອງຂະບວນການຜະລິດ, ໃນສັງຄົມຈໍາເປັນຕ້ອງເກີດຂຶ້ນບັນດາຂົງເຂດເສດຖະກິດພື້ນຖານ ເຊັ່ນ: ອຸດສະຫະກໍາ, ກະສິກໍາ, ວິທະຍາສາດ ແລະ ເຕັກໂນໂລຊີດ, ການບໍລິການ, ... ການເກີດຂຶ້ນພື້ນຖານເສດຖະກິດແຫ່ງຊາດເອກະພາບ ແລະ ສ້າງຂຶ້ນພື້ນຖານດ້ານວັດຖຸ-ເຕັກນິກທີ່ຈໍາເປັນໃຫ້ແກ່ຂະບວນການກໍ່ສ້າງລັດທິສັງຄົມນິຍົມ.
  - ສອງ: ພິຈາລະນາພາຍໃຕ້ຮູບການດ້ານການເມືອງ-ສັງຄົມໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ, ພັນທະພາບລະຫວ່າງຊົນຊັ້ນກໍາມະກອນ-ຊາວນາ ແລະ ປັນຍາຊົນ ແນ່ໃສ່ເສີມຂະຫຍາຍກໍາລັງແຮງສັງລວມເພື່ອປະຕິຮູບສັງຄົມເກົ່າ, ກໍ່ສ້າງລະບອບສັງຄົມໃໝ່ພາຍໃຕ້ການນໍາພາຂອງພັກ.
+ ສົມທຽບກັບການກໍ່ສ້າງກ້ອນພັນທະພາບ ລະຫວ່າງ ກໍາມະກອນ-ຊາວກະສິກອນ-ປັນຍາຊົນ ຢູ່ລາວໃນປະຈຸບັນ:
...............................................................................................................

ຂໍ້ 03: ຈົ່ງອະທິບາຍບັນດາຜົນສໍາເລັດຂອງລັດທິສັງຄົມນິຍົມໃນໄລຍະແຕ່ປີ 1991 ມາຮອດປັດຈຸບັນ? ຈົ່ງຍົກບັນດາຜົນສໍາ ເລັດທາງດ້ານທິດສະດີໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ?
ຕອບ: 
ບັນດາຜົນສໍາເລັດຂອງລັດທິສັງຄົມນິຍົມໃນໄລຍະແຕ່ປີ 1991 ມາຮອດປັດຈຸບັນ:
+ ໜຶ່ງ: ດ້ານທິດສະດີ: ການປະຕິຮູບ, ການປ່ຽນແປງໃໝ່ເຮັດໃຫ້ເກີດການຮັບຮູ້ໃໝ່ໃນດ້ານຮູບແບບ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
+ ສອງ: ພຶດຕິກໍາໃນການກໍ່ສ້າງສັງຄົມນິຍົມ:
  - ດ້ານເສດຖະກິດ: ໃນສະໄໝປະຕິຮູບ ແລະ ປ່ຽນແປງໃໝ່ບັນດາປະເທດສັງຄົມນິຍົມໄດ້ຮັກສາເສດຖະກິດຈະເລີນເຕີບໂຕ, ຕໍ່ເນື່ອງ, ຊີວິດການເປັນຢູ່ທາງວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການຕອບສະໜອງດີກວ່າເກົ່າ.
  - ດ້ານການເມືອງ-ສັງຄົມ: ໃນບັນດາປະເທດສັງຄົມນິຍົມ, ບົດບາດການນໍາພາຂອງພັກຄອມມຸຍນິດໄດ້ປັບປຸງ ແລະ ເສີມຂະຫຍາຍ, ຍົກສູງ, ຄວາມເຊື່ອໝັ້ນ; ດ້ານການເມືອງ-ສັງຄົມມີຄວາມສະຫງົບ, ເພີ່ມທະວີການກໍ່ສ້າງ, ສໍາເລັດສົມບູນລັດແຫ່ງອໍານາດກົດໝາຍສັງຄົມນິຍົມ, ເປີດກວ້າງສິດເປັນເຈົ້າຂອງປະຊາຊົນໄດ້ຮັບການເສີມຂະຫຍາຍ; ວຽກງານກໍ່ສ້າງ, ສໍາເລັດສົມບູນລະບົບການເມືອງ.
