LEDUAN11 | BÀI PHÁT BIỂU CỦA BCSL LÀO K11 TẠI BUỔI GIAO LƯU, GẶP MẶT THÂN MẬT, NGÀY 29/10/2022
ບົດປະກອບຄໍາເຫັນຂອງຫ້ອງ ລາວ, ລຸ້ນ 11, ຄັ້ງວັນທີ 29/10/2022
ໃນງານພົບປະ, ສ້າງສັນ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ
(5/9/1962 - 5/9/2022)
ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ
(18/7/1977 - 18/7/2022).
( Khamtoun OUNLIENVONGSACK, Lớp phó, Chủ tịch nhóm học viên Tỉnh Sạ Vắn Nạ Khệt )
- ຮຽນ: ບັນດາທ່ານການນຳ ຄະນະໂຄສະນາພັກແຂວງ; ຄະນະຈັດຕັ້ງພັກແຂວງ; ພະແນກພົວພັນຕ່າງປະເທດແຂວງ ແລະ ວິທະຍາໄລຄູແຂວງ ທີ່ນັບຖື.
- ຮຽນ: ທ່ານ ເຢືອງ-ເຮືອງ-ເຊີນ, ຜູ່ອໍານວຍການໂຮງຮຽນ ທີ່ນັບຖື.
- ຮຽນ: ບັນດາສະຫາຍພະນັກງານ, ຄູອາຈານ ທີ່ນັບຖື.
------------
ມື້ນີ້, ຂ້າພະເຈົ້າໃນນາມຕາງໜ້າໃຫ້ນັກສຶກສາລາວ 50ສ/ຫ, ມີຄວາມຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າຮ່ວມງານ ພົບປະ, ສ້າງສັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ທີ່ຈັດຂຶ້ນໂດຍໂຮງຮຽນການເມືອງ ເລຢັວນ, ຄັ້ງວັນທີ 29/10/2022.ນີ້ແມ່ນເຫດການທີ່ມີຄວາມຫມາຍສໍາຄັນແນໃສ່ການທວນຄືນມູນເຊື້ອ ສາຍພົວພັນຄວາມສາມັກຄີທີ່ມີມາແຕ່ດົນນານ ຂອງສອງຊາດ, ຊ່ວຍຊຸກຍູ້ການຮ່ວມມືຮອບດ້ານ, ການເຂົ້າໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ, ຊ່ວຍໃຫ້ປະຊາຊົນສອງຊາດເວົ້າລວມ, ເວົ້າສະເພາະ ແມ່ນນັກສຶກສາລາວ ລຸ້ນ 11 ເຂົ້າໃຈຕໍ່ປະຫວັດສາດການປະຕິວັດ, ພັນທະມິດໃນການ ຕໍ່ສູ້ ຫວຽດ-ລາວ, ສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່ ໜຶ່ງບໍ່ມີສອງ ທີ່ຫາຍາກໃນໂລກ, ບໍ່ວ່າໃນສະໄໝສົງຄາມ ກໍ່ຄື ໃນປະຈຸບັນ.
ນະໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈອັນລົ້ນເຫຼືອ ມາຍັງບັນດາທ່ານການນໍາຂອງແຂວງ, ການນໍາຂອງໂຮງຮຽນ, ບັນດາຄູອາຈານ ທີ່ໄດ້ສ້າງໂອກາດ, ອໍານວຍຄວາມສະດວກໃຫ້ແກ່ພວກຂ້າພະເຈົ້າ, ໄດ້ມາສຶກສາຮໍ່າຮຽນເອົາຄວາມຮູ້ຢູ່ໃນໂຮງຮຽນແຫ່ງນີ້ ກໍ່ຄື ການໄປທັດສະນະບັນດາຈຸດສໍາຄັນຕ່າງໆເພື່ອທອດຖອນເອົາບົດຮຽນ, ປະສົບການເມືອໝູນໃຊ້ຢູ່ກົມກອງທ້ອງຖິ່ນຂອງຕົນ.
