LEDUAN11 | 27/6 | CÂU HỎI ÔN THI 10

10. ຈົ່ງອະທິບາຍທາດແທ້ ໂຄງປະກອບຂອງສະຕິສັງຄົມ?

10.1. ທາດແທ້ສະຕິສັງຄົມແມ່ນຮູບແບບທີ່ແຕກຕ່າງກັນຂອງຈັນຍາບັນໃນຊີວິດສັງຄົມ, ປະກອບດ້ວຍ: ແນວຄິດ, ທັດສະນະ, ສາຍຜູກພັນ, ອາລົມ, ຄວາມຊິ້ນເຄີຍ, ຮີດຄອງປະເພນີ, ມູນເຊື້ອ...ຂອງສັງຄົມ, ຖືກກໍາເນີດເກີດຂຶ້ນຜ່ານຂະບວນການຄົງຕົວຂອງສັງຄົມ ແລະ ສ່ອງແສງການຄົງຕົວດັ່ງກ່າວໃນແຕ່ລະໄລຍະປະຫວັດສາດອັນແນ່ນອນ.
10.2. ສະຕິສັງຄົມແມ່ນການສ່ອງແສງການຄົງຕົວຂອງສັງຄົມ, ຍ້ອນການຄົງຕົວຂອງສັງຄົມຕັດສິນ. ສະຕິສັງຄົມສ່ອງແສງການຄົງຕົວຂອງສັງຄົມດ້ວຍຫຼາຍຮູບແບບ, ມີລັກສະນະສັບສົນ, ຖືກຄອບງໍາດ້ວຍຫຼາຍປັດໄຈ (ຜົນປະໂຫຍດ, ສາຍຜູກພັນ...). ເມື່ອເງື່ອນໄຂຂອງສັງຄົມມີການປ່ຽນແປງບາງປັດໄຈ, ສະຕິສັງຄົມກໍ່ປ່ຽນແປງໄປນໍາ.
10.3. ທາດແທ້ໂຄງປະກອບຂອງສະຕິສັງຄົມ ມີ 5 ຮູບການຄື:
    1. ສະຕິການເມືອງ: ແມ່ນຮູບຖານສະຕິສັງຄົມສອດຄ່ອງ ສ່ອງແສງບັນດາສາຍພົວພັນເສດຖະກິດ, ການເມືອງ, ສັງຄົມ, ຜົນປະໂຫຍດຂອງຊົນຊັ້ນ, ຖານະລະຫວ່າງຊົນຊັ້ນບັນດາຊາດ ຫຼື ລະຫວ່າງບັນດາປະເທດ ກໍ່ຄືທ່າທີຂອງບັນດາຊົນຊັ້ນຕໍ່ກັບອໍານາດ ແຫ່ງລັດຂອງສັງຄົມ, ສາມາດແຍກອອກໄດ້ 2 ສະຕິການເມືອງຄື: ສະຕິການເມືອງທໍາມະດາ ແລະ ລະບົບແນວຄິດການເມືອງ.
    2. ສະຕິອໍານາດກົດຫມາຍ: ແມ່ນລະບົບບັນດາທັດສະນະຂອງຊົນຊັ້ນໜຶ່ ກ່ຽວກັບທາດແທ້ບົດບາດຂອງກົດໝາຍ, ກ່ຽວກັບຂອບເຂດສິດອໍານາດ, ພັນທະຂອງບັນດາສະມາຊິກໃນສັງຄົມຂອງລັດ, ບັນດາອົງການຈັດຕັ້ງສັງຄົມບົນພື້ນຖານບັນດາຫຼັກການທີ່ໄດ້ຮັບຮອງດ້ວຍກົດໝາຍ ແລະ ສັງຄົມ.
* ສະຕິອໍານາດກົດຫມາຍສະແດງອອກມີ 3 ເນື້ອໃນຄື: 
    - ທາດແທ້ບົດບາດກົດໝາຍ. 
    - ຂອບເຂດສິດອໍານາດ ແລະ ພັນທະຂອງສະມາຊິກໃນສັງຄົມ.
    - ລັກສະນະຖືກຕ້ອງກົດໝາຍ ແລະ ບໍ່ຖືກຕ້ອງກົດໝາຍ ຫຼື ການກະທໍາຂອງສັງຄົມ.
ຕົວຢ່າງ: ກົດໝາຍວ່າດ້ວຍທະບຽນຄອບຄົວຢູ່ຫວຽດນາມແມ່ນຜູ້ຊາຍຕ້ອງມີອາຍຸ 20 ປີ, ສໍາລັບ ເພດຍິງ ອາຍຸ 18 ປີຂຶ້ນໄປຈຶ່ງ ສາມາດອອກທະບຽນໃຫ້ໄດ້.
    3. ສະຕິຄຸນສົມບັດ: ແມ່ນທັງໝົດຂອງບັນດາທັດສະນະພູມປັນຍາ ແລະ ພາວະອາລົມຈິດ ມີລັກສະນະລວມຂອງບັນດາຊຸມຊົນກ່ຽວກັບບຸນ-ບາບ, ມະໂນທໍາຄວາມຮັບຜິດຊອບ, ຄວາມຜາສຸກ, ຄວາມຍຸຕິທໍາ ແລະ ອື່ນໆ.
    4. ສະຕິສາສະໜາ: ແມ່ນບັນດາຈິດໃຈອາລົມຈິດທັດສະນະແນວຄິດຫຼັກການສາສະໜາ ສ່ອງແສງແບບເຫຼືອເຊື່ອ ເກີນຄວາມຈິງຂອງຊີວິດ, ຄວາມເປັນພາວະວິໄສການຄົງຕົວສັງຄົມສອດຄ່ອງກັບບັນດາຄວາມຕ້ອງການຈິດໃຈຂອງຄົນໃນເງື່ອນໄຂປະຫວັດສາດໃດໜຶ່ງທີ່ແນ່ນອນ.
    5. ສະຕິຄວາມງາມ: ແມ່ນທັງໝົດຂອງຄວາມຮູ້ສຶກສະເທືອນໃຈ, ຄວາມນິຍົມ, ທັດສະນະອຸດົມຄະຕິ, ສ່ອງແສງສາຍພົວພັນ ຂອງຄົນຕໍ່ກັບຄວາມເປັນຈິງພາວະວິໄສ.
ຕົວຢ່າງ: ຜູ້ຊາຍເຮົາເຫັນຜູ້ຍິງງາມແລ້ວເຮັດໃຫ້ມີຄວາມຮູ້ສຶກຕື່ນເຕັ້ນ.

1-3 | 4-5 | 6-7 | 8 | 9 | all

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11