+ ບັນດາຜົນສໍາເລັດທາງດ້ານທິດສະດີໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງພັກປະຊາຊົນປະຕິວັດລາວ:
...............................................................................................................

ຂໍ້ 04: ຈົ່ງອະທິບາຍສາຍພົວພັນລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ປ່ຽນແປງໃໝ່ດ້ານການເມືອງໃນຂະບວນ ວິວັດກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ? ສົມທຽບການໝູນໃຊ້ສາຍພົວພັນນີ້ກັບ ສປປ ລາວ? ໜ້າ603
ຕອບ:
+ ສາຍພົວພັນໄດ້ສະແດງອອກໃນ 3 ດ້ານຄື:
  - ປ່ຽນແປງໃໝ່ກົດບັນຍັດດ້ານເສດຖະກິດ ແລະ ປ່ຽນແປງໃໝ່ກົດບັນຍັດດ້ານການເມືອງຈໍາເປັນຕ້ອງແມ່ນພັກນໍາພາ ແລະ ຍ້ອນຈຸດໝາຍຮັບປະກັນຮັກສາຢ່າງໝັ້ນຄົງທິດທາງສັງຄົມນິຍົມຂອງການພັດທະນາ.
  - ປ່ຽນແປງໃໝ່ກົດບັນຍັດດ້ານເສດຖະກິດ ແລະ ປ່ຽນແປງໃໝ່ກົດບັນຍັດດ້ານການເມືອງຈໍາເປັນຕ້ອງຮັບປະກັນການພັດທະນາຄົບຊຸດຂອງທັງເສດຖະກິດ ແລະ ການເມືອງ.
  - ເອົາພຶດຕິກໍາຕົວຈິງໃນປະເທດ ແລະ ສາກົນເປັນຫຼັກຖານດັດປັບສາຍພົວພັນລະຫວ່າງປ່ຽນແປງໃໝ່ກົດບັນຍັດດ້ານເສດຖະກິດ ແລະ ປ່ຽນແປງໃໝ່ກົດບັນຍັດດ້ານການເມືອງ.
+ ສົມທຽບການໝູນໃຊ້ສາຍພົວພັນນີ້ກັບ ສປປ ລາວ?
...............................................................................................................

ຂໍ້ 05: ລັດທິສັງຄົມນິຍົມທີ່ແທ້ຈິງແມ່ນຫຍັງ? ຈົ່ງໄຈ້ແຍກບັນດາຄຸນລັກສະນະທາດແທ້ຂອງລັດທິສັງຄົມນິຍົມທີ່ແທ້ຈິງມີ ຄືແນວໃດ? ໜ້າ447
ຕອບ:
+ ລັດທິສັງຄົມນິຍົມທີ່ແທ້ຈິງແມ່ນລະບອບສັງຄົມໜຶ່ງທີ່ໄດ້ສ້າງຂຶ້ນບົນບັນດາຫຼັກມູນຂອງລັດທິສັງຄົມນິຍົມວິທະຍາສາດ, ພາຍຫຼັງທີ່ຊົນຊັ້ນກໍາມະກອນ, ພາຍໃຕ້ການນໍາພາຂອງພັກຄອມມຸຍນິດ, ຍາດເອົາອໍານາດມາໄດ້, ກໍ່ສ້າງສັງຄົມໃໝ່ມີກໍາລັງການຜະລິດທີ່ພັດທະນາ ແລະ ການພົວພັນການຜະລິດທີ່ກ້າວໜ້າດ້ວຍໂຄງບົນທາງດ້ານການເມືອງ ແລະ ວັດທະນະທໍາທີ່ສອດຄ່ອງ...