ທ້າຍສຸດນີ້, ຂໍອ່ວຍພອນໃຊໃຫ້ບັນດາທ່ານຜູ່ແທນ, ບັນດາຄູອາຈານ, ແຂກມີກຽດເຂົ້າຮ່ວມໃນງານຄັ້ງນີ້, ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດ...ຂໍອ່ວຍພອນໃຫ້ງານພົບປະ, ສ້າງສັນໃນມື້ນີ້ ຈົ່ງປະສົບຜົນສໍາເລັດ ເກີນຄາດໝາຍ, ຂໍອ່ວຍພອນ ໃຫ້ຄວາມສາມັກຄີ ພິເສດ ລາວ-ຫວຽດນາມ, ນັບມື້ນັບງອກງາມຕະຫຼອດກະລະນານ.
ຂໍຂອບໃຈ!
LEDUAN11 | BÀI PHÁT BIỂU CỦA HIỆU TRƯỞNG TẠI BUỔI GIAO LƯU, GẶP MẶT THÂN MẬT, NGÀY 29/10/2022
ບົດປະກອບຄໍາເຫັນຂອງຜູ່ອໍານວຍການ ໃນງານພົບປະ, ສ້າງສັນ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ
(5/9/1962 - 5/9/2022)
ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 - 18/7/2022).
ຄັ້ງວັນທີ 29/10/2022
(Thầy giáo Dương Hương Sơn, Hiệu trưởng Trường chính trị Lê Duẩn)
ຂໍຮຽນ: ບັນດາສະຫາຍການນຳ ຄະນະໂຄສະນາພັກແຂວງ; ຄະນະຈັດຕັ້ງພັກແຂວງ; ພະແນກພົວພັນຕ່າງປະເທດແຂວງ ແລະ ວິທະຍາໄລຄູແຂວງ ທີ່ນັບຖື ແລະ ຮັກແພງ.
ຮຽນ: ບັນດາສະຫາຍພະນັກງານ, ຄູອາຈານ ແລະ ນັກສຶກສາທີ່ຮັກແພງທັງຫຼາຍ.
------------
ພວກເຮົາສະແດງຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈຕໍ່ບາດກ້າວການຂະຫຍາຍຕົວຢ່າງໜັກແໜ້ນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ມື້ນີ້ທາງໂຮງຮຽນການເມືອງ ເລຢັວນ ພວກເຮົາພ້ອມກັນຈັດງານພົບປະ, ສ້າງສັນ ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ.ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍນ້ຳໃຈສາມັກຄີມິດຕະພາບຖານອ້າຍນ້ອງ ແລະ ຄວາມເບີກບານມ່ວນຊື່ນ ຮ່ວມກັນຂອງສອງຊາດ ຫວຽດນາມ-ລາວ, ພວກເຮົາສະແດງຄວາມຍິນດີຕ້ອນຮັບບັນດາສະຫາຍຕາງໜ້າການນຳຄະນະໂຄສະນາພັກແຂວງ; ຄະນະຈັດຕັ້ງພັກແຂວງ; ພະແນກພົວພັນຕ່າງປະເທດແຂວງ ແລະ ວິທະຍາໄລຄູ, ບັນດາຄູອາຈານສອນພາສາຫວຽດ ແລະ ພິເສດແມ່ນ ນັກສຶກສາ 50 ສະຫາຍຂອງຊຸດຮຽນທິດສະດີການເມືອງ ລະບົບກໍ່ສ້າງ, ຊຸດທີ 11 ສໍາລັບພະນັກງານ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ ສປປ ລາວ.
ຕາງໜ້າການນຳໂຮງຮຽນຂໍສະແດງຄວາມຮັກແພງອັນອົບອຸ່ນ ແລະ ຄຳອ່ວຍພອນໄຊອັນປະເສີດມາຍັງບັນດາ ສະຫາຍ, ບັນດາທ່ານແຂກຜູ່ມີກຽດໃນທີ່ນີ້ດ້ວຍ.
ຮຽນບັນດາສະຫາຍ ແລະ ໝູ່ເພື່ອນ!
ຫວຽດນາມ ແລະ ລາວ ແມ່ນສອງປະເທດເພື່ອນບ້ານໃກ້ຄຽງ, ໄດ້ກິນນ້ຳຮ່ວມກັນສາຍແມ່ນ້ຳຂອງ, ອີງຫຼັງໃສ່ສາຍພູຫຼວງຫຍິ່ງໃຫຍ່, ມີມູນເຊື້ອພົວພັນຢ່າງສັນຕິພາບ ແລະ ສະໜິດສະໜົມໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງສອງຊາດ.
