LEDUAN11 | 27/6 | CÂU HỎI ÔN THI 6 ĐẾN 7

6. ກົດເກນແມ່ນຫຍັງ? ຈົ່ງຍົກວິທີແບ່ງປະເພດກົດເກນ?

6.1. ກົດເກນແມ່ນສາຍພົວພັນທາງດ້ານທາດແທ້, ແນ່ນອນ, ມີແຜ່ຫຼາຍທົ່ວໄປ ແລະ ຊໍ້າໄປຊໍ້າມາ, ລະຫວ່າງບັນດາດ້ານ ແລະ ບັນດາ ປັດໄຈ, ບັນດາລັກສະນະປະຈໍາຕົວຢູ່ພາຍໃນແຕ່ລະສິ່ງວັດຖຸ ຫຼື ລະຫວ່າງບັນດາສິ່ງວັດຖຸດ້ວຍກັນ.
ຕົວຢ່າງ: ຄົນເຮົາເກີດຂຶ້ນມາ, ລ້ວນແລ້ວແຕ່ຜ່ານຂະບວນການວິວັດທາງດ້ານທາດແທ້, ແນ່ນອນ ແລະ ຊໍ້າໄປຊໍ້າມາ ມີລັກສະນະປະ ຈໍາຕົວຄື: ຄົນເຮົາຕ້ອງມີ ເກີດ, ແກ່, ເຈັບ, ຕາຍ...
6.2. ການແບ່ງປະເພດກົດເກນມີ 5 ປະເພດຄື:
    1) ກົດເກນສະເພາະ: ມີລັກສະນະຈໍາເພາະພາຍໃນຕົວຂອງມັນເອງ.
    2) ກົດເກນລວມ: ແມ່ນການກະທົບໄປມາໃສ່ກັນ.
    3) ກົດເກນຢູ່ໃນຂົງເຂດສັງຄົມ: ແມ່ນມີການກະທົບລະຫວ່າງຄົນເຮົາກັບສັງຄົມ.
    4) ກົດເກນທໍາມະຊາດ: ແມ່ນມັນເກີດຂຶ້ນເອງຕາມທໍາມະຊາດ.
    5) ກົດເກນຈິນຕະນາການ: ແມ່ນກົດເກນແຫ່ງຄວາມສໍານຶກຂອງຄົນ.
6.3. ຄວາມຮັບຮູ້ຂອງຄົນກ່ຽວກັບກົດເກນແມ່ນປະກອບມີ 3 ກົດເກນຄື:
    - ກົດເກນການປ່ຽນແປງທາງດ້ານປະລິມານພາໄປເຖິງການປ່ຽນແປງທາງດ້ານຄຸນນະພາບ.
    - ກົດເກນເອກະພາບ ແລະ ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ.
    - ກົດເກນປະຕິເສດຂອງການປະຕິເສດ.
ພຶດຕິກໍາຕົວຈິງ: ຕາມແນວທາງຂອງພັກປະຊາຊົນປະຕິວັດລາວຂອງພັກເຮົາ ຍຶດໝັ້ນລັດທິມາກເລນິນ, ແນວຄິດປະທານໄກ ສອນພົມວິຫານ ແລະ ມູນເຊື້ອຂອງພັກເປັນພື້ນຖານແນວຄິດທິດສະດີຂອງພັກເປັນເຂັມຊີ້ທິດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພັກ.

7. ຈົ່ງອະທິບາຍກົດເກນ ຄວາມເປັນເອກະພາບ ແລະ ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ?