+ ບັນດາຄຸນລັກສະນະທາດແທ້ຂອງລັດທິສັງຄົມນິຍົມທີ່ແທ້ຈິງມີ ຄື:
  - ດ້ານເສດຖະກິດ: ແມ່ນສັງຄົມໜຶ່ງໂດຍອີງໃສ່ກໍາລັງການຜະລິດທີ່ກ້າວໜ້າ ແລະ ການພົວພັນການຜະລິດດ້ວຍລະບອບກໍາມະສິດສ່ວນລວມໄດ້ຮັບການກໍ່ສ້າງປັບປຸງເທື່ອລະກ້າວ.
  - ດ້ານການເມືອງ: ສັງຄົມສັງຄົມນິຍົມແມ່ນສັງຄົມປະຊາທິປະໄຕ, ລັດໃນສັງຄົມນີ້ແມ່ນລັດແຫ່ງອໍານາດກົດໝາຍສັງຄົມນິຍົມ.
  - ດ້ານວັດທະນະທໍາ: ວັດທະນະທໍາໄດ້ຂະຫຍາຍຕົວຢ່າງກົມກຽວບົນພື້ນຖານຮັບເອົາບັນດາຄຸນຄ່າທີ່ດີຢ້ຽມຂອງວັດທະນະທໍາມະນຸດດ້ວຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ-ປະເທດ.
  - ດ້ານສັງຄົມ: ປະຕິບັດຄວາມສະເໝີພາບ, ຍຸຕິທໍາສັງຄົມລະຫວ່າງຄົນກັບຄົນ, ລະຫວ່າງບັນດາຊາດ ແລະ ລະຫວ່າງບັນດາເຜົ່າຊົນ.
  - ດ້ານມະນຸດ: ຄົນເຮົາມີກໍາລັງຄວາມສາມາດຄົບຖ້ວນ, ມີຄຸນຄ່າ, ຄຸນສົມບັດ, ມີແບບແຜນການດໍາລົງຊີວິດທີ່ດີງາມ ເພື່ອກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ.
  - ດ້ານການພົວພັນການຕ່າງປະເທດ: ສັງຄົມສັງຄົມນິຍົມແມ່ນສັງຄົມແກ້ໄຂບັນດາສາຍພົວພັນລະຫວ່າງຊົນຊັ້ນ-ຊົນຊາດ-ສາກົນບົນຫຼັກການສັນຕິພາບ, ມິດຕະພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ບໍ່ລ່ວງລໍ້າອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ.

ຂໍ້ 06: ຈົ່ງອະທິບາຍບັນດາສາເຫດອັດຕະວິໄສພາໄປເຖິງວິກິດການຂອງລັດທິສັງຄົມນິຍົມທີ່ແທ້ຈິງຢູ່ ລັດເຊຍ ແລະ ເອີຣົບ ຕາເວັນອອກ? ໜ້າ467
ຕອບ:
+ ຍ້ອນ 4 ສາຍເຫດອັດຕະວິໄສ ດັ່ງນີ້:
  - ໜຶ່ງ: ມີຂໍ້ຈໍາກັດໃນການສະຫຼູບພຶດຕິກໍາຕົວຈິງ, ປັບປຸງທິດສະດີຂອງພັກຄອມມຸຍນິດ, ລັດທິສັງຄົມນິຍົມໃນການຊອກຫາຮູບແບບໃຫ້ສອດຄ່ອງກັບປະເທດ ແລະ ຊາດຕົນເອງ.
  - ສອງ: ບັນດາຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງໃນແນວທາງການເມືອງ, ການເຄື່ອນໄຫວບໍມີປະສິດທິຜົນຂອງລະບົບການເມືອງ ແລະ ກົດໝາຍສັງຄົມນິຍົມ.
  - ສາມ: ຢູ່ໃນຫຼາຍປະເທດ, ວຽກງານກໍ່ສ້າງພັກຖືກລະເມີດໂດຍພື້ນຖານ.
  - ສີ່: ຄວາມຂັດແຍ່ງ, ແຕກແຍກຄວາມສາມັກຄີ, ຂາດຄວາມເປັນເອກະພາບພາຍໃນລະບົບສັງຄົມນິຍົມ.