ກ່ອນນີ້ 90 ກ່ວາປີ, ທັງສອງຊາດພວກເຮົາມີຄວາມມູ່ງມາດປາດຖະໜາອັນແຮງກ້າຢາກພົ້ນອອກຈາກ ແອກປົກຄອງຂອງລະບອບລ່າເມືອງຂຶ້ນ ເພື່ອຍາດເອົາເອກະລາດແຫ່ງຊາດ, ບັນພະບູລຸດ, ບັນດານັກປະຕິວັດ ຂອງສອງປະເທດໄດ້ ພ້ອມກັນສ້າງຕັ້ງພັກຄອມມູນິດ ອີນດູຈິນຂຶ້ນມາ - ເປັນອະດີດຂອງພັກຄອມມູນິດຫວຽດນາມ ແລະ ພັກ ປະຊາຊົນ ປະຕິວັດ ລາວ ໃນປະຈຸບັນ. ພາຍໃຕ້ການນຳພາຂອງພັກຄອມມູນິດອິນດູຈິນ, ຂະບວນການຕໍ່ສູ້ຂອງ ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ໄດ້ເກີດຂຶ້ນນັບມື້ນັບກ້ວາງຂວາງ ແລະ ຕິດພັນກັນຢ່າງສະໜິດແໜ້ນ ບົນນໍ້າໃຈເພີື່ອນມິດສະຫາຍ, ຄືອ້າຍນ້ອງຮ່ວມອຸທອນດຽວກັນ ແລະ ຮ່ວມກັນປະຕິວັດຊາດຢ່າງອົງອາດກ້າຫານ, ສາມາດສ້າງກຳລັງແຮງມະຫາສານ, ຊ່ວຍສອງຊາດຍາດເອົາໄດ້ອຳນາດການປົກຄອງໃນປີ 1945 ແລະ ສ້າງຕັ້ງ ລັດຖະບານ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ໃນວັນທີ 2/9/1945 ແລະ ລັດຖະບານ ລາວ ອິດສະຫຼະ, ໃນວັນທີ 12/10/1945.
ໃນຊຸ່ມປີຕໍ່ໄປນັ້ນ, ກອງທັບ ແລະ ປະຊາຊົນສອງປະເທດພວກເຮົາສືບຕໍ່ຄຽງບ່າຄຽງໄລ່ກັນ, ພ້ອມກັນຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະອັນສະຫງ່າລາສີຢູ່ທັງສອງເບື້ອງຂອງສາຍພູຫຼວງ ແລະ ເສັ້ນທາງໂຮ່ຈິມິນ ປະຫວັດສາດ, ກ້າວໄປເຖິງໄຊຊະນະຢ່າງສົມບູນຂອງການປະຕິວັດ, ຂອງແຕ່ລະປະເທດໃນປີ 1975, ຈາກນັ້ນ, ສາຍພົວ ພັນລະຫວ່າງ ຫວຽດນາມ - ລາວ ໄດ້ກ້າວເຂົ້າສູ້ໜ້າປະຫວັດສາດໃໝ່, ຈາກຄວາມສຳພັນສູ້ຮົບ, ຮ່ວມຂຸມຄອງ ດຽວກັນ, ກາຍເປັນການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ມີຄວາມເປັນ ເອກະລາດ, ອະທິປະໄຕ ນັ້ນແມ່ນ ສສ ຫວຽດນາມ ແລະ ສປປ ລາວ, ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດ ລາວ, ປະຊາຊົນສອງປະເທດໄດ້ຄຽງບ່າຄຽງໄລ່ກັນ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສັງຄົມນິຍົມ ຢູ່ໃນແຕ່ລະປະເທດ, ສອງພັກ, ສອງລັດໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພື້ນຟູເສດຖະກິດ - ສັງຄົມ ຫຼັງສົງຄາມ, ພ້ອມກັນນັ້ນສືບຕໍ່ເສີມສ້າງ ແລະ ຂະຫຍາຍສາຍພົວພັນຮ່ວມມືໃນຫຼາຍຂົງເຂດສຳຄັນຄື ເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ, ການກໍ່ສ້າງ, ປກຊ, ປກສ ແລະ ການພົວພັນຕ່າງປະເທດ...
