9. ຈົ່ງອະທິບາຍທັດສະນະຂອງລັດທິວັດຖຸນິຍົມສັດຈະວິພາກກ່ຽວກັບບົດບາດພຶດຕິກໍາຕໍ່ກັບຄວາມຮັບຮູ້?
9.1. ຄວາມຮັບຮູ້ແມ່ນຂະບວນການວິວັດແຫ່ງການສ່ອງແສງຕັ້ງໜ້າ, ຕື່ນຕົວ ແລະ ປະດິດສ້າງໂລກໃສ່ມັນສະໝອງ ຂອງຄົນ ບົນພື້ນຖານພຶດຕິກໍາມີລັກສະນະຕົວຈິງ, ປະຫວັດສາດ - ສັງຄົມ.
9.2. ພຶດຕິກໍາແມ່ນການເຄື່ອນໄຫວທາງວັດຖຸທີ່ມີຈຸດປະສົງເປັນກົກເຄົ້າອັນພື້ນຖານ (ຕົ້ນກໍາເນີດ) ໃຫ້ແກ່ຄວາມຮັບຮູ້, ປະກອບມີ 3 ພຶດຕິກໍາຄື:
1. ພຶດຕິກໍາແມ່ນພື້ນຖານ, ກໍາລັງໜູນຂອງຄວາມຮັບຮູ້.
2. ພຶດຕິກໍາແມ່ນຈຸດປະສົງຂອງຄວາມຮັບຮູ້.
3. ພຶດຕິກໍາແມ່ນມາດຕະຖານເພື່ອກວດກາສັດຈະທໍາ.

* ສັງລວມ:
- ພຶດຕິກໍາ ຜະລິດວັດຖຸ ແລະ ປັບປ່ຽນໂລກ, ບັງຄັບໃຫ້ມະນຸດຕ້ອງມີຄວາມຮັບຮູ້ໂລກແຫ່ງການຂະຫຍາຍຕົວ.
- ພຶດຕິກໍາ ເຮັດໃຫ້ບັນດາກາຍອິນຊີສໍາພັດ ແລະ ຈິນຕະນາການຂອງມະນຸດຂະຫຍາຍຕົວສົມບູນຂຶ້ນເທື່ອລະກ້າວ, ຈາກນັ້ນຊ່ວຍໃຫ້ມະນຸດມີການຮັບຮູ້ໂລກນັບມື້ນັບເລິກເຊິ່ງ.
- ພຶດຕິກໍາ ແມ່ນມາດຕະຖານເພື່ອກວດກາຄວາມຮັບຮູ້ ຖືກ ຫຼື ຜິດ, ຖ້າການຮັບຮູ້ທີ່ຖືກຕ້ອງມັນຈະຊ່ວຍໃຫ້ພຶດຕິກໍາມີການພັດທະນາ ແລະ ກົງກັນຂ້າມ. ສະນັ້ນ ພຶດຕິກໍາຈິ່ງເປັນເຄື່ອງມືມາດຖານທີ່ສຸດໃນການກວດກາຄວາມຖືກຕ້ອງຂອງຄວາມຮັບຮູ້.