ຂໍ້ 07: ຈົ່ງອະທິບາຍບັນດາບົດຮຽນປະສົບການຕໍ່ກັບການປະຕິວັດຫວຽດນາມ ຜ່ານການລົ້ມລະລາຍຂອງຮູບແບບການກໍ່ສ້າງລັດທິສັງຄົມນິຍົມທີ່ແທ້ຈິງ? ຄວາມໝາຍຂອງບັນດາບົດຮຽນເຫຼົ່ານີ້ຕໍ່ກັບການປະຕິວັດລາວ? ໜ້າ471
ຕອບ:
+ ບັນດາບົດຮຽນປະສົບການ, ສະແດງອອກດັ່ງນີ້:
  - ຍຶດຖືລັດທິມາກ-ເລນິນ, ຮັກສາແໜ້ນແນວທາງລັດທິສັງຄົມນິຍົມໃນຂະບວນວິວັດປ່ຽນແປງໃໝ່ກໍ່ສ້າງສັງຄົມນິຍົມ.
  - ສົມທົບການສະຫຼຸບປະຫວັດສາດທັງຕິດພັນກັບການສະຫຼຸບພຶດຕິກໍາຕົວຈິງຂອງຂະບວນວິວັດການກໍ່ສ້າງສັງຄົມນິຍົມ ເພື່ອກໍານົດແນວທາງຍຸດທະສາດໃຫ້ສອດຄ່ອງ ແລະ ບັນດາກໍາລັງໜູນພັດທະນາປະເທດຊາດ.
  - ຍຶດຖືປະດິດສ້າງ ແລະ ມີຫຼັກການໃນການປ່ຽນແປງໃໝ່ພາລະກິດກໍ່ລັດທິສັງຄົມນິຍົມໃນປັດຈຸບັນ.
  - ສືບທອດສັດຈະວິພາກບັນດາຄຸນຄ່າແຜ່ຫຼາຍທົ່ວໄປຂອງມະນຸດທີ່ບັນລຸໄດ້ໃນປະຫວັດສາດຂອງມວນມະນຸດ ເພື່ອຂະຫຍາຍຕົວໃນຂະບວນວິວັດກໍ່ສ້າງລະບອບສັງຄົມນິຍົມທີ່ດີເລີດ.
  - ຍຶດໜັ້ນຮັກສາແໜ້ນບົດບາດການນໍາພາຂອງພັກຄອມມູນິດ, ບໍ່ຍອມຮັບຫຼາຍພັກຫຼາຍຝ່າຍກົງກັນຂ້າມ, ບົນພື້ນຖານຮັກສາແໜ້ນພືື້ນຖານແນວຄິດຂອງພັກແມ່ນລັດທິມາກເລນິນ, ແນວຄິດໂຮ່-ຈີ໋-ມິນ.
  - ຕໍ່ສູ້ກັບບັນດາທັດສະນະຜິດພາດ ແລະ ລັດທິຊາດແບບຂວາຈັດ, ປົກປັກຮັກສາພື້ນຖານແນວຄິດ, ບົດບາດນໍາພາຂອງພັກຄອມມຸຍນິດ ໃນຂະບວນວິວັດກໍ່ສ້າງສັງຄົມນິຍົມ ແມ່ນມີຄວາມຈໍາເປັນເອົາໃຈໃສ່ເປັນພິເສດໃນສະພາບການຂອງຫວຽດ ນາມໃນປັດຈຸບັນ.
+ ຄວາມໝາຍຂອງບັນດາບົດຮຽນເຫຼົ່ານີ້ຕໍ່ກັບການປະຕິວັດລາວ:
...............................................................................................................

ຂໍ້ 08: ຈົ່ງອະທິບາຍລັກສະນະຈໍາເປັນຂອງການປະຕິຮູບປ່ຽນແປງໃໝ່ຂອງລັດທິສັງຄົມນິຍົມໃນໄລຍະ ແຕ່ປີ 1991 ມາຮອດ ປັດຈຸບັນ? ໜ້າ480
ຕອບ:
ການປະຕິຮູບ, ປ່ຽນແປງໃໝ່ລັດທິສັງຄົມນິຍົມ, ປະກອບມີ 4 ລັກສະນະຄື:
  - ເລີ່ມຕົ້ນຈາກວິກິດການຂອງຮູບຖານສັງຄົມນິຍົມແບບເກົ່າ.