ເລີ່ມຈາກຄວາມຕ້ອງການໃນການຮ່ວມມືຢ່າງກວ້າງຂວາງ ແລະ ຮີບດ່ວນລະຫວ່າງສອງປະເທດໃນສະພາບການໃໝ່, ວັນທີ 18 ກໍລະກົດ 1977, ຫວຽດນາມ ແລະ ລາວ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ຮ່ວມມື, ໃນນັ້ນ "ສອງຝ່າຍໃຫ້ຄຳໝັ້ນສັນຍາໃນການອອກແຮງປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດຫວຽດນາມ - ລາວ, ສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ການຮ່ວມມືອັນຍາວນານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກດ້ານບົນຈິດໃຈລັດທິສາກົນກໍາມະຊີບ ແລະ ຕາມຫຼັກການຄວາມສະເໝີພາບອັນຄົບຖ້ວນ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ ແລະ ກັນ, ບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ " ຕະຫຼອດໄລຍະ 45 ປີຜ່ານມາ, ສົນທິສັນຍາສະບັບນີ້ໄດ້ກາຍເປັນຊັບສິນອັນລ້ຳຄ່າ ແລະ ມີຄວາມໝາຍສຳຄັນທີ່ສຸດ, ເປັນພື້ນຖານນິຕິກຳທີ່ໜັກແໜ້ນເພື່ອໃຫ້ສອງປະເທດສຶບຕໍ່ເພີ່ມທະວີການພົວພັນມິດຕະພາບແບບພິເສດ ແລະ ຮ່ວມມືຮອບດ້ານຢ່າງບໍ່ຢຸດຢັ້ງ. ສົນທິສັນຍາຍັງແມ່ນປະຖົມປັດໃຈເພື່ອໃຫ້ສອງປະເທດລົງນາມໃນບັນດານິຕິກໍາຮ່ວມມື ແລະ ເຫັນດີເປັນເອກະພາບໃນຂົງເຂດການເມືອງ, ຄວາມສະຫງົບສຸກ, ປ້ອງກັນປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ...
ຮຽນບັນດາສະຫາຍ ແລະ ໝູ່ເພື່ອນ!
ໃນຊຸມປີມໍ່ໆມານີ້, ສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ - ລາວ ໄດ້ສືບຕໍ່ພັດທະນາຢ່າງໜັກແໜ້ນ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ສາຍພົວພັນທາງການເມືອງໄດ້ຮັບການປັບປຸງ ແລະ ຍົກສູງຢ່າງບໍ່ຢຸດຢັ້ງ, ຈາກ "ສາຍພົວພັນມິດຕະພາບມູນເຊື້ອ" ກາຍເປັນ "ສາຍພົວພັນມິດຕະພາບອັນໃຫຍ່ຫຼວງ" ນັບແຕ່ເດືອນກຸມພາ ປີ2019 ແລະ ນັບມື້ນັບໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ສະໜິດແໜ້ນ, ສືບຕໍ່ຊ່ວຍໃນການກໍານົດທິດທາງໃນການຮ່ວມມືຮອບດ້ານໃນທຸກຂົງເຂດ.