7.1. ບັນດາດ້ານກົງກັນຂ້າມແມ່ນບັນດາດ້ານທີ່ມີຈຸດພິເສດ, ມີລັກສະນະຈໍາເພາະ, ມີລັກສະນະ ທີ່ມີທ່າອ່ຽງ ເຄື່ອນເໜັງກົງກັນຂ້າມກັນ, ຄົງຕົວຢ່າງພາວະວິໄສໃນທໍາມະຊາດ, ສັງຄົມ, ແນວຄິດ ແລະ ແຜ່ຫຼາຍທົ່ວໄປໃນທຸກສິ່ງວັດຖຸ.
    ດ້ານກົງກັນຂ້າມສັດຈະວິພາກແມ່ນການກະທົບໄປມາເຊິ່ງກັນ ແລະ ກັນຂອງບັນດາດ້ານກົງກັນຂ້າມ. ດ້ານກົງກັນຂ້າມສັດຈະວິພາກຄົງຕົວຢ່າງພາວະວິໄສ. ດ້ານກົງກັນຂ້າມສັດຈະວິພາກໃນແນວຄິດແມ່ນການສ່ອງແສງເຖິງການຮັບຮູ້ສະພາບຕົວຈິງ ແລະ ເກີດຈາກການຂະຫຍາຍຕົວຂອງແນວຄິດ.
    ຄວາມເປັນເອກະພາບຂອງບັນດາດ້ານກົງກັນຂ້າມແມ່ນ ການອີງໃສ່ເຊິ່ງກັນ ແລະ ກັນ ເປັນເງື່ອນໄຂປະຖົມປັດໄຈ ໃຫ້ແກ່ການຄົງຕົວໃຫ້ແກ່ກັນ ແລະ ກັນ ບໍ່ມີດ້ານກົງກັນຂ້າມນີ້ ຈະບໍ່ມີດ້ານກົງກັນຂ້າມອື່ນ.
ສັງລວມ: ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມແມ່ນການກະທົບເຊິ່ງກັນ ແລະ ກັນ, ການຈໍາກັດ, ປັດເປົ່າປະຕິເສດເຊິ່ງກັນ ແລະ ກັນ ຂອງບັນດາດ້ານນັ້ນ, ການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມ ປະກອບມີຫຼາຍຮູບແບບ, ຫຼາຍຮູບການໂດຍອີງໃສ່ທາດແທ້, ສາຍພົວພັນໄປມາລະຫວ່າງດ້ານກົງກັນຂ້າມ ແລະ ເງື່ອນໄຂເກີດຂຶ້ນຂອງການຕໍ່ສູ້.
* ສົມທຽບພຶກຕິກໍາຕົວຈິງ: ໃນອານະຄົດຕໍ່ຫນ້ານີ້ ສປປລາວ ມີຄວາມສາມາດ ເປັນຜູ້ຂາຍພະລັງງານໄຟຟ້າໃຫ້ບັນດາປະເທດອາຊຽນ.
7.2. ການແບ່ງປະເພດຂໍ້ຂັດແຍ່ງ, ມີ 4 ຂໍ້ຂັດແຍ່ງຄື:
    - ຂໍ້ຂັດແຍ່ງພາຍໃນ ແລະ ຂໍ້ຂັດແຍ່ງພາຍນອກ.
    - ຂໍ້ຂັດແຍ່ງພື້ນຖານ ແລະ ບໍ່ເປັນພື້ນຖານ.
    - ຂໍ້ຂັດແຍ່ງຕົ້ນຕໍ ແລະ ບໍ່ເປັນຕົ້ນຕໍ.
    - ຂໍ້ຂັດແຍ່ງປໍລະປັກ ແລະ ບໍ່ເປັນປໍລະປັກ.
ຕົວຢ່າງ: ຂໍ້ຂັດແຍ່ງລະຫວ່າງຕົວເມືອງກັບຊົນນະບົດ ເປັນພຽງບັນຫາຊົ່ວຄາວ ແລະ ສາມາດແກ້ໄຂໄດ້ໃນອະນາຄົດ.

1-3 | 4-5 | 8 | 9 | 10 all

1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

LEDUAN11 | 2024 | Khai giảng Lớp Trung cấp Lý luận chính trị, Khóa 13 cho cán bộ 2 tỉnh Salavan và Savannakhet nước CHDCND Lào

 

School Legislation

Show all posts

Class Schedule

Show all posts

News

Show all posts

Lesson

Show all posts

Visit

Show all posts

Various Techniques

Show all posts

Happy birthday

Show all posts

Student Information

Show all posts

Other

Show all posts

Maps

Facebook

Exchange Rate

1 2 3 4 5 6 7 8 9 10 11
12

Followers

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright LEDUAN131474 ,Generation 11