  - ເລີ່ມຈາກການພັດທະນາຂອງໂລກໃນປະຈຸບັນ.
  - ເລີ່ມຈາກຄວາມຕ້ອງການໃນການພັດທະນາພາຍຂອງແຕ່ລະປະເທດ, ຊົນເຜົ່າ.
  - ເລີ່ມຈາກທາດແທ້ວິທະຍາສາດ, ການປະຕິບັດທີ່ມີໃນຕົວຂອງລັດທິມາກເລນິນ.

ຂໍ້ 09: ຈົ່ງອະທິບາຍບັນດາຄຸນລັກສະນະພື້ນຖານຂອງລັດທິສັງຄົມນິຍົມຢູ່ຫວຽດນາມ? ຈົ່ງຍົກໂຄງການໆເມືອງກໍ່ສ້າງປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ (ສະບັບປັບປຸງ ແລະ ຂະຫຍາຍປີ 2011)? ສົມທຽບກັບການປະ ຕິບັດຄຸນລັກສະນະ ‘
ໂດຍປະຊາຊົນເປັນເຈົ້າ’’ ຢູ່ປະເທດລາວ?ໜ້າ514
ຕອບ:
+ ປະກອບມີ 8 ລັກສະນະຄື:
  - ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສະເໝີພາບ, ຍຸຕິທໍາ, ປະຊາທິປະໄຕ ສີວິໄລ.
  - ໂດຍປະຊາຊົນເປັນເຈົ້າ.
  - ພື້ນຖານເສດຖະກິດຂະຫຍາຍຕົວສູງ, ອີງໃສ່ກໍາລັງການຜະລິດທີ່ທັນສະໄໝ ແລະ ພົວພັນການຜະລິດສອດຄ່ອງກັບການຂະຫຍາຍຕົວຂອງກໍາລັງການຜະລິດ.
  - ມີພື້ນຖານວັດທະນະທໍາເຕັມໄປດ້ວຍສີສັນເອກະລັກຂອງຊາດ.
  - ຄົນເຮົາໄດ້ຮັບການປົດປ່ອຍຈາກການກົດຂີ່ຂູດຮີດ, ຍຸຕິທໍາ ມີຊີວິດອີ່ມໜໍາສໍາລານ ມີຄວາມເສລີພາບ ຄວາມສາມາດພັດທະນາຮອບດ້ານ.
  - ບັນດາຊົນເຜົ່າໃນວົງຄະນະຍາດຫວຽດນາມມີຄວາມສະເໝີພາບ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນພ້ອມກັນກ້າວໜ້າ.
  - ລັດແຫ່ງອໍານາດກົດໝາຍສັງຄົມນິຍົມເປັນຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ພາຍໃຕ້ການນໍາພາຂອງພັກຄອມມູນິດ.
  - ມີການພົວພັນຮ່ວມມືກັບບັນດາປະເທດໃນໂລກ.
+ ໂຄງການໆເມືອງກໍ່ສ້າງປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ (ສະບັບປັບປຸງ ແລະ ຂະຫຍາຍປີ 2011) ປະກອບມີ 8 ການປັບປຸງຄື:
  - ຊຸກຍູ້ແຮງການຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດຊາດ, ຕິດພັນ​ກັບ​ການ​ພັດທະນາ​ເສດຖະກິດ, ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ.
  - ພັດທະນາເສດຖະກິດຕະຫຼາດ, ຕາມທິດກ້າວຂຶ້ນລັດທິສັງຄົມນິຍົມ.
  - ສ້າງພື້ນຖານ​ວັດ​ທະ​ນະ​ທໍາ​ທີ່​ກ້າວ​ຫນ້າ​ ມີ​ລັກ​ສະ​ນະ​ຂອງ​ຊາດ​; ສ້າງ​ຊັບພະຍາກອນມະນຸດ, ຍົກສູງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງໃຫ້ສັງຄົມມີຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ.
  - ມີພື້ນຖານວັດທະນະທໍາເຕັມໄປດ້ວຍສີສັນເອກະລັກຂອງຊາດ.