ສໍາລັບແຂວງ ກວາງຈິ ເວົ້າລວມ ແລະ ເວົ້າສະເພາະແມ່ນໂຮງຮຽນການເມືອງເລ ຢັວນ, ໄດ້ປະຕິບັດແຜນນະໂຍບາຍຂອງສູນກາງພັກຄອມມູນິດຫວຽດນາມ ແລະ ຄະນະພັກແຂວງກວາງຈິ ກ່ຽວກັບການກໍ່ສ້າງພະນັກງານຊ່ວຍເຫຼືອເພື່ອນລາວ, ມາຮອດປະຈຸບັນ, ໂຮງຮຽນເປີດໄດ້ 11 ຊຸດໃນການກໍ່ສ້າງຫຼັກສູດຊັ້ນກາງທິດສະດີການເມືອງ ໃຫ້ ແກ່ສອງແຂວງຄື: ແຂວງສາລະວັນ ແລະ ສະຫວັນນະເຂດ ສປປລາວ, ມີນັກສຶກສາທັງໝົດ 480 ສ/ຫ, ໃນນັ້ນ ແຂວງສາລະວັນ 230 ສ/ຫ; ແຂວງສະຫວັນນະເຂດ 250 ສ/ຫ, ແມ່ນພະນັກງານປະຈໍາການ ແລະ ພະນັກງານ ທີ່ມີໜ້າທີ່ຕໍາແໜ່ງຂອງບັນດາພະແນກ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ, ຜ່ານບັນດານັກສຶກສາທີ່ໄດ້ຮັບການກໍ່ ສ້າງຢູ່ໂຮງຮຽນຊ່ວຍໃຫ້ຊາວລາວເຂົ້າໃຈວັດທະນະທຳ, ຮີດຄອງປະເພນີ ແລະ ການພັດທະນາຂອງຫວຽດນາມ, ໃນຂະນະດຽວກັນນັ້ນ, ນັກສຶກສາເອງກໍ່ແມ່ນ “ເສັ້ນໄໝເຊື່ອມໂຍງ” ອັນແໜ້ນແກ່ນ ແລະ ປະກອບສ່ວນປັບປຸງ ຕື່ມໃຫ້ ແກ່ນ້ຳໃຈສາມັກຄີມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ແລະ ເວົ້າສະເພາະແມ່ນລະຫວ່າງ ແຂວງ ກວ້າງຈິ ກັບ ແຂວງ ສາລະວັນ ແລະ ສະຫວັນນະເຂດ.
ຮຽນບັນດາສະຫາຍ!
ບັນດາຜົນງານທີ່ສຳຄັນທີ່ບັນລຸໄດ້ໃນການພົວພັນຂອງສອງປະເທດບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ຂະບວນ ການປ່ຽນແປງໃໝ່, ພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດແຕ່ລະປະເທດ, ປັບປຸງທ່າແຮງ ແລະ ກໍາລັງຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ຄວາມ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. ສະນັ້ນ, ພວກເຮົາຕ້ອງຕັດສິນໃຈຮ່ວມມືກັນປົກປັກຮັກສາ ແລະ ເສີມ ຂະຫຍາຍສາຍພົວພັນພິເສດທີ່ເປັນມູນເຊື້ອ, ບໍລິສຸດຫວຽດນາມ - ລາວ ໃຫ້ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງປະທານໄກສອນ ພົມວິຫານ ທີ່ວ່າ: “ເຖິງວ່າພູຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງຍິ່ງກ່ວາພູເຂົາກ້າ ແລະ ແມ່ນນໍ້າລຳເຊ"
ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ ແລະ ເບີກບານມ່ວນຊື່ນໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວຄົບຮອບ 45 ປີ, ພວກເຮົາຂໍອ່ວຍພອນໄຊ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ, ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະນົງແກ່ນຊົ່ວກາລະນານ, ດັ່ງປະທານໂຮ່ຈິມິນກ່າວໄວ້:
ອວຍພອນແດ່ບັນດາທ່ານຜູ້ແທນ ແລະ ບັນດາສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສຳເລັດໃນທຸກໜ້າທີ່ການງານ.

ຮັກຫອມກັນໝາຍໜັ້ນ ຫຼາຍສັນພູກໍ່ປິ່ນໄຕ່
ຫຼາຍນນໍ້າໃຫຍ່ຄົກຄ້ອຍ ຂວາງຂັ້ນກໍ່ດຸ່ງໄປ
ຫວຽດ ລາວ ສອງຊາດໄດ້ ຝັງຄວາມຮັກຢູ່ໃນໃຈ
ຮົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້
ອວຍພອນແດ່ບັນດາທ່ານຜູ້ແທນ ແລະ ບັນດາສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສຳເລັດໃນທຸກໜ້າທີ່ການງານ.
ຂໍຂອບໃຈ
LEDUAN11 | 105 -TB/TCTLD | THÔNG BÁO KHAI MẠC CÁC HOẠT ĐỘNG THI ĐUA CHÀO MỪNG KỶ NIỆM 40 NĂM, NGÀY NHÀ GIÁO VIỆT NAM 20/11
* ແຈ້ງການ ພິທີເປີດງານແຂ່ງຂັນ ສິນລະປະ, ກິລາບານສົ່ງ ແລະ ດຶງເຊື້ອກ, ເພື່ອສະເຫຼີມສະຫຼອງ, ວັນຄູຫວຽດນາມ, ຄົບຮອບ 40 ປີ (20/11/1982 - 20/11/2022)
I. ພາກສ່ວນເຂົ້າຮ່ວມ:
1, ຄະນະພັກ; ຄະນະອໍານວຍການໂຮງຮຽນ; ຄະນະນໍາຂອງບັນດາພາກວິຊາ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ຄະນະຊີ້ນໍາ, ບັນດາອານຸກໍາມະການ, ພ້ອມດ້ວຍພະນັກງານ, ລັດຖະກອນຂອງໂຮງຮຽນການເມືອງ ເລຢັວນ.
I. ພາກສ່ວນເຂົ້າຮ່ວມ:
1, ຄະນະພັກ; ຄະນະອໍານວຍການໂຮງຮຽນ; ຄະນະນໍາຂອງບັນດາພາກວິຊາ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ຄະນະຊີ້ນໍາ, ບັນດາອານຸກໍາມະການ, ພ້ອມດ້ວຍພະນັກງານ, ລັດຖະກອນຂອງໂຮງຮຽນການເມືອງ ເລຢັວນ.
2, ອາຈານປະຈໍາຫ້ອງ, ຄະນະຫ້ອງ, ໜ່ວຍສິນລະປະ, ທີມກິລາບານສົ່ງ ແລະ ທີມດຶງເຊື້ອກ ຂອງບັນດາຫ້ອງ: LAO K11, ĐT36, KT48, KT49, KT50 ແລະ ຫ້ອງ ກຸ່ມຄະນະພັກ.
3, ຄະນະປະກວດ ແລະ ບັນດາໜ່ວຍຄະນະກໍາມະການກິລາ.
II. ເວລາ ແລະ ສະຖານທີ່ຈັດງານ:
1, ເວລາ: 16:00ໂມງ, ວັນພະຫັດ, ວັນທີ 03/11/2022.
2, ສະຖານທີ່: ໂຮງຮຽນການເມືອງ ເລຢັວນ (301 ເບ - ຖະໜົນ ເລຢັວນ - ນະຄອນດົງຮ່າ - ແຂວງກ້ວາງຈິ້)
III. ວາລະຂອງງານ:
1, ແຈ້ງຈຸດປະສົງ, ພາກສ່ວນ ແລະ ແຂກເຂົ້າຮ່ວມ (ຄະນະຊີ້ນໍາ)
2, ກ່າວເປີດພິທີ (ສ/ຫ ໂງ-ທິ-ທູ-ຮ່າ, ຮອງເລຂາ, ຮອງອໍານວຍການ)
3, ມອບຊໍ່ດອກໄມ້ໃຫ້ບັນດາຫ້ອງ, ຜູ່ຕາງໜ້າຄະນະກໍາມະການ (ຄະນະອໍານວຍການໂຮງຮຽນ)
4, ຕາງໜ້ານັກກິລາກ່າວຄໍາປະຕິຍານ (ນັກກິລາຈາກຫ້ອງ KT50)
5, ຕາງໜ້າຄະນະກໍາມະການກ່າວຄໍາປະຕິບານ (ສ/ຫ ເຈິ່ນ-ວັນ-ຕ່ວານ, ເລຂາຊາວໜຸ່ມໂຮງຮຽນ)
6, ແຂ່ງຂັນກິລາບານສົ່ງ, ລະຫວ່າງ: ĐT36 (B1) ກັບ KT48 (B2)
Featured Posts
School Legislation
Class Schedule
News
Lesson
Visit
Various Techniques
Happy birthday
Student Information
Other
Maps
Exchange Rate
Followers
Views
View all