  - ຮັບປະກັນ​ສະຖຽນນະພາບທາງດ້ານ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.
  - ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດຢ່າງ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ​ຮ່ວມ​ມື ​ແລະ ພ້ອມກັນພັດທະນາ; ເອົາໃຈໃສ່ຕັ້ງໜ້າການ​ເຊື່ອມ​ໂຍງ​ກັບ​ສາກົນ.
  - ກໍ່ສ້າງ​ພື້ນຖານປະຊາທິປະ​ໄຕ​ສັງຄົມ​ນິຍົມ, ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສາມັກຄີໃນ​ທົ່ວປວງຊົນ​, ​ເສີມ​ຂະຫຍາຍ​ ​ຄວາມເປັນ​ເອກະ​ພາບຂອງທຸກຊົນເຜົ່າ.
  - ສ້າງ​ລັດ​ແຫ່ງກົດ​ໝາຍ​ສັງ​ຄົມ​ນິ​ຍົມ, ເປັນ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ.
  - ກໍ່ສ້າງພັກທີ່ປອດໄສ, ເຂັ້ມແຂງ ແລະ ໝັ້ນຄົງ.
+ ສົມທຽບກັບການປະ ຕິບັດຄຸນລັກສະນະ ‘
ໂດຍປະຊາຊົນເປັນເຈົ້າ’’ ຢູ່ປະເທດລາວ?
...............................................................................................................

ຂໍ້ 10: ຈົ່ງອະທິບາຍບັນດາທິດທາງພື້ນຖານກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ?
ຕອບ:
+ ບັນດາທິດທາງພື້ນຖານກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມສະແດງອອກ 7 ທິດທາງພື້ນຖານ ດັ່ງນີ້
  - ກໍ່ສ້າງລັດສັງຄົມນິຍົມ, ລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ຖືເອົາພັນທະພາບຊົນຊັ້ນກໍາມະກອນກັບຊົນຊັ້ນຊາວນາ ແລະ ຊັ້ນປັນຍາຊົນເປັນພື້ນຖານໂດຍພັກຄອມຸນິດນໍາພາ.
  - ພັດທະນາກໍາລັງການຜະລິດ, ຫັນເປັນປະເທດອຸດສະຫະກໍາຕາມທິດທັນສະໄໝຕິດພັນກັບການພັດທະນາພື້ນຖານກະສິກໍາຮອບດ້ານແມ່ນໜ້າທີ່ໃຈກາງແນ່ໃສ່ກໍ່ສ້າງພື້ນຖານວັດຖຸ-ເຕັກນິກຂອງລັດທິສັງຄົມນິຍົມເທື່ອລະກ້າວ.
  - ສອດຄ່ອງກັບການຂະຫຍາຍຕົວຂອງກໍາລັງການຜະລິດ, ສ້າງຕັ້ງສາຍພົວພັນການຜະລິດສັງຄົມນິຍົມເທື່ອລະກ້າວເລີ່ມຈາກຕໍ່າຫາສູງກັບຫຼາຍຮູບຫຼາຍແບບດ້ານຮູບການກໍາມະສິດ. ພັດທະນາພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນຕາມທິດສັງຄົມນິຍົມ.
  - ດໍາເນີນການປະຕິວັດສັງຄົມນິຍົມໃນຂົງເຂດແນວຄິດ ແລະ ວັດທະນະທໍາເຮັດໃຫ້ໂລກະທັດມາກ-ເລນິນ ແລະ ແນວຄິດ, ຄຸນສົມບັດ ໂຮ່ຈີມິນຮັກສາທີ່ຕັ້ງເປັນເຈົ້າພາທາງໃນການດໍາລົງຊີວິດທາງດ້ານຈິດໃຈສັງຄົມ.
  - ປະຕິບັດນະໂຍບາຍມະຫາສາມັກຄີຊົນຊາດ.
  - ກໍ່ສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດແມ່ນສອງໜ້າທີ່ຍຸດທະສາດຂອງການປະຕິວັດຫວຽດນາມ.
  - ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງເທົ່າທຽມກັບໜ້າທີ່